Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປະທານ ສນຊ ພົບປະໂອ້ລົມຄະນະນຳ ພະນັກງານແຂວງຫົວພັນ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 14/02/2020 09:20:11 ຈຳ​ນວນ​​ຢ້ຽມ​ຊົມ 579 ຄັ້ງ

   (ຂປລ). ວັນ​ທີ 11-13 ກຸມ​ພາ​ນີິ້, ທ່ານ ໄຊ​ສົມພອນ ພົມວິຫານ ກຳມະການ​ກົມ​ ການເມືອງ​ສູນ​ກາງ​ພັກ ປະ ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນຊ) ຫົວໜ້າ​ອະນຸ​ກຳມະການ​ໂຄສະນາ ແລະ ຂະບວນ​ການ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ​ຄັ້ງ​ທີ XI ຂອງ​ພັກ ພ້ອມ​ດ້ວຍ​ຄະນະ​ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ແຂວງ​ຫົວພັນ ເພື່ອ​ຊຸກຍູ້​ຂະບວນ​ການ​ກະກຽມ ແລະ​ ດຳເນີນ​ກອງ​ປະຊຸມ​ໃຫຍ່​ສາມ​ຂັ້ນຂອງ​ພັກ ເພື່ອ​ກ້າວ​ເຂົ້າ​ສູ່​ການ​ກະ​ກຽມ ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​​ປະເທດ​ຄັ້ງ​ທີ XI, ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີX ຂອງ​ພັກ ກໍ່​ຄື​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ແຫ່ງ​ຊາດ 5 ປີ​ຄັ້ງ​ທີ8 ໃນ​ໄລຍະ​ທ້າຍ​ສະໄໝ ໃຫ້​ມີ​ບັນຍາກາດ​ຟົດ​ຟຶ້ນ ແລະ ມີ​ຜົນສຳເລັດ​ໃໝ່.
   ໃນໂອກາດ​ພົບ​ປະ​ຄະນະ​ພັກ, ຄະນະ​ນຳ ແລະ ພະນັກ ງານຫຼັກ​ແຫຼ່ງ​ຂອງ​ແຂວງ​ຫົວ ພັນ ໃນ​ວັນ​ທີ 13 ກຸມພາ 2020, ພາຍຫຼັງ​ໄດ້ຮັບຟັງການ​ລາຍ ​ງານ​ຈາກ​ທ່ານ ຄຳ​ຜິວ ວົງ​ສະ ຫວັນ ຮອງ​ເລຂາ​ພັກ​ແຂວງ, ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ​ຫົວພັນ ກ່ຽວ ກັບ​ສະພາບ​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ກໍ​ຄື​ຂະບວນ​ການຈັດຕັ້ງ​ກອງ​ປະຊຸມ​ໃຫຍ່ສາມຂັ້ນ, ການພັດທະນາ​ຊົນນະບົດ ແລະ ແກ້​ໄຂຄວາມທຸກ​ຍາກ​ຢູ່​ແຂວງ​ໂດຍ​ສັງເຂບແລ້ວ, ປະທານ ສນຊ ກໍໄດ້​ມີ​ຄຳ​ໂອ້​ລົມສະແດງ​ຄວາມ​ຊົມເຊີຍ​ບັນດາ​ຜົນສຳເລັດ​ຂອງ ແຂວງ​ຫົວພັນ​ຍາດ​ມາ​ໄດ້, ພ້ອມ​ທັງ ໄດ້​ຮຽກຮ້ອງໃຫ້​ສືບຕໍ່​ເອົາໃຈ ໃສ່ສູ້​ຊົນ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ; ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ແຫ່ງ​ຊາດ; ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກໍຄື​ມະຕິ​ກອງ​ປະຊຸມພັກ​ແຂວງ; ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ຂອງ​ແຂວງ​ໃຫ້​ບັນລຸ​ຜົນສຳເລັດ​ຕາມ​ແຜນ; ສືບ​ຕໍ່​ດຳເນີນ​ກອງ​ປະຊຸມ​ໃຫຍ່​ແຕ່​ລະ​ຂັ້ນ​ໃຫ້​ສຳ ເລັດ​ຕາມ​ຄາດໝາຍ ໂດຍ​ເອົາໃຈໃສ່​ບັນຫາ​ເນື້ອ​ໃນ​ຂອງ​ບົດ​ລາຍງານ​ການເມືອງ​ໃຫ້​ເປັນ​ຍຸດທະສາດ​ກວ້າງ​ໄກ,ມີ​ ລັກສະນະ​ຕໍ່​ເນື່ອງ​ຜົນງານ​ຜ່ານມາ; ສືບຕໍ່​ຖື​ສຳຄັນ ແລະ ເອົາໃຈ ໃສ່​ການ​ສຶກສາ​ອົບ ຮົມ​ການເມືອງ​ແນວ​ຄິດ​ໃຫ້​ກວ້າງຂວາງ, ເລິກເຊິ່ງ; ສືບ​ຕໍ່​ເອົາໃຈໃສ່​ເຮັດ​ໃຫ້​ແຂວງ​ມີ​ຄວາມ​ສະຫງົບ ແລະ ເປັນ​ລະບຽບ​ຮຽບຮ້ອຍ, ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ແໜ້ນ ໜາ; ຊຸກຍູ້​ໃຫ້ປະຊາຊົນ​​​ຜະ ລິດ​ກະສິກຳ​ເປັນ​ສິນຄ້າ​ເພື່ອ​ສ້າງ​ລາຍ​ຮັບ​ແກ້​ໄຂຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ບັນລຸ​ຜົນ;  ສືບຕໍ່​ສ້າງ​ຂະບວນ​ການ​ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ​ຄັ້ງ​ທີXI ຂອງ​ພັກ, ວັນ​ສຳຄັນ​ຂອງ​ຊາດ ຂອງ​ພັກ​ໃຫ້​ມີ​ຄວາມ​ຄຶກ​ຄື້ນ.
   ໃນ​ໂອກາດ​ເຄື່ອນ​ໄຫວ​ຊຸກຍູ້​ການ​ສ້າງ ຂະບວນ​ການ ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ​ຄັ້ງ​ທີ XI ຂອງ​ພັກ ຢູ່​ແຂວງ​ຫົວພັນ, ປະທານ ສນຊ ຍັງ​ໄດ້​ນຳ​ເອົາ​ຄອມ​ພິວ​ເຕີ ແລະ​ເຄື່ອງຮັບ​ໃຊ້​ວິຊາ​ການ​ຈຳນວນ​ໜຶ່ງ ມອບ​ໃຫ້​ແຂວງ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ, ພ້ອມ​ທັງ​ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ເມືອງ​ສົບ​ເບົາ, ຊຽງ​ຄໍ້, ວຽງ​ໄຊ ແລະ ພື້ນ ຖານ​ການ​ຜະລິດ, ການ​ພັດທະ ນາຂອງ​ເມືອງ ແລະ ແຂວງ ຈຳນວນ​ໜຶ່ງ.
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com