Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ລັດວິສາຫະກິດ ການບິນ ລາວ ຈະເປີດຖ້ຽວບິນນະຄອນ ຫຼວງວຽງຈັນ-ນະຄອນດານັງ- ວຽງຈັນໃນທ້າຍເດືອນມີນາ 2020 ທີ່ຈະມາເຖິງນີ້ ເພື່ອແນ ໃສ່ໃນການເຊື່ອມຈອດການ ທ່ອງທ່ຽວ ລະຫວ່າງ ນະຄອນ ຫຼວງວຽງຈັນ ແລະ ນະຄອນດານັງ ສສ ຫວຽດນາມ, ການຖະແຫຼງ ຂ່າວເປີດຖ້ຽວບິນດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 13 ກຸມພາຜ່ານມາທີ່ລັດວິສາຫະກິດດັ່ງກ່າວ
ທ່ານ ພົນຈັດຕະວາ ບຸນມາ ຈັນທະວົງສາ ຜູ້ອຳນວຍການ ລັດວິສາຫະກິດ ການບິນລາວກ່າວວ່າ: ເພື່ອຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ທີ່ເດີນທາງເຂົ້າໄປທ່ອງທ່ຽວ ສສ ຫວຽດນາມ ແລ້ວມີຈຸດປະສົງຢາກເຂົ້າມາ ທ່ອງທ່ຽວ ຢູ່ ສປປ ລາວ ພວກເຮົາພ້ອມທີມງານຈຶ່ງໄດ້ສຶກ ສາຄວາມເປັນໄປໄດ້ໃນການເຊື່ອມຈອດການທ່ອງທ່ຽວ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນດານັງ ແຫ່ງ ສສ ຫວຽດນາມ ແລະ ເຫັນໄດ້ ວ່າມີຄວາມຕ້ອງການຂອງການທ່ອງທ່ຽວ ຈຶ່ງໄດ້ຕົກລົງເປີດຖ້ຽວບິນໄປຍັງເມືອງດັ່ງ ກ່າວ, ເມື່ອກ່ອນການບິນລາວ ພວກເຮົາກໍໄດ້ເປີດຖ້ຽວບິນ ໄປຍັງນະຄອນດານັງ ແລ້ວໃນປີ 2009 ແຕ່ຍ້ອນການຂະຫຍາຍຕົວຂອງນັກທ່ອງທ່ຽວໃນເວລານັ້ນຍັງບໍ່ທັນສູງ ຈຶ່ງໄດ້ປິດລົງ. ຕໍ່ແຜນການນີ້ ບໍລິສັດການບິນລາວເຮົາຈຶ່ງໄດ້ເປີດຖ້ຽວບິນນະຄອນຫຼວງວຽງຈັນ-ນະຄອນດານັງ-ວຽງຈັນ ຈະໄດ້ເລີ່ມຕົ້ນເປີດບິນຢ່າງເປັນທາງການ ໃນວັນທີ 29 ມີນາ 2020 ນີ້ ໂດຍຈະບິນຂຶ້ນຈາກວຽງຈັນ ເວລາ 11:10 ໂມງ ແລະ ຮອດ ດານັງເວລາ 12:50 ໂມງ ແລະ ອອກຈາກດານັງເວລາ 13:50 ໂມງ ຮອດວຽງຈັນ ເວລາ 15:35 ໂມງ. ການບິນຈະໃຊ້ເວລາ 1 ຊົ່ວໂມງ 40 ນາທີ ໂດຍນຳໃຊ້ເຮືອບິນ ATR72 ແລະ ໃນອະ ນາຄົດຖ້າເຫັນວ່າມີຄວາມຕ້ອງ ການຂອງຕະຫຼາດສູງທາງລັດວິສາຫະກິດຂອງພວກເຮົາກໍຈະເປີດຖ້ຽວບິນເພີ່ມ ຂຶ້ນ ແລະ ນຳໃຊ້ເຮືອບິນ A320.
ທ່ານກ່າວຕື່ມວ່າ: ການເປີດທ່ຽວບິນນີ້ນອກຈາກຈະ ເປັນການຮັບຮອງການທ່ອງ ທ່ຽວແລ້ວຍັງຈະສ້າງຄວາມສະດວກໃຫ້ແກ່ການໄປມາ ຫາສູ່ ລະຫວ່າງປະຊາຊົນສອງຊາດພວກເຮົາ ໂດຍສະເພາະບັນດານັກທຸລະກິດຂອງສອງປະເທດທີ່ໄດ້ດຳເນີນທຸລະກິດ ໃນ ສສ ຫວຽດນາມ ແລະ ສປປ ລາວ, ນະຄອນດານັງໃນປັດຈຸບັນເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ຂອງຫວຽດນາມ ແລະ ມີນັກທ່ອງທ່ຽວສົນໃຈມາທ່ອງທ່ຽວເປັນຈຳນວນຫຼາຍລ້ານຄົົນ ໃນແຕ່ລະປີ ແລະ ມີຫຼາຍສາຍການບິນເປີດຖ້ຽວບິນມານະ ຄອນດານັງ ຊຶ່ງກໍເປັນໂອກາດທີ່ດີສຳລັບການບິນລາວໃນການເປີດຖ້ຽວບິນໄປເມືອງດັ່ງກ່າວ ເພື່ອຈະເຮັດໃຫ້ນັກທ່ອງທ່ຽວສາມາດເດີນທາງມາທ່ອງທ່ຽວ ຕໍ່ໃນປະເທດເຮົາພາຍຫຼັງທີ່ທ່ອງທ່ຽວຢູ່ນະຄອນດານັງ.
(ຂ່າວ:ສຳນານ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com