Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຄັ້ງທີ VIII ໄດ້ຈັດຂຶ້ນໃນ ວັນທີ 6 ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເຂົ້າຮ່ວມຂອງສະຫາຍ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະ ຊວງ ຖວທ, ສະຫາຍ ນາງ ວິລະວອນ ພັນທະວົງ ຮອງ ເລຂາຄະນະບໍລິຫານງານສູນ ກາງຊາວໜຸ່ມ ປະຊາຊົນ ປະຕິ ວັດລາວ ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມຈາກກະຊວງ ຖວທ ເຂົ້າຮ່ວມ ເກືອບ 200 ຄົນ.
ສະຫາຍ ບົວໄລ ພານຸວົງ ເລຂາຊາວໜຸ່ມກະຊວງ ຖວທ ໄດ້ ຂຶ້ນຜ່ານບົດລາຍງານການຈັດ ຕັ້ງປະຕິບັດການເຄື່ອນໄຫວວຽກງານຮອບດ້ານ ໂດຍຍົກໃຫ້ ເຫັນວ່າ: ພາຍໃຕ້ການນຳພາ ໂດຍກົງຂອງອົງຄະນະພັກກະຊວງ ຖວທ ແລະ ສູນກາງຊາວໜຸ່ມ ປປ ລາວ, ຊາວໜຸ່ມກະຊວງ ຖວທ ສ້າງໄດ້ຜົນງານເດັ່ນຢ່າງຮອບ ດ້ານ ໃນທຸກຂົງເຂດວຽກງານທີ່ ຕົນຮັບຜິດຊອບ. ປັດຈຸບັນທົ່ວ ກະຊວງມີ 44 ໜ່ວຍຊາວໜຸ່ມ, ມີສະມາຊິກຊາວໜຸ່ມ 1.349 ສະຫາຍ, ຍິງ 622 ສະຫາຍ ທຽບໃສ່ປີ 2015 ເພີ່ມຂຶ້ນ 121 ສະຫາຍ, ເຍົາວະຊົນມີ 178 ຄົນ, ສະມາຊີກຊາວໜຸ່ມທີ່ເປັນລັດຖະກອນມີ 1.109 ສະຫາຍ.
ສຳລັບຄາດໝາຍສູ້ຊົນໃນໄລຍະ 5 ປີຕໍ່ໜ້າຄື 2020-2025 ແມ່ນໄລຍະ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ, ມະຕິຂອງກອງປະຊຸມໃຫຍ່ຊາວໜຸ່ມທົ່ວປະເທດ ຄັ້ງທີ VII, ສະນັ້ນ, ທິດທາງລວມມະຕິຂອງຊາວໜຸ່ມກະຊວງ ຖວທ ຈະຕ້ອງໄປຕາມການກໍາ ນົດທິດທາງລວມຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ, ມະຕິຂອງກອງປະຊຸມໃຫຍ່ຊາວໜຸ່ມທົ່ວປະເທດ ຄັ້ງທີ VII ເພື່ອໃຫ້ສອດຄ່ອງກົມກຽວ ແລະ ລົງເລິກທິດທາງລວມແມ່ນແນໃສ່ “ ຍົກລະດັບຄວາມທັນສະໄໝ, ສີວິໄລ ແລະ ຍືນຍົງ ແລະ ເຕົ້າໂຮມຄວາມສາມັກ ຄີຂອງກໍາລັງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງແນວຄິດເປັນກໍາລັງແຮງສໍາຄັນ, ຕົ້ນຕໍໃນການປະຕິບັດໜ້າທີ່ວຽກງານ; ສູ້ຊົນປັບປຸງບູລະນະການຈັດຕັ້ງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ, ເປັນລະບົບ ແລະ ທັງປັບປຸງແບບແຜນວິທີເຮັດວຽກໃຫ້ລວມສູນປະຊາທິປະໄຕເປັນໝູ່ຄະນະ, ກະທັດຮັດ, ວ່ອງໄວທັນສະໄໝ ແລະ ມີຄຸນນະພາບເຂົ້າໃນການບໍລິຫານວຽກງານຊາວໜຸ່ມໃຫ້ດີຂຶ້ນ, ສູ້ຊົນຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ແລະ ດ້ານຕ່າງໆ ເພື່ອຮັບປະກັນໃຫ້ເປັນພະນັກງານສືບທອດປ່ຽນແທນ ທີ່ໄດ້ມາດການເງື່ອນໄຂຕາມທັດສະນະຂອງພັກ, ສູ້ຊົນຈັດ ຕັ້ງນໍາພາ ແລະ ເຂົ້າຮ່ວມຂະ ບວນການຕ່າງໆຂອງຊາວໜຸ່ມ, ອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງສັງຄົມຕ່າງໆຈັດຕັ້ງຂຶ້ນໃຫ້ເປັນຂະບວນການຟົດຟື້ນ.
