Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ XI ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດຂຶ້ນ ໃນ ວັນທີ 7 ກຸມພາ 2020 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການສູນ ກາງພັກ ເລຂາຄະນະບໍລິຫານງານພັກກະຊວງລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ພ້ອມດ້ວຍແຂກຖືກເຊີນ ແລະ ເອື້ອຍນ້ອງສະມາ ຊິກແມ່ຍິງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຕີລາ ຄາຄືນສະພາບການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ຜູ້ແທນແມ່ ຍິງລາວທົ່ວປະເທດ ຄັ້ງທີ VII ແລະ ມະຕິກອງປະຊຸມໃຫຍ່ສະ ຫະພັນແມ່ຍິງກະຊວງການຕ່າງປະເທດ ຄັ້ງທີ X (2014-2019) ໂດຍສະເພາະໄດ້ຕີລາ ຄາສູງຕໍ່ຜົນສໍາເລັດ ໃນຫຼາຍດ້ານທີ່ເອື້ອຍນ້ອງແມ່ຍິງຍາດມາໄດ້ ເປັນຕົ້ນແມ່ນການສຶກ ສາອົບຮົມດ້ານການເມືອງ-ແນວຄິດຂອງເອື້ອຍນ້ອງແມ່ຍິງ; ວຽກງານການປັບປຸງການຈັດຕັ້ງ; ການກໍ່ສ້າງພະນັກງານ ແລະ ນະໂຍບາຍ; ວຽກງານປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ-ເດັກນ້ອຍ; ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ; ການພັດທະນາຊີວິດການເປັນຢູ່ຂອງເອື້ອຍນ້ອງຍິງ; ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ; ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ວຽກງານກວດກາ.
ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ແລະ ສາມາດຍາດໄດ້ທຸງ ໄຊຈາກສູນກາງສະຫະພັນແມ່ ຍິງລາວ 1 ຄັ້ງ ແລະ ຄາດໝາຍສູ້ຊົນຈະໃຫ້ໄດ້ທຸງໄຊ ຄັ້ງທີ 2.
ກອງປະຊຸມຍັງໄດ້ມີການ ຄັດເລືອກເອື້ອຍນ້ອງຜູ້ທີ່ມີຜົນ ງານດີເດັ່ນ ໃນການເຄື່ອນ ໄຫວວຽກງານຕະຫຼອດໄລຍະ 5 ປີທີ່ຜ່ານມາ ຊຶ່ງປະເພດດີເດັ່ນມີ 168 ສະຫາຍ, ປະເພດດີ 72 ສະຫາຍ ແລະ ປະເພດກາງ 3 ສະຫາຍ.
ໄດ້ຕີລາຄາຄືນຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ກໍໄດ້ກໍານົດທິດທາງ ແລະ ແຜນການໃນຊຸມປີຕໍ່ໜ້າ ເປັນຕົ້ນແມ່ນສືບຕໍ່ເອົາໃຈໃສ່ນໍາພາດ້ານການເມືອງ-ແນວຄິດໃຫ້ເອື້ອຍນ້ອງແມ່ຍິງ ເຊື່ອມຊຶມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ໂດຍຈັດ ຕັ້ງປະຕິບັດບັນດາມະຕິຄໍາສັ່ງຕ່າງໆຂອງພັກ ແລະ ສສຍລ ວາງອອກ ໄປຄຽງຄູ່ກັບການປະ ຕິບັດວຽກງານວິຊາສະເພາະຂອງຕົນກໍຄືວຽກງານການຕ່າງ ປະເທດ ໂດຍຢຶດໝັ້ນແນວທາງນະໂຍບາຍການຕ່າງປະເທດ: “ສັນຕິພາບ, ເອກະລາດ, ມິດ ຕະພາບ ແລະ ການຮ່ວມມື”.
ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ຈໍານວນ 11 ສະຫາຍ ໂດຍໄດ້ເລືອກເອົາສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເປັນປະທານ, ສະຫາຍ ນາງ ໄກມະນີ ອໍລະບູນ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍນາງ ຂັນມາລີ ພັນດານຸວົງ ເປັນຮອງປະທານ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ ເພື່ອເປັນທິດຊີ້ນໍາ ແລະ ເປັນບ່ອນອີງໃຫ້ແກ່ການນໍາພາຈັດຕັ້ງຜັນຂະຫຍາຍມະ ຕິຂອງກອງປະຊຸມໃຫຍ່ສະຫະ ພັນແມ່ຍິງກະຊວງການຕ່າງ ປະເທດ ຄັ້ງທີ XI ໃຫ້ປະສົບຜົນ ສໍາເລັດຕາມຄາດໝາຍທີ່ວາງ ໄວ້ ພ້ອມນັ້ນ, ຍັງໄດ້ຮັບຟັງ ການໂອ້ລົມຂອງສະຫາຍເລຂາ ພັກກະຊວງການຕ່າງ ປະເທດທີ່ຊີ້ໃຫ້ເຫັນຄວາມເອົາໃຈໃສ່ຂອງ ຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ໃນການຍົກສູງບົດບາດຍິງ-ຊາຍ ແລະ ສົ່ງ ເສີມຄວາມກ້າວໜ້າຂອງແມ່ ຍິງ, ໃຫ້ທິດຊີ້ນໍາເອື້ອຍນ້ອງແມ່ຍິງ ໃນການຍົກສູງຄວາມຫ້າວຫັນ, ຄວາມກະຕືລືລົ້ນ ແລະ ຍົກລະດັບວິຊາສະເພາະຂອງຕົນ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານການຕ່າງປະເທດ ໃນໄລຍະໃໝ່.
(ຂ່າວ: ກະຊວງການຕ່າງ ປະເທດ, ພາບ: ແສງຈັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com