Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງຄຳເກີດ ຄັ້ງທີ IX ໄດ້ສຳເລັດລົງຢ່າງຈົບງາມ ໃນວັນທີ 5 ກຸມພາ ຜ່ານມາທີ່ຫ້ອງປະຊຸມໃຫຍ່ເມືອງຄໍາເກີດ ພາຍຫຼັງດຳເນີນມາເປັນເວລາສອງວັນ ໂດຍການເປັນປະທານ ຂອງສະຫາຍ ເພັດສະໃໝ ໄຊຍະທິຈັກ ວ່າການເລຂາຄະນະບໍລິຫານງານພັກເມືອງຄຳເກີດ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງ ພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ, ມີແຂກ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 176 ສະຫາຍ ຍິງ 13 ສະຫາຍ, ໃນນັ້ນ ມີຜູ້ແທນສົມ ບູນ 131 ສະຫາຍ ຍິງ 12 ສະຫາຍ.
ກອງປະຊຸມດັ່ງກ່າວໄດ້ລົງປະຊາມະຕິ ຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຄື: ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສຳຫຼວດ ການນຳພາລວມຂອງຄະນະບໍລິຫານງານພັກຊຸດເກົ່າໃນນັ້ນ ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳ-ນຳພາໄລຍະ 5 ປີຜ່ານມາ. ພ້ອມນີ້ ກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ (ປີ 2020-2024) ພາຍໃຕ້ຄໍາຂວັນ: ເພີ່ມທະວີການນໍາພາຂອງພັກໃຫ້ເຂັ້ມແຂງ, ປະຕິບັດການບໍລິຫານລັດ ດ້ວຍກົດໝາຍ, ສາມັກຄີພາຍໃນພັກ ແລະ ທົ່ວປວງຊົນ ຢ່າງໜັກແໜ້ນ, ພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວ ຕິດພັນກັບການສ້າງເມືອງເຂັ້ມແຂງຮອບດ້ານ ສ້າງບ້ານພັດທະນາ ສ້າງສັງຄົມໃຫ້ມີຄວາມສະຫງົບ-ສີວິໄລ ຊຶ່ງມີເນື້ອໃນຕົ້ນຕໍດັ່ງນີ້: ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງຄະນະພັກທຸກຂັ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນໍາພາ, ເພີ່ມທະວີຄວາມເປັນເອກະພາບ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ແນວທາງຂອງພັກ ເຮັດໃຫ້ການຈັດຕັ້ງພັກ ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ຮັບປະກັນບົດບາດຂອງພັກເປັນແກນນໍາໃນລະບົບການເມືອງ, ເພີ່ມທະວີໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍເທື່ອລະກ້າວ ເຮັດໃຫ້ມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ; ປັບປຸງອົງການລັດຂັ້ນຕ່າງໆໃຫ້ກະທັດຮັດ ເນັ້ນຄຸນນະພາບເປັນກົກ. ເພີ່ມທະວີວຽກງານສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນໃຫ້ເປັນປຶກແຜ່ນ, ມີຄວາມເປັນເອກະພາບຕໍ່ແນວ ທາງ ແລະ ການນໍາພາຂອງພັກ, ສ້າງຄວາມເຂັ້ມແຂງໃຫ້ ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ມີຄວາມສາມາດປຸກລະດົມຂົນ ຂວາຍປະຊາຊົນບັນດາເຜົ່າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ. ສືບຕໍ່ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ແລະ ສ້າງໃຫ້ໄດ້ໂຄງປະກອບເສດຖະກິດໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງທຸກພາກສ່ວນເຂົ້າໃນການພັດທະນາເມືອງ, ຊຸກຍູ້ສົ່ງເສີມຢ່າງແຂງແຮງການຜະລິດເປັນສິນຄ້າ, ກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງທີ່ຈຳເປັນ, ປົກປັກຮັກສາ ແລະ ນໍາໃຊ້ຊັບ ພະຍາກອນທຳມະຊາດ-ສິ່ງ ແວດລ້ອມໃຫ້ຍືນຍົງ. ສຸມໃສ່ພັດທະນາວັດທະນະທຳ-ສັງ ຄົມ ໃຫ້ຄວບຄູ່ກັບການຂະ ຫຍາຍຕົວຂອງເສດຖະກິດ, ພັດທະນາຊັບພະຍາກອນມະນຸດໃຫ້ມີສະຕິປັນຍາ, ຈັນຍາບັນ, ຄຸນສົມບັດ, ຄຸນນະທຳ, ສຸຂະພາບແຂງແຮງ, ສ້າງ ສີມືແຮງງານ ເພື່ອຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງການສ້າງສາພັດທະ ນາ. ຕັ້ງໜ້າພົວພັນຮ່ວມມືກັບຕ່າງປະເທດຢ່າງເປັນເຈົ້າ ການເປັນຕົ້ນກັບເພື່ອນມິດຍຸດທະສາດ ສສ ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ຂະ ຫຍາຍຕົວໃນທຸກດ້ານ, ຍາດແຍ່ງເອົາການຊ່ວຍເຫຼືອ ແລະ ດຶງດູດການລົງທຶນເຂົ້າໃສ່ການພັດທະນາ. ກອງປະຊຸມຍັງໄດ້ຮັບຟັງລາຍງານ ການປະກອບຄຳເຫັນ ຈາກຕາງໜ້າບັນດາຂົງເຂດວຽກງານ ຂອງພັກ-ລັດພາຍໃນເມືອງ ແລະ ຄອບຄົວຕົວແບບ ຈາກຮາກຖານປະຊາຊົນ ຊຶ່ງແຕ່ລະພາກສ່ວນລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ການລາຍງານ ແລະ ປະກອບຄຳເຫັນສ່ວນຫຼາຍໄດ້ລົງເລິກລາຍງານຜົນສຳເລັດ ແຫ່ງການຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງຜ່ານມາ ແລະ ວິທີການປັບປຸງວຽກງານໃນຂົງເຂດຂະແໜງການຂອງຕົນ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ.
ພ້ອມນີ້ຜູ້ແທນກອງປະ ຊຸມ ໄດ້ພ້ອມກັນໃຊ້ສິດປະ ຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິ ຫານງານພັກຊຸດໃໝ່ບົນພື້ນ ຖານຫຼັກການລວມສູນປະຊາ ທິປະໄຕ, ທັງຖືກຕ້ອງ, ສອດ ຄ່ອງກັບມາດຖານ-ເງື່ອນໄຂ ທີ່ກຳນົດໄວ້ ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງ 29 ສະຫາຍ ຍິງ 3 ສະຫາຍ ແລະ ເລືອກໄດ້ 25 ສະຫາຍ ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເລືອກຕັ້ງເອົາຄະນະປະຈຳພັກເມືອງ 7 ສະຫາຍ ແລະ ເລືອກຕັ້ງເລຂາ, ຮອງເລຂາຄະນະບໍລິຫານງານພັກເມືອງຄື: ສະຫາຍ ເພັດສະໄໝ ໄຊຍະທິຈັກ ເປັນເລຂາຄະນະບໍລິ ຫານງານພັກເມືອງ. ສະຫາຍ ວິໄລ ສີສະມຸດ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ສະຫາຍ ກີ່ ຊົງລ່າຫວ່າງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ເລືອກຕັ້ງປະທານ ແລະ ຮອງປະທານກວດກາພັກເມືອງຄື: ສະຫາຍ ວິໄລ ສີສະມຸດ ເປັນປະທານກວດກາພັກເມືອງ. ສະຫາຍ ກິ່ງ ວັນນະລາ ເປັນຮອງປະທານກວດກາພັກເມືອງ. ສະຫາຍ ສັນຕິສຸກ ແພເພັດບົວທອງ ເປັນຮອງປະທານກວດກາພັກເມືອງ.
(ຂ່າວ: ບໍລິຄຳໄຊ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com