ໃນໂອກາດນີ້ ສະຫາຍ ບົວເງິນ ຊາພູວົງ ໄດ້ໂອ້ລົມຕໍ່ກອງປະຊຸມ ຊຶ່ງມີເນື້ອໃນບາງຕ້ອນວ່າ: ໃຫ້ສືບຕໍ່ເອົາໃຈໃສ່ດ້ານການເມືອງແນວຄິດເປັນບັນຫາສໍາຄັນ ໂດຍສະເພາະແມ່ນໃນສະພາບການທີ່ມີຂໍ້ຂັດແຍ່ງທາງດ້ານການເມືອງ- ເສດຖະກິດຂອງພາກພື້ນ ແລະ ສາກົນ, ລວມທັງສະພາບການ ທີ່ມີການແກ້ງແຍ່ງແຂ່ງຂັນໃນ ສັງຄົມນັບມື້ນັບສູງຂຶ້ນນັ້ນ, ຊາວໜຸ່ມຍິ່ງຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ທາງດ້ານ ການເມືອງ-ແນວຄິດໃຫ້ເປັນເອກະພາບຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ຕ້ອງມີຄວາມສາມັກຄີເປັນເອກະພາບຢ່າງແໜ້ນແຟ້ນ, ເປັນກ້ອນກໍາລັງອັນແຂງແກ່ນ, ຕ້ອງຮູ້ຈໍາແນກມິດ ແລະ ສັດຕູທີ່ພວກອິດທິກໍາລັງປໍລະປັກສວຍໃຊ້ບຸກໂຈມຕີດ້ານແນວຄິດຂອງຊາວໜຸ່ມພວກເຮົາດ້ວຍຫຼາຍຊ່ອງທາງ ໂດຍສະເພາະ ໃນປັດຈຸບັນແມ່ນຜ່ານທາງສື່ແບບໃໝ່ທາງເຟສບຸກ, ຢູທູບຕ່າງໆ, ໂດຍພວກເຂົາໄດ້ໂຄສະນາບິດເບືອນແນວທາງນະໂຍບາຍຂອງພັກ-ລັດ, ໃສ່ຮ້າຍປ້າຍສີຕ່າງໆນາໆ. ນອກນັ້ນ, ເບື່ອເມົາການຫຼິ້ນກິນຟຸມເຟືອຍ, ບັນຫາສິດທິມະນຸດ, ສາສະໜາ ແລະ ອື່ນໆ. ເອົາໃຈໃສ່ຍົກສູງຄວາມຮູ້ຄວາມສາມາດ, ເອົາໃຈໃສ່ຄົ້ນ ຄວ້າສຶກສາຮໍ່າຮຽນຍົກສູງລະ ດັບຄວາມຮູ້ຄວາມສາມາດຮອບດ້ານ, ເປັນຕົ້ນແມ່ນດ້ານວິຊາສະເພາະ, ດ້ານພາສາ ແລະ ເຕັກໂນໂລຊີທີ່ທັນສະໄໝ. ຍົກສູງຄວາມຮັບຜິດຊອບຕໍ່ການຈັດຕັ້ງໄປລາມາຄອບປະຕິບັດລະບຽບລັດຖະກອນໃຫ້ດີ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງມີຫົວຄິດປະດິດສ້າງ, ມີຄວາມຫ້າວຫັນບຸກບືນເຮັດໃຫ້ສຳເລັດໜ້າທີ່ຢ່າງມີປະສິດທິພາບ, ໃຫ້ກາຍເປັນຜູ້ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຂອງພັກ-ລັດ ດັ່ງຄຳຂວັນທີ່ໄດ້ກ່າວໄວ້ວ່າ: ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ, ຊາດຕ້ອງການຊາວໜຸ່ມຂານອາສາ, ຢ່າເປັນຊາວໜຸ່ມທີ່ຂີ້ຄ້ານ, ຂີ້ຢ້ານ ແລະ ມັກງ່າຍປະຕິບັດຕາມ ປະທານ ໄກສອນ ພົມວິຫານ ໄດ້ຂະໜານນາມໃຫ້ແກ່ຊາວ ໜຸ່ມໄວ້ວ່າ: ຊາວໜຸ່ມ ຈົ່ງເປັນ ນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ, ຈົ່ງເປັນສິນໄຊຂອງຍຸກສະໄໝ ເພື່ອເປັນຜູ້ສືບທອດພາລະກິດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະ ເລີນກ້າວໜ້າ ໃນອະນາຄົດ.
ໃນກອງປະຊຸມຄັ້ງນີ້ຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະເລຂາຊາວໜຸ່ມຊຸດໃໝ່ ຊຶ່ງມີຜູ້ເຂົ້າສະໝັກທັງໝົດ 23 ສະຫາຍ ແລະ ເລືອກເອົາ 17 ສະຫາຍ, ຜົນການຄັດເລືອກຄັ້ງ ນີ້ໄດ້ສະຫາຍ ບົວໄລ ພານຸວົງ ເປັນເລຂາຊາວໜຸ່ມກະຊວງ ຖວທ, ສະຫາຍ ວຽງພອນ ສຸຂະວົງ ເປັນຮອງເລຂາ ແລະ ສະຫາຍ ລິດທິສັກ ວໍລະລາດ ເປັນປະທານກວດກາ.
(ຂ່າວ-ພາບ: ບຸນອູ້ມ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com