Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງໄຊສົມບູນ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນໃນວັນທີ 7 ຕຸລາຜ່ານມານີ້ ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການເປັນປະທານ ຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງ ຫົວໜ້າພະແນກ ຖວທ ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ທອງວັນ ທຳມະວົງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການແຕ່ງຕັ້ງຮັກສາການຫົວໜ້າພະແນກ ຖວທ ແຂວງ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າພະແນກ. ໂອກາດນີ້, ທ່ານ ຕົ່ງມົວ ຊົວໂກ້ ໄດ້ຜ່ານບົດລາຍງານ ການນຳພາຊີ້ນຳ ວຽກງານໃນໄລຍະຜ່ານມາ. ຈາກນັ້ນ, ທ່ານ ຕົ່ງມົວ ຊົວໂກ້ ຫົວໜ້າພະແນກ ຖວທ ຜູ້ເກົ່າ ແລະ ທ່ານ ທົງສະຫວັນ ໂພສະລາດ ຮັກສາການຫົວໜ້າພະແນກ ຖວທ ຜູ້ໃໝ່ ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ວຽກງານຂອງຫົວໜ້າພະແນກ ຖວທ ເພື່ອສືບຕໍ່ນຳພາຊີ້ນຳ ວຽກງານ ຖວທ ໃຫ້ໄດ້ຮັບໝາກຜົນຂຶ້ນເລື້ອຍໆ.
ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ຮຽກຮ້ອງມາຍັງຜູ້ທີ່ມາຮັບໜ້າທີ່ໃໝ່ ໃຫ້ນຳໃຊ້ຄວາມຮູ້ຄວາມສາມາດ ເຮັດວຽກຕາມພາລະບົດບາດຂອງຕົນ ເປັນຕົ້ນແມ່ນ ການເຮັດວຽກແບບລວມສູນປະຊາທິປະໄຕ, ເຕົ້າໂຮມຄວາມສາມັກຄີພາຍໃນເປັນປຶກແຜ່ນ, ຍົກສູງການເຮັດວຽກງານການເມືອງແນວຄິດຕໍ່ພະນັກງານສະມາຊິກພັກ ແລະ ພະນັກງານພາຍໃນພະແນກ ພ້ອມທັງເປັນແບບຢ່າງນຳໜ້າທຸກດ້ານໃນການປະຕິດບັດວຽກງານໃນຂົງເຂດ ຖວທ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ: ແຂວງໄຊສົມບູນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com