Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສຳເລັດຊຸດຝຶກອົບຮົມວຽກງານກວດກາໃຫ້ແນວລາວສ້າງຊາດຂັ້ນເມືອງ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 17/02/2020 09:23:10 ຈຳ​ນວນ​​ຢ້ຽມ​ຊົມ 437 ຄັ້ງ

ກົມ​ກວດ​ກາ​ສູູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນຊ) ໄດ້​ຈັດ​ກອງ​ປະຊຸມ​ຝຶກ​ອົບຮົມ​ວຽກ​ງານ​ກວດກາ​ໃຫ້​ແກ່​ພະນັກງານ​ທີ່​ເຮັດ​ວຽກ​ງານ​ກວດກາ​ແນວ​ລາວ​ສ້າງ​ຊາດ​ຂັ້ນ​ເມືອງ​ຂອງ 3 ແຂວງ​ຄື: ຄໍາ​ມ່ວນ, ສະຫວັນ​ນະ​ເຂດ ແລະ ເຊ​ກອງ ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 6-7 ກຸມພາ​ຜ່ານ​ມາ​ ທີ່​ເມືອງ​ນາ​ກາຍ ແຂວງ ຄໍາ​ມ່ວນ ພາຍ​ໃຕ້​ການ​ເປັນ​ປະ ທານ​ຂອງ​ທ່ານ ນາງ ຄໍາ​ຈັນ ພົມ​ແສງ​ສະຫວັນ ຄະນະ​ປະ​ຈໍາ​ພັກ ປະທານ​ກວດກາ​ພັກ​-​ລັດ ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ຜູ້ຊີ້​ນໍາ​ວຽກ ​ງານ​ກວດກາ, ມີ​ທ່ານ ນາງ ສີ​ພະຈັນ ນັນທະ​ວົງສາ ຄະນະ​ປະຈໍາ ຫົວໜ້າ​  ກົມ​ກວດກາ ສນຊ ຕະຫຼອດ​ຮອດ​ພະນັກງານ​ແນວລາວສ້າງ​ຊາດ​ຈາກ 3 ແຂວງ​ເຂົ້າ​ຮ່ວມ.
ກອງ​ປະຊຸມ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ປະຕິບັດ​ຕາມ 6 ແຜນ​ງານ​ຂອງ​ສູນ ກາງແນວ​ລາວ​ສ້າງ​ຊາດ​ທີ່​ໄດ້​ຮັບຮອງ​ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ​ທົ່ວ​ປະເທດ​ ຄັ້ງ​ທີ X ໂດຍ​ສະ ເພາະ​ແມ່ນ​ແຜນ​ງານ​ທີ 4 ແຜນ​ງານ​ສ້າງ​ຄວາມ​ເຂັ້ມແຂງ​ວຽກ​ງານ​ແນວ​ລາວ​ສ້າງ​ຊາດ​ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ໂຄງ ການ​ຍົກ​ສູງ​ຄວາມ​ສາມາດ​ໃນ ​ການເຄື່ອນໄຫວ​ວຽກ​ງານ​ກວດ ກາ​ແນວ​​ລາວ​ສ້າງ​ຊາດ​ຂອງ​ກົມ​ກວດ​ກາ.
 ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້, ໄດ້​ນໍາ​ເອົາ 7 ເອກະສານ​ທີ່​ສໍາ​ຄັນ ​ເພື່ອ​ມາ​ສ້າງ​ຄວາມ​ຮັບ​ຮູ້, ຄວາມ​ເຂົ້າໃຈ​ເພີ່ມເຕີມໃຫ້​ແກ່​ ຂະແໜງ​ກວດກາແນວລາວ ສ້າງຊາດ​ຂັ້ນ​ເມືອງ  ແລະ ແຂວງ, ເປັນຕົ້ນ​ແມ່ນຄວາມ ຮູ້ພື້ນຖານ​ກ່ຽວ​ກັບ​ວຽກ​ງານ​ກວດກາ​ຂອງ​ພັກ, ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ວຽກ​ງານ​ກວດກາລັດ; ວຽກ​ງານ​ຄົ້ນ​ຄວ້າ​ແກ້​ໄຂ​ຄໍາ​ຮ້ອງ​ຟ້ອງ, ຮ້ອງທຸກ ແລະ ຄໍາ​ສະເໜີ; ການ​ສ້າງ​ເອກະສານ​ກ່ຽວ​ກັບ​ວຽກ​ງານ​ກວດກາ; ວຽກ​ງານ​ການ​ຕິດ​ຕາມ​-​ກວດກາ​ແນວ​ລາວ​ສ້າງ​ຊາດ; ກົດໝາຍ​ວ່າ​ດ້ວຍ​ແນວ​ລາວ​ສ້າງ​ຊາດ (ສະບັບ​ປັບ​ປຸງ) ແລະ ຂໍ້​ກໍາ​ນົດ​ວ່າ​ດ້ວຍ​ການ​ຄົ້ນຄວ້າ​ພິຈາລະນາ​ແກ້​ໄຂຄຳ​ຮ້ອງ​ຟ້ອງ, ຮ້ອງທຸກ ແລະ ຄໍາ​ສະ​ເໜີ. ນອກຈາກ​ນີ້​ແລ້ວ​ກອງ​ປະຊຸມ ຍັງ​ໄດ້​ປະ​ກອບ​ຄໍາ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ຕໍ່​ຫົວຂໍ້​ດັ່ງ​ກ່າວ. ໃນ​ໂອກາດ​ນີ້, ທ່ານ ນາງ ຄໍາ​ຈັນ ພົມ​ແສງ​ສະຫວັນ ໄດ້​ມອບ​ຄອມ​ພິວ​ເຕີ​ຈໍາ​ນວນ​ໜຶ່ງ​ໃຫ້​ແກ່​ແນວ​ລາວ​ສ້າງ​ຊາດ​ເມືອງ. 
 (ຂ່າວ​-​ພາບ: ສນຊ)
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com