Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະຫຼຸບຜົນ ງານການເຄື່ອນໄຫວວຽກງານປະຈຳປີ 2019 ຂອງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ເປີດຂຶ້ນໃນວັນທີ 11 ກຸມພາຜ່ານມາ ທີ່ສຳນັກ ງານໃຫຍ່ ພາຍໃຕ້ການເປັນປະ ທານຂອງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມມະ ຫາຊົນ ໂດຍການເຂົ້າຮ່ວມຂອງທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ (ປທສ) ຊຶ່ງ ມີຕົວແທນຈາກລາວໂທລະ ຄົມສູນກາງ ແລະ ສາຂາແຂວງ ເຂົ້າຮ່ວມ.
ທ່ານ ສຸພົນ ຈັນທະວີໄຊ ໄດ້ກ່າວລາຍງານການເຄື່ອນ ໄຫວວຽກງານດຳເນີນທຸລະກິດຂອງປີ 2019 ນີ້ວ່າ:ຜ່ານມາ ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມໃນມູນຄ່າທັງໝົດ 25,93 ລ້ານໂດລາ, ປັດຈຸບັນລາວໂທລະຄົມມີສະຖານີມືຖື 2G,3G, 4G ແລະ 4,5G ທັງໝົດ 7.436 ສະຖານີ ໃນນີ້: GSM2G ຈຳນວນ 1.928 ສະຖານີ, ກວມ 47% ຂອງຫຼັງຄາເຮືອນໃນເຂດເທດສະບານ.ມີສັນຍານໂທລະສັບມືຖືຄວບຄຸມໄດ້ທົ່ວປະເທດ,ກວມປະຊາກອນ 80% ໃນນັນ 4G ກວມ 58% ທັງໝົດເລົ່ານີ້ໄດ້ກາຍເປັນປັດໃຈຫຼັກທີ່ພັກດັນໃຫ້ລາວໂທລະຄົມ ສາມາດຂະຫຍາຍລູກຄ້າໃໝ່ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້, ມາຮອດປັດຈຸບັນມີລູກຄ້າໃຊ້ໂທລະສັບມືຖືໃນລະບົບຈຳນວນ 1.4 ລ້ານເລກໝາຍ, ໂທລະສັບຕັ້ງໂຕະ 33 ພັນເລກໝາຍ, ໂທລະສັບວິນໂຟນ 304 ພັນເລກໝາຍ ແລະ ອິນເຕີເນັດ 1.3 ລ້ານລູກຄ້າ, ໃນປີ 2019 ຜ່ານມາສາມາດສ້າງລາຍຮັບໄດ້ທັງໝົດ 1.702,5 ຕື້ກີບ (ລວມອາກອນ) ໃນນັ້ນກຳໄລສຸດທິ 177,5 ຕື້ກີບ, ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 471,1 ຕື້ກີບ. ສຳລັບແຜນການປີ 2020ນີ້ ລາວໂທລະຄົມ ຈະສູ້ຊົນສ້າງຖານລູກຄ້າໃໝ່ໃຫ້ເພິ່ມ 97.934 ເລກໝາຍແລະສ້າງລາຍຮັບໃຫ້ໄດ້ທັງໝົດ 1.804,9 ຕື້ກີບ (ລວມອາກອນ) ແລະ ຄາດຄະເນວ່າຈະສາ ມາດປະຕິບັດພັນທະແລະເງິນປັນຜົນໃຫ້ລັດຖະບານຈຳນວນ 507,4 ຕື້ກີບ,ນອກຈາກນັ້ນຍັງຈະໄດ້ລົງທຶນທັງໝົດ 26,9 ລ້ານໂດລາ ເພື່ອສືບຕໍ່ປັບປຸງແລະຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ. (ຂ່າວ-ພາບ: ພູວຽງຄຳ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com