Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຍົກລະດັບການເຝົ້າລະວັງ ຕອບໂຕ້ຕໍ່ເຊື້ອໄວຣັດໂຄໂຣນາ ສາຍພັນໃໝ່ 2019 ໃນ ສປປ ລາວ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 14/02/2020 09:44:11 ຈຳ​ນວນ​​ຢ້ຽມ​ຊົມ 600 ຄັ້ງ

   ກອງ​ປະ​ຊຸມ​ສໍາ​ມະ​ນາ​ກ່ຽວ​ກັບ​ການ​ຍົກ​ສູງ​ວຽກ​ງານ​ເຝົ້າ​ລະວັງ ແລະ ການ​ຕອບ​ໂຕ້ ຕໍ່​ເຊື້ອ​ໄວ​ຣັດ ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ 2019 ໃນ ສປປ ລາວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 - 14  ກຸມພາ ນີ້  ທີ່​ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ພອນ​ປະດິດ ສັງ​ໄຊ​ຍະ​ລາດ ຫົວໜ້າ​ສູນ​ວິເຄາະ ແລະ ລະບາດ​ວິທະຍາ ກະຊວງ​ສາທາລະນະ​ສຸກ, ມີ​ຫົວໜ້າ​ຫ້ອງການ​ພາກ​ພື້ນ​ການ​ເຝົ້າ​ລະວັງ​ໄຂ້​ຫວັດ ແລະ ຕາງໜ້າ​ໃຫ້​ແກ່​ອົງການ​ອະນາ​ໄມ​ໂລກ​ປະ​ຈໍາ ສປປ ລາວ, ພ້ອມ​ດ້ວຍ​ບັນດາ​ນັກ​ສໍາ​ມະ​ນາ​ກອນ​ຈາກ ສູນ​ກາງ ແລະ ທ້ອງຖິ່ນ​ເຂົ້າ​ຮ່ວມ.
   ການ​ສໍາ​ມະ​ນາ​ໃນ​ຄັ້ງ​ນີ້, ທ່ານ​ຫົວໜ້າ​ສູນ​ວິເຄາະ ແລະ ລະບາດ​ວິທະຍາ​ໄດ້​ກ່າວ​ວ່າ: ຈຸດປະສົງ ເພື່ອ​ໃຫ້​ເຂົ້າໃຈ​ເຖິງ​ສະຖານະ​ການ​ໃນ​ໂລກ ແລະ ຍຸດທະສາດ​ການ​ຕອບ​ໂຕ້​ກັບ​ເຊື້ອ​ໄວ​ຣັດ​ໂຄ​ໂ​ຣ​ນາ​ສາຍພັນ​ໃໝ່ 2019 ໃນ ສປປ ລາວ. ໃຫ້​ເຂົ້າໃຈ​ເຖິງ​ກົນ​ໄກການ​ປະສານ​ງານ​ທີ່​ມີ​ຢູ່​ແລ້ວ(ສູນ​ປະຕິບັດ​ງານ​ສຸກ​ເສີນ) ແລະ ຂະບວນ​ການ​ຄັດ​ກອງ​ທີ່​ດ່ານ​ສາກົນ​ຂາ​ເຂົ້າ​ຕ່າງໆ, ທົບ​ທວນຄືນ ແລະ ໃຫ້​ຄໍາ​ແນະ​ນໍາ​ກ່ຽວ​ກັບ​ການ​ກວດ​ກໍລະນີ​ຄົນ​ເຈັບ, ການ​ສອບ​ສວນ, ຕິດຕາມ​ການ​ຕິດຕໍ່​ໃຫ້​ແກ່​ທີ​ມ​ງານ ຕອບ​ໂຕ້​ໄວ​ຂັ້ນ​ແຂວງ ເພື່ອ​ປະຕິບັດ​ຕາມ​ຄໍາ​ແນະ​ນໍາສໍາ​ລັບ​ຫ້ອງ​ວິເຄາະ​ແຫ່ງ​ຊາດ ໃນ​ປັດຈຸ​ບັນ​ສໍາ​ລັບ ເຊື້ອ​ດັ່ງກ່າວ, ຍົກ​ສູງ​ສະຕິ​ຕື່ນ​ຕົວ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ກໍລະນີ​ ແລະ ​ການ​ປ້ອງ​ກັນ​ຄວບ​ຄຸມ​ການ​ຕິດເຊື້ອ ແລະ ປະຕິບັດ​ການ​ນຸ່ງ​ເຄື່ອງ​ປ້ອງ​ກັນ​ຕົວ​ເອງ​ຢ່າງ​ເໝາະ​ສົມ​ສໍາ​ລັບ​ການ​ຄັດ​ກອງ​ກໍລະນີ, ການ​ສອບ​ສວນກໍລະນີ​ ແລະ ​ໃນ​ຫ້ອງ​ວິ​ເຄາະ. ໃນ​ລະບົບ​ເຝົ້າ​ລະວັງ​ແມ່ນ​ພວກ​ເຮົາ​ມີ​ຄວາມ​ພ້ອມ​ລະດັບ​ໜຶ່ງ​ແລ້ວ; ເພື່ອ​ໃຫ້​ມີ​ຄວາມ​ພ້ອມ​ເພີ່ມ​ຂຶ້ນ​ເປັນຕົ້ນ​ແມ່ນ​ລະບົບ​ຕິດຕາມ​ເຝົ້າ​ລະວັງ​ຖ້າ​ມີ​ກໍລະນີ​ຢັ້ງຢືນ​ ຢູ່​ລາວ​ໂຮງ ໝໍ​ຈະ​ມີ​ຄວາມກຽມ ພ້ອມ​ຄື​ແນວໃດ, ເພື່ອ​ສ້າງ ​ຄວາມ​ເຂັ້ມ​ແຂງ.

   ປັດຈຸ​ບັນນີ້ ສູນ​ວິເຄາະ ແມ່ນກວດຕົວຢ່າງ​ທັງ​ໝົດ ນອກຈາກ​ນັ້ນ ເພື່ອ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ພາຍ​ໃນ​ປະເທດ ໄດ້​ມີ​ການ ຂະຫຍາຍ ໃຫ້​ສະ​ຖາ​ບັນ​ປັດ​ສ​ເຕີ​ລາວ, ຫ້ອງ​ວິເຄາະ​ຈຸ​ລິນ​ຊີ ໂຮງໝໍ​ມະໂຫສົດ ເຂົ້າ​ຮ່ວມ​ມື​ໃນ​ການ​ກະກຽມ​ຄວາມ ພ້ອມ​ເປັນຕົ້ນ​ໃນ​ໄລຍະ​ນີ້​ຕົວຢ່າງ​ທີ່​ສົ່ງ​ມາ​ກວດ​ແມ່ນ​ໄດ້​ກວດ​ທັງ​ສາມ​ຫ້ອງ​ວິເຄາະ​ນີ້​ກ່ອນ​ເພື່ອ​ຮັບປະກັນ ຜົນ​ກວດ​ໃຫ້​ມີ​ຄຸນ​ນະ​ພາບ ຫຼັງ​ຈາກ​ນັ້ນ​ແມ່ນ​ຈະ​ສົ່ງ ຕົວຢ່າງ​ໄປ​ຫ້ອງ​ວິເຄາະ​ອ້າງ​ອີງ​ຂອງ​ອົງ ການ​ອະນາໄມ​ໂລກ​ຢູ່​ປະເທດ​ອົສ​ຕຣາ​ລີ​ຕື່ມ​ອີກ. 
  (ຂ່າວ+ພາບ: ຍຸ​ພິນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com