Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 13 ກຸມພາ 2020, ທີ່ຫໍປະຊຸມແຫ່ງຊາດ, ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈໍາປີ 2019 ແລະ ທິດທາງແຜນການປີ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ພ້ອມດ້ວຍບັນດາທ່ານຮອງປະທານແລະ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ລະດັບແຂວງ, ນະຄອນຫຼວງ, ບັນດາສະມາຊິກກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ແລະ ແຂກຖືກເຊີນເຂົ້າຮ່ວມ ທັງໝົດ 100 ກວ່າທ່ານ.
ໃນກອງປະຊຸມ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກ່າວເປີດພິທີຢ່າງເປັນທາງການແລ້ວ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ( ຜູ້ປະຈຳການ) ກໍໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ໃນໄລຍະ 01 ປີຜ່ານມາ ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດ ແລະ ຜົນງານຫຼາຍດ້ານ, ໃນນັ້ນ ໄດ້ຜັນຂະຫຍາຍດຳລັດ ສະບັບເລກທີ 245 /ນຍ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງຄະນະກຳມະການຕ້ານການຄ້າມະນຸດ ຊຶ່ງສາ ມາດສ້າງຕັ້ງຄະນະກຳມະ ການຕ້ານການຄ້າມະນຸດແຂວງ, ນະຄອນຫຼວງວຽງຈັນ ແມ່ນໄດ້ສຳເລັດ 18 ແຂວງ, 28 ເມືອງໃນທົ່ວປະເທດ, ສືບຕໍ່ສ້າງຕັ້ງ, ພ້ອມນັ້ນໄດ້ສຸມໃສ່ ສ້າງ ແລະ ປັບປຸງ ນິຕິກໍາຕ່າງໆ, ສື່ໂຄສະນາຕ່າງໆ, ໄດ້ຈັດຕັ້ງ ການໂຄສະນາທາງໂທລະ ພາບ, ວິທະຍຸ, ສື່ສັງຄົມ ອອນລາຍ ເພື່ອເຮັດໃຫ້ສັງຄົມມີສະຕິລະວັງຕົວ ແລະ ປະກອບສ່ວນເຮັດວຽກງານຕ້ານການຄ້າມະ ນຸດ ໄດ້ກ້ວາງຂວາງ, ສາມາດນຳເອົາຜູ້ກະທຳຜິດມາລົງໂທດ, ສາມາດປົກປ້ອງ ແລະ ຊ່ວຍ ເຫຼືອຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຈາກການຄ້າມະນຸດ ໄດ້ຫຼາຍສົມຄວນ, ປັດຈຸບັນ ໄດ້ສົ່ງກັບຄືນຄອບຄົວ ແລະ ສັງຄົມແລ້ວ, ພ້ອມນັ້ນ ພົວພັນຮ່ວມມືກັບຕ່າງປະເທດ ເປັນຕົ້ນແມ່ນ ກອບຮ່ວມມືສອງຝ່າຍ, ຮ່ວມມືລາວ-ຫວຽດນາມ, ລາວ-ສປຈີນ, ລາວ-ໄທ,ສາມ ຝ່າຍ ກໍາປູເຈຍ-ລາວ-ຫວຽດນາມ ໄດ້ຮ່ວມມືກັບບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ໃນການຈັດຕັ້ງປະຕິບັດໂຄງ ການ, ກິດຈະກຳວຽກງານຕ້ານການຄ້າມະນຸດ ໄດ້ຢ່າງເປັນປົກກະຕິ ແລະ ມີຜົນສຳເລັດຫຼາຍດ້ານ.
ນອກນັ້ນ ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ຈາກ ທ່ານ ພັອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ຫົວໜ້າກອງເລຂາຄະນະກຳມະ ການຕ້ານການຄ້າມະນຸດລະດັບຊາດ ກ່ຽວກັບການຂຽນບົດລາຍງານວຽກງານຕ້ານການຄ້າມະນຸດ ປະຈຳປີ 2019 ເພື່ອສົ່ງໃຫ້ສະຖານທູດອາເມຣິກາປະຈໍາ ສປປ ລາວ ແລະ ລາຍງານການຂຽນແຜນ ງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 3 ແຕ່ປີ 2021-2025 ເພື່ອສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນ ເອົາເຂົ້າແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແຕ່ປີ 2021-2025 ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາເຫັນ ເພື່ອເປັນການຕີລາຄາສະພາບແລະ ຜົນການຈັດຕັ້ງປະຕິບັດ ວຽກໄລຍະຜ່ານມາລວມທັງດ້ານດີຜົນງານ ແລະ ດ້ານຄົງຄ້າງ, ພ້ອມທັງໄດ້ວາງທິດທາງວຽກງານຕ້ານການຄ້າມະນຸດ ໃນຊຸມປີຕໍ່ໜ້າ .
(ຂ່າວ: ກອງເລຂາຄະນະກຳ ມະການຕ້ານການຄ້າມະນຸດ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com