Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຈະເປີດຂຶ້ນໃນວັນທີ 1 ພະຈິກນີ້ ແລະ ຈະດຳເນີນໄປ ຈົນເຖິງວັນທີ 17 ພະຈິກ ຊຶ່ງຈະ ໄດ້ພິຈາລະນາແລະຮັບຮອງເອົາຫຼາຍບັນຫາສຳຄັນຂອງຊາດ.
ທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈຳສະ ພາແຫ່ງຊາດຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 28 ຕຸລານີ້ທີ່ສະພາແຫ່ງຊາດວ່າ: ກອງປະ ຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ເປີດຂຶ້ນໃນວັນທີ 1 ພະຈິກ 2021 ແລະ ຈະດຳເນີນໄປເຖິງ ວັນທີ 17 ພະຈິກ 2021 ທີ່ຫ້ອງ ປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ຊຶ່ງຈະໃຊ້ເວລາດຳເນີນກອງປະຊຸມ ທັງໝົດ 15 ວັນ, ເນື່ອງຈາກສະ ພາບການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດໃນຊຸມຊົນ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ຈຶ່ງຕົກ ລົງຫຼຸດເວລາຈາກ 20 ວັນ ມາເປັນ 15 ວັນ.
ກອງປະຊຸມຄັ້ງນີ້ ຈະໄດ້ພິ ຈາລະນາ ແລະ ຮັບຮອງເອົາບັນ ຫາສຳຄັນພື້ນຖານຂອງປະເທດຊາດຄື:
1. ວຽກງານຂອງລັດຖະບານ
(1). ບົດລາຍງານໂດຍສັງ ເຂບຂອງທ່ານນາຍົກລັດຖະ ມົນຕີກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງ ລັດ ປະຈຳປີ 2021 ແລະ ແຜນ ການປະຈຳປີ 2022;
(2). ບົດລາຍງານຂອງລັດ ຖະບານກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022;
(3). ບົດລາຍງານຂອງລັດ ຖະ ບານກ່ຽວກັບການຈັດຕັ້ງປະ ຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022;
(4). ບົດລາຍງານຂອງລັດ ຖະບານກ່ຽວກັບແຜນພັດທະ ນາພະລັງງານໄຟຟ້າຂອງ ສປປລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າແລະ ບໍ່ແຮ່ 5 ປີ (2021-2025);
(5). ບົດລາຍງານຂອງລັດ ຖະບານກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025).
1. ວຽກງານຂອງອົງການກວດສອບແຫ່ງລັດ ແລະ ອົງ ການກວດກາແຫ່ງລັດ
1). ບົດລາຍງານຂອງອົງ ການກວດສອບແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນການ ປະຈຳປີ 2022;
2). ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ປະຈໍາປີ 2020 ຂອງອົງການກວດສອບແຫ່ງລັດ;
3). ບົດລາຍງານຂອງອົງ ການກວດກາແຫ່ງລັດກ່ຽວກັບ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການ ປະຈຳ ປີ 2022;
4). ບົດລາຍງານການ ກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດປະຈຳປີ 2019.
2. ວຽກງານຂອງສານປະ ຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ
(1). ບົດລາຍງານຂອງສານປະຊາຊົນສູງສຸດກ່ຽວກັບ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນການປະຈຳປີ 2022;
(2). ບົດລາຍງານຂອງອົງ ການໄອຍະການປະຊາຊົນສູງ ສຸດກ່ຽວກັບການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນ ການປະຈຳປີ 2022;
(3). ພິຈາລະນາ, ຮັບຮອງ ເອົາການສະເໜີແຕ່ງຕັ້ງສະມາ ຊິກສະພາຜູ້ພິພາກສາຂອງສານ ປະຊາຊົນສູງສຸດ.
3. ວຽກງານຂອງສະພາແຫ່ງຊາດ
ບົດລາຍງານຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນການປະຈຳປີ 2022.
4. ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດ ໝາຍ ຈຳນວນ11ສະບັບ ໃນນີ້:
4.5.1. ຮ່າງກົດໝາຍສ້າງໃໝ່ 4 ສະບັບຄື:
(1). ຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ;
(2). ຮ່າງກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດ;
(3). ຮ່າງກົດໝາຍ ວ່າດ້ວຍເຕັກໂນໂລຊີລະດັບສູງ;
(4). ຮ່າງກົດໝາຍ ວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງ ແຜນທີ່.
4.2. ກົດໝາຍປັບປຸງ 7 ສະ ບັບຄື:
(1). ກົດໝາຍ ວ່າດ້ວຍລັດ ຖະບານ;
(2). ກົດໝາຍ ວ່າດ້ວຍງົບ ປະມານແຫ່ງລັດ;
(3). ກົດໝາຍ ວ່າດ້ວຍການສ້າງນິຕິກຳ;
(4). ກົດໝາຍ ວ່າດ້ວຍການປະຕິບັດຄຳຕັດສິນຂອງສານ;
(5). ກົດໝາຍ ວ່າດ້ວຍການຄວບຄຸມຢາສູບ;
(6). ກົດໝາຍ ວ່າດ້ວຍໂທ ລະຄົມມະນາຄົມ;
(7). ກົດໝາຍ ວ່າດ້ວຍມໍລະ ດົກແຫ່ງຊາດ;
5. ມະຕິກອງປະຊຸມສະ ພາແຫ່ງຊາດ ລວມມີ 22 ສະບັບ
1). ມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງລັດ ຖະບານກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022;
2). ມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງລັດ ຖະບານກ່ຽວກັບການຈັດຕັ້ງປະ ຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈຳປີ 2021 ແລະ ແຜນການປະຈຳ ປີ 2022;
3). ມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງລັດ ຖະບານກ່ຽວກັບແຜນພັດທະນາ ພະລັງງານໄຟຟ້າຂອງ ສປປລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າແລະ ບໍ່ແຮ່ 5 ປີ (2021-2025);
4). ມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງລັດ ຖະບານກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນ ພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025);
5). ມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງອົງ ການກວດສອບແຫ່ງລັດກ່ຽວ ກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນການປະຈຳປີ 2022; ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020;
6). ມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງອົງ ການກວດກາແຫ່ງລັດກ່ຽວກັບ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນການປະຈຳປີ 2022; ການກວດກາຕາມຜົນ ການກວດສອບບົດສະຫຼຸບຂາດ ຕົວການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດປະຈຳປີ 2019;
7). ມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງສານ ປະຊາຊົນສູງສຸດກ່ຽວກັບການ ຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານປະຈຳປີ 2021 ແລະ ແຜນການປະຈຳປີ 2022;
8). ມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ;
9). ມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງອົງ ການໄອຍະການປະຊາຊົນສູງ ສຸດກ່ຽວກັບການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນ ການ ປະຈຳປີ 2022;
10). ມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາບົດລາຍງານຂອງສະ ພາແຫ່ງຊາດກ່ຽວກັບການຈັດ ຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານປະຈຳປີ 2021 ແລະ ແຜນການປະຈຳປີ 2022;
11). ມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບ ຮອງເອົາກົດໝາຍຈຳນວນ 12 ສະບັບ.
ຄະນະເລຂາທິການສະພາ ແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາ ຊົນທີ່ຈະສົ່ງໄປຍັງກອງປະຊຸມ: ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:
ສາຍດ່ວນ: 156 ຮັບໃຊ້ກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.
ອີເມວ: nalao.156@gmail.com
(ຂ່າວ-ພາບ: ສຸກສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com