Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ສພຊ) ໃນວັນທີ 20 ຕຸລາ 2021 ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມຄົບຄະນະ ຂອງກຳມາທິການບັນດາເຜົ່າ (ກບຜ) ໃນຮູບແບບປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ຄໍາຈັນ ໂສຕາປະເສີດ ປະທານ ກບຜ; ເຂົ້າຮ່ວມກອງປະຊຸມມີ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳວຽກງານຂອງ ກບຜ, ມີບັນດາປະທານ-ຮອງປະທານກໍາມາທິການຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການຂອງ ກບຜ, ຄະນະເລຂາທິການສະພາແຫ່ງຊາດ, ກົງຈັກທີ່ຄະນະປະຈຳສະພາແຫ່ງຊາດສ້າງຕັ້ງ, ຮອງປະທານສູນກາງແນວລາວສ້າງຊາດ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງສະຫະພັນກໍາມະບານລາວ, ສະຖາບັນວິທະຍາສາດສົງຄົມແຫ່ງຊາດ, ຮອງຜູ້ອໍານວຍການທະນາຄານພັດທະນາຊົນນະບົດ, ກົມຊົນເຜົ່າ-ສາສະໜາ ກະຊວງພາຍໃນ, ກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກໍາ-ປ່າໄມ້ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນ ກບຜ ເຂົ້າຮ່ວມທັງໝົດ 66 ທ່ານ ຍິງ 22 ທ່ານ.
ຈຸດປະສົງແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເວົ້າລວມ ເວົ້າສະເພາະການຜັນຂະຫຍາຍມະຕິກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນຂັ້ນແຂວງ ຊຸດທີ II ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການໄປຄ່ຽງຄູ່ກັນ, ແຕ່ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງການນໍາສະພາແຫ່ງຊາດ ໂດຍສະເພາະຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳ ກບຜ ແລະ ສະພາປະຊາຊົນຂັ້ນແຂວງ ດ້ວຍຄວາມເອົາໃຈໃສ່ນໍາພາຂອງຄະນະກໍາມາທິການ, ກໍາມະການຂອງ ກບຜ ສົມທົບກັບຄວາມຮູ້ ຄວາມສາມາດ ແລະ ຄວາມສາມັກຄີ ເປັນປຶກແຜ່ນ ຂອງພະນັກງານ-ລັດຖະກອນ, ໃນໄລຍະ 1 ປີຜ່ານມາສາມາດສັງລວມໄດ້ຜົນງານ ດ້ານດີ, ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ກໍານົດທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ.
ກອງປະຊຸມໄດ້ຮັບການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ຮ່າງທິດທາງແຜນການເຄື່ອນໄຫວ ປະຈໍາປີ 2022 ຂອງ ກບຜ, ໄດ້ຮັບຟັງບາງເນື້ອໃນ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກບຜ ບາງເນື້ອໃນຂໍ້ຕົກລົງຂອງເລຂາທິການສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ 2 ກົມ ທີ່ເປັນເສນາທິການຂອງ ກບຜ, ວຽກງານປະສານງານຢູ່ຂັ້ນສູນກາງ ໄດ້ມີຂໍ້ຕົກລົງຮ່ວມ ສະບັບເລກທີ 01/ຄປຈ, ລົງວັນທີ 22 ພຶດສະພາ 2019 ວ່າດ້ວຍການປະສານງານລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບຄະນະປະຈຳສູນກາງແນວລາວສ້າງຊາດ ແລະ ມະຕິເລກທີ 062/ຄປຈ, ວ່າດ້ວຍການປະສານງານ ລະຫວ່າງ ກບຜ ກັບອົງການພາກສ່ວນທີ່ກ່ຽວຂ້ອງ, ນິຕິກຳໃຕ້ກົດໝາຍ 2 ສະບັບນີ້ ທາງ ກບຜ ໄດ້ຮັບການຊີ້ນຳໃຫ້ປັບປຸງເພື່ອເຮັດໃຫ້ສອດຄ່ອງກັບໜ້າວຽກໃນໄລຍະໃໝ່.
ໂອກາດດັ່ງກ່າວ, ທ່ານ ພົທ ສຸວອນ ເລືອງບຸນມີ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນບາງບັນຫາ ເປັນຕົ້ນແມ່ນ ຂໍໃຫ້ກໍາແໜ້ນ ແລະ ຢຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ເອົາໃຈໃສ່ວຽກງານໂຄສະນາ-ສຶກສາອົບຮົມປະຊາຊົນຕາມແນວທາງຂອງພັກ, ປະຕິບັດນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ສ້າງ ແລະ ຮັກສາໄດ້ມູນເຊື້ອຄວາມສາມັກຄີປອງດອງພາຍໃນຊາດ; ສາມາດປະຕິບັດສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ກໍຄືສິດ ແລະ ໜ້າທີ່ຂອງກໍາມາທິການບັນດາເຜົ່າໃຫ້ໜັກແໜ້ນເຂັ້ມແຂງກວ່າເກົ່າ; ສູ້ຊົນປະຕິບັດແຜນການສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ເປັນກໍາມະການຂອງ ກບຜ ແລະ ພະນັກງານ-ລັດຖະກອນ ທີ່ເປັນເສນາທິການ ນັບທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ໃນນັ້ນ ໃຫ້ ກບຜ ສ້າງຄູ່ມືການເຄື່ອນໄຫວວຽກງານຂອງ ກບຜ ແລະ ຈັດຕັ້ງກອງປະຊຸມຝຶກອົບຮົມ ໃຫ້ເປົ້າໝາຍທີ່ກ່າວມາ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໄປລວງດຽວກັນ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.
(ຂ່າວ-ພາບ: ອານຸສອນ ພູມີທອນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com