Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມວຽກງານໄປ ສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ປີ 2019 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມທີ່ສູນການຮ່ວມມື ລາວ-ຍີ່ປຸ່ນ ໃນວັນທີ 13 ກຸມພານີ້ ໂດຍການເປັນປະ ທານຂອງທ່ານ ສົມດີ ດວງດີ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະ ມົນຕີ, ຄະນະກົມ ແລະ ຄະນະພະແນກ ປທສ ແຂວງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ທັນສະໄໝ ກົມມະສິດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ປທສ ໄດ້ລາຍງານຜົນ ຂອງກອງປະຊຸມວຽກງານ ປທສ ໃນປີ 2019 ແລະ ທິດທາງແຜນ ການປະຈໍາປີ 2020 ຊຶ່ງຈະໄດ້ ສືບຕໍ່ຈັດຕັ້ງຜັນຂະຫຍາຍແນວ ທາງຂອງພັກ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມ ໃນຂົງ ເຂດ ປທສ ເພື່ອເຮັດໃຫ້ວຽກງານດັ່ງກ່າວກາຍເປັນກຳລັງຂັບເຄື່ອນທີ່ແຂງແຮງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ວັດທະນະທຳ, ສິ່ງແວດລ້ອມ, ວຽກງານປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ໃນໂອກາດນີ້, ທ່ານຮອງ ນາຍົກລັດຖະມົນຕີໄດ້ໃຫ້ກຽດ ໂອ້ລົມຕໍ່ກອງປະຊຸມ ຊຶ່ງກ່ອນ ອື່ນໝົດ ທ່ານໄດ້ສະແດງຄວາມ ຍ້ອງຍໍ, ຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ທີ່ສ່ອງແສງເຖິງ ຄວາມຮັບຜິດຊອບຂອງທຸກ ຂະແໜງການຕໍ່ວຽກງານໄອຊີທີ ເປັນຕົ້ນແມ່ນການເປັນເຈົ້າ ພາບຈັດກອງປະຊຸມລັດຖະມົນ ຕີອາຊຽນດ້ານໄອຊີທີ ທີ່ປະສົບຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ທ່ານຍັງຍົກໃຫ້ເຫັນເຖິງຄວາມສໍາຄັນຂອງອິນເຕີເນັດ ເຕັກໂນໂລຊີດີຈີຕອນ ໄດ້ສ້າງການຫັນປ່ຽນເສດຖະກິດ-ສັງ ຄົມ, ວັດທະນະທໍາດ້ວຍບາດ ກ້າວທີ່ກ້າວກະໂດດເວົ້າໄດ້ວ່າ: ເຕັກໂນໂລຊີດີຈີຕອນນັບມື້ນັບມີຜົນກະທົບຕໍ່ການດໍາລົງຊີວິດຂອງຄົນເຮົາກໍຄືການພັດທະນາປະເທດ ຊຶ່ງໄດ້ສ້າງທັງກາລະໂອກາດ ແລະ ສິ່ງທ້າທາຍ. ສະ ນັ້ນ, ແຕ່ລະຂະແໜງການກໍຄືບັນດາອົງການຈັດຕັ້ງລັດຕ່າງໆຕ້ອງຖືເອົາການນໍາໃຊ້ເຕັກໂນໂລຊີດີຈີຕອນເປັນໃຈກາງຂອງ ການຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການປະຕິບັດ ງານ ພ້ອມນີ້, ທ່ານຍັງໄດ້ເນັ້ນ ໜັກໃຫ້ຂະແໜງການ ປທສ ສືບ ຕໍ່ສ້າງ ແລະ ປັບປຸງນະໂຍບາຍ ແລະ ຍຸດທະສາດທີ່ຖືກຕ້ອງ ສອດຄ່ອງກັບແນວທາງນະໂຍ ບາຍລະບຽບກົດໝາຍຂອງພັກ -ລັດຖະບານກໍຄືສະພາບການປ່ຽນແປງຂອງດີຈີຕອນໃນແຕ່ ລະໄລຍະ, ຕ້ອງເປັນເຈົ້າການ ເລັ່ງຄົ້ນຄວ້າສ້າງແຜນແມ່ບົດການຫັນເປັນທັນສະໄໝທາງ ດ້ານດີຈີຕອນແຜນແມ່ບົດການ ກ້າວໄປສູ່ເສດຖະກິດດີຈີຕອນ ແຜນແມ່ບົດການຫັນໄປສູ່ການຊໍາລະສະສາງ ທັນສະໄໝດ້ວຍດີຈີຕອນຂອງ ສປປ ລາວ ໂດຍສົມທົບກັບຂະແໜງການກ່ຽວ ຂ້ອງ ເພື່ອຍົກລະດັບການຄຸ້ມຄອງ ແລະ ພັດທະນາດີຈີຕອນ ໃນ ສປປ ລາວ ໃຫ້ເປັນລະ ບົບ, ຮອງຮັບການຂັບເຄື່ອນເສດ ຖະກິດ-ສັງຄົມ ຄຽງຄູ່ກັບການ ສ້າງ ແລະ ປັບປຸງບັນດານິຕິກໍາ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການເຄື່ອນ ໄຫວຄຸ້ມຄອງຕໍ່ການດໍາເນີນດ້ານທຸລະກິດດີຈີຕອນ ໂດຍສະເພາະການບໍລິຫານລັດດ້ວຍເອເລັກໂຕຣນິກ, ການທະນາຄານເອເລັກໂຕຣນິກ, ການຄ້າເອເລັກໂຕຣນິກ ແລະ ການຫັນເປັນສັງຄົມຂໍ້ມູນຂ່າວ ສານ, ສະກັດກັ້ນການນໍາໃຊ້ດີ ຈີຕອນເປັນພາຫະນະ ໃນການ ກໍ່ຄວາມບໍ່ສະຫງົບ, ການໃສ່ຮ້າຍປ້າຍສີ ຫຼື ສ້າງຄວາມວຸ້ນ ວາຍໃຫ້ແກ່ສັງຄົມ. ຄົ້ນຄວ້າ, ສ້າງນະວັດຕະກໍາໃໝ່ຂອງການນໍາໃຊ້ໄອຊີທີ ເພື່ອເປັນພື້ນ ຖານໃນການຊຳລະສະສາງ ແລະ ເກັບລາຍຮັບເຂົ້າງົບປະ ມານຜ່ານລະບົບໂທລະສັບມືຖື ພ້ອມທັງຊ່ວຍສົ່ງເສີມທຸລະ ກິດຂະໜາດນ້ອຍ, ຂະໜາດກາງ ແລະ ຜູ້ປະກອບການໃໝ່ ໃນການເຂົ້າຫາແຫຼ່ງທຶນ, ເຂົ້າ ເຖິງການຄ້າຂາຍທາງເອເລັກໂຕຣ ນິກ ເພື່ອສ້າງວຽກເຮັດ-ສ້າງລາຍໄດ້ໃຫ້ປະຊາຊົນໄດ້ຢ່າງແທ້ຈິງ. ພິເສດແມ່ນເພື່ອຊ່ວຍເຮັດໃຫ້ລັດຖະບານສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງຊາດໄດ້ຕາມຄາດໝາຍ, ສະ ດວກສະບາຍ ໂປ່ງໃສ ແລະ ກວດສອບໄດ້. ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ, ປະເທດຊາດຮັ່ງມີ, ເຂັ້ມແຂງ, ສີວິໄລ ແລະ ຍຸຕິທໍາ.
(ຂ່າວ: ຫ້ອງການກະຊວງ ພະແນກເລຂານຸການ-ພິທີການ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com