Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທະນາຄານຮ່ວມພັດທະນາມອບເງິນ 1 ຕື້ກີບ ໃຫ້ກອງທຶນຮ່ວມໃຈ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 17/02/2020 09:18:50 ຈຳ​ນວນ​​ຢ້ຽມ​ຊົມ 461 ຄັ້ງ

ທະນາຄານ​ຮ່ວມ​ພັດທະ ນາ (JDB) ໄດ້​ມອບ​ເງິນ ຈໍານວນ 1 ຕື້​ກີບໃຫ້ກອງທຶນຮ່ວມ​ໃຈ ເມື່ອ​ວັນ​ທີ 7 ກຸມພາຜ່ານມາ ທີ່​ໂຮງແຮມແລນມາກ  ນະຄອນ ຫຼວງ​ວຽງ​ຈັນ,  ເນື່ອງໃນໂອກາດ ສະເຫຼີມສະຫຼອງ ຄົບຮອບ 30 ປີ ວັນ​ສ້າງຕັ້ງທະນາຄານ​ຮ່ວມ​ພັດທະນາ    (1989-2019),  ມອບ​ໂດຍທ່ານ   ວິໄລ  ສີ​ພະ​ພອນ   ຜູ້​ອໍານວຍການໃຫຍ່ທະນາຄານ​ຮ່ວມພັດທະນາ ແລະ ເປັນ​ກຽດ​ຮັບ​ ໂດຍທ່ານ  ເອກະ​ພັນ  ພະພິທັກ  ປະທານກອງທຶນຮ່ວມໃຈ ທັງ ​ເປັນ​ປະທານ​ສະພາ​ບໍລິຫານ ທະນາຄານ​ຮ່ວມ​ພັດ​ທະ​ນາ.  
ເງິນ​ທີ່​ມອບ​ໃນ​ຄັ້ງ​ນີ້,  ແມ່ນ ​ເປັນ​ການ​ສົມທົບ​ທຶນ​ໃຫ້​ກອງ​ທຶນ​ຮ່ວມ​ໃຈ  ເພື່ອ​ເປັນການປະ ກອບສ່ວນ​ຊ່ວຍເຫຼືອ​ສັງຄົມ​ກໍຄື​ນໍາ​ໄປ​ຊ່ວຍເຫຼືອການ​ປຸກ​ສ້າງ​ໂຮງຮຽນ   ໃນ​ເຂດຊົນນະບົດຫ່າງ​ ໄກ​ສອກ​ຫຼີກທີ່ມີ​ຄວາມທຸກຍາກ ​ຂາດເຂີນອາຄານ​ຮຽນ,  ອຸປະ ກອນ​ການ​ສຶກສາ, ໄພພິບັດ, ໂຣກ ລະບາດ ແລະ ເຫດການ​ອື່ນໆ. 

ໃນ​ໄລຍະ​ຜ່ານ​ມາ, ທະນາ ຄານ​ຮ່ວມ​ພັດທະນາໄດ້​ຊ່ວຍ​ເຫຼືອວຽກ​ງານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດເປັນວຽກ ​ງານ​ທີ່​ສໍາ​ຄັນ  ເພື່ອ​ເປັນ​ການປະ ກອບສ່ວນດ້ານ​ການ​ສຶກສາ​ໃຫ້​ແກ່​ລູກ​ຫຼານ   ຊຶ່ງເປັນ​ອ​ະ​ນາຄົດ ​ຂອງ​ຊາດ​ຮຸ່ນ​ສືບ​ທອດໃຫ້ມີ​ບ່ອນ​ ສຶກສາ​ຮາໍ່​ຮຽນທີ່​ດີ  ແລະ ກາຍ​ເປັນ​ສ່ວນ​ປະກອບ​ທີ່​ສໍາ​ຄັນ ໃນ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ມີ​ຄວາມ​ຮຸ່ງເຮືອງ​ສີ​ວິ​ໄລ.
ທະນາຄານ​ຮ່ວມ​ພັດທະ ນາເປັນ​ທະນາຄານບໍລິການ ດ້ວຍ​ມາດຕະຖານ​ສາກົນ  ISO 9001:2015  ບໍລິການ​ທາງ​ດ້ານ​ການ​ເງິນ​ແບບ​ຄົບ​ວົງ​ຈອນໃຫ້​ແກ່​ປະຊາຊົນ  ໃນ​ທົ່ວ​ປະເທດ ໄດ້​ມີ​ຄວາມ​ສະດວກ​ສະບາຍ​ໃນ​ການ​ເຂົ້າ​ຫາ​ແຫຼ່ງ​ທຶນ​ທີ່ໝັ້ນ ຄົງ  ແລະ  ການ​ບໍລິການ​ທີ່ມີ​ຄວາມ ​ໝັ້ນຄົງ,  ໂປ່​ງ​ໃສ,  ທະນາ ຄານ​ຮ່ວມ​ພັດທະນ ມີ​ແຫຼ່ງ​ທຶນ​ພຽງພໍ​ທີ່​ຈະ​ຕອບ​ສະໜອງໃຫ້​ແກ່​ລູກ​ຄ້າ​  ເພື່ອ​ສະໜັບສະໜູນທຸລະ​ກິດ​ລູກ​ຄ້າ​ຂອງ​ຕົນໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ໄປ​ເລື້ອຍໆ,   ສົມ​ກັບ​ຄຳ​ຂວັນທີ່ວ່າ “ເຕີບ​ໃຫຍ​່ໄປ​ພ້ອມ​ກັນ”.
( ຂ່າວ​-​ພາບ: ຄໍາ​ຕົ້ນ ວໍລະ​ຈັກ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com