Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຫວ່າງບໍ່ດົນມາ ທີ່ຫ້ອງການ-ການເງິນເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງສ່ວຍສາອາກອນ ແລະ ຄັງເງິນປະຈຳເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ພົມມາ ພົມມະຫານ ຄະນະປະຈໍາພັກເມືອງ ຫົວໜ້າຄະນະ ຈັດຕັ້ງເມືອງ, ມີທ່ານ ປະຖົມ ບຸນຍາວົງ ຫົວໜ້າຂະແໜງບໍລິຫານ-ຈັດຕັ້ງ ພະແນກການເງິນແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພົມມາ ພົມມະຫານ ກ່າວວ່າ: ຈຸດປະສົງໃນການສ້າງແຜນກໍນົດພະນັກງານນໍາພາ-ຄຸ້ມຄອງ ຂອງສ່ວຍສາອາກອນ ແລະ ຄັງເງິນປະຈຳເມືອງຫົງສາ, ພ້ອມນັ້ນ ທ່ານ ຫຸມວິໄລ ມາໄລຄໍາ ຫົວໜ້າຂະ ແໜງກໍ່ສ້າງພັກ-ພະນັກງານ ຄະນະຈັດຕັ້ງແຂວງໄຊຍະບູລີ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະ ບູລີ ສະບັບເລກທີ 1278/ຈຂ ຊຍ. ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງສົມທົບຂັ້ນເມືອງ ເພື່ອດຳເນີນການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງຫົງສາ ສະບັບເລກທີ 608/ຈມ ຫສ. ວ່າດ້ວຍການແຕ່ງຕັ້ງດໍາເນີນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ຂອງສ່ວຍສາອາກອນ ແລະ ຄັງເງິນປະຈຳເມືອງ, ຮັບຟັງການເຊື່ອມຊຶມເອກະສານທີ່ສຳຄັນເຊັ່ນ: ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ວ່າດ້ວຍການສ້າງແຜນພະນັກ ງານນໍາພາ-ຄຸ້ມຄອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292/ຄຈສພ ວ່າດ້ວຍມາດຕະຖານຂອງພະນັກ ງານນໍາພາ-ຄຸ້ມຄອງ, ຜ່ານຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄັງເງິນແຫ່ງຊາດ ແລະ ວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງສ່ວຍສາອາກອນ. ພ້ອມນັ້ນ ກໍໄດ້ຜ່ານມາດຕະຖານລວມ ແລະ ມາດຕະຖານສະເພາະຂອງພະນັກງານນໍາພາ-ຄຸ້ມຄອງຂອງສ່ວຍສາອາກອນ ແລະ ຄັງເງິນ.
ກອງປະຊຸມຄັ້ງນີ້ ຍັງໄດ້ພ້ອມກັນຄົ້ນຄວ້າລາຍຊື່ເປົ້າໝາຍເຂົ້າໃນບັດທາບທາມຢັ່ງຫາງສຽງ-ລົງຄະແນນສຽງໃນຮອບ 1, ຮອບ 2 ແລະ ຮອບ 3 ແລະ ເພື່ອພ້ອມກັນຄົ້ນຄວ້າເປັນເອກະພາບ-ຮັບຮອງເອົາແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງວຽກງານສ່ວຍສາອາກອນ ແລະ ຄັງເງິນ, ເພື່ອເຮັດໃຫ້ວຽກງານນຳພາ-ຄຸ້ມຄອງຂອງສ່ວຍສາອາກອນ ແລະ ຄັງເງິນຢູ່ເມືອງຫົງສາມີຄວາມເຂັ້ມແຂງ ແລະ ກ້າວໜ້າ.
ຂ່າວ-ພາບ: ເມືອງຫົງສາ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com