Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສອງເຂດຈຸດສຸມພັດທະນາ ເມືອງທ່າແຕງ ຮັບຟັງການເຜີຍແຜ່ ເອກະສານສຳຄັນຂອງພັກ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 17/02/2020 09:26:28 ຈຳ​ນວນ​​ຢ້ຽມ​ຊົມ 454 ຄັ້ງ

ເມື່ອບໍ່​ດົນ​ຜ່ານ​ມາ, ທ່ານ ສົມ​ເພັດ  ເອິດ​ລັດດາ  ເລຂາ​ພັກ​ເມືອງ​ທ່າ​ແຕງ ພ້ອມ​ຄະນະ ໄດ້​ເຜີຍແຜ່​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງ ຄະ​ນະ​ພັກ​ເມືອງ​ທ່າ​ແຕງ​ ຄັ້ງທີ VI ຕິດ​ພັນ​ກັບ​ເອກະ​ສານ​ສໍາ​ຄັນ​ຂອງ​ພັກ​ໃຫ້​ຄະນະ​ພັກຮາກ ​ຖານ​ບ້ານ, ມີ​ຫົວ​ໜ້າ​-​ຮອງຈຸ ພ້ອມ​ດ້ວຍ​ສະມາຊິກພັກ​  ແລະ ​ຫົວໜ້າ​ຊາວ​ໜຸ່ມ, ແມ່ຍິງ, ປກສ-ປກຊ ຂັ້ນ​ບ້ານ​ໃນ​ສອງ​ເຂດ​ຈຸດ​ສຸມ​ພັດທະນາ​ຄື:  ເຂດ​ທີ 4 ແລະ ເຂດ​ທີ 6 ໂດຍ​ມີ​ຫົວໜ້າ​ສອງ​ເຂດ​ຈຸດ​ສຸມ​ພັດທະນາ​ເຂົ້າ​ຮ່ວມ.
ການ​ລົງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ​່ຜູ້​ແທນ​ອົງຄະ​ນະ​ພັກ​ເມືອງ​ທ່າ​ແຕງ​ຄັ້ງ​ທີ VI ຕິດ​ພັນ​ກັບ​ເອກະ​ສານ​ສໍາ​ຄັນ​ຂອງ​ພັກ​ຄັ້ງ​ນີ້  ໄດ້​ແບ່ງ​ອອກ​ເປັນ 2 ຈຸ ຊຶ່ງ​ຈຸ​ທີ 1 ນໍາ​ໂດຍ​ທ່ານ ສົມ​ເພັດ ເອິດ​ລັດດາ  ເຈົ້າເມືອງທ່າ​ແຕງ ພ້ອມ​ຄະນະລົງ​ຜັນ​ຂະຫຍາຍ​ຢູ່​ເຂດ​ຈຸດ​ສຸມ​ພັດທະນາ​ທີ 6 ແລະ ຈຸ​ທີ 2 ນໍາ​ໂດຍ​ທ່ານ  ແສງ​ລາຕີ​ຫຼອມ​ຍະ​ເດດ  ຮອງ​ເລຂາ​ພັກ​ເມືອງທ່າ​ແຕງ​  ພ້ອມ​ຄະນະ ລົງ​ຜັນ​ຂະຫຍາຍ​ຢູ່​ເຂດ​ຈຸດ​ສຸມ​ພັດທະນາ​ທີ  4  ຊຶ່ງ​ຄະນະ​ພັກ​ຮາກ​ຖານ​ບ້ານ, ຫົວ​ໜ້າ​-​ຮອງ​ຈຸ  ພ້ອມ​ດ້ວຍ​ສະມາຊິກ​ພັກ ຕະຫຼອດ​ຮອດ​ຫົວໜ້າ​ຊາວ​ໜຸ່ມ, ແມ່ຍິງ,  ປກສ-ປກຊ ຂັ້ນ​ບ້ານ​ໃນ​ສອງ​ເຂດ​ຈຸດ​ສຸມ​ດັ່ງກ່າວຈະ​ ໄດ້​ຮັບ​ຮູ້, ເຂົ້າໃຈ ແລະ ໄດ້​ກໍາ​ແໜ້ນ​ຢ່າງ​ລະອຽດ​ຈະແຈ້ງ, ເລິກເຊິ່ງ    ເພື່ອ​ຄວາມ​ເປັນເອກະ​ ພາບ​ທາງ​ດ້ານ​ທັດສະນະ​ຊີ້​ນໍາໆ​ພາ ບົນ​ພື້ນຖານ​ການ​ຫັນປ່ຽນ​ແບບແຜນ​ວິ​ທີ​ນໍາ​ພາໃຫ້​ຄຽງ​ຄູ່​ກັບ​ແຜນການ  ແລະ  ແຜນ​ງານ​ອັນ​ລະອຽດຕໍ່​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ​່ຜູ້​ແທນ​ອົງຄະ​ນະ​ພັກ​ເມືອງ​ທ່າ​ແຕງ​  ຄັ້ງ​ທີ VI, ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ ເປີດ​ກວ້າງ ​ຄັ້ງ​ທີ 9 ສະໄໝ​ທີ IX ແລະ ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະໄໝ​ທີ X ຊຶ່ງ​ຕໍ່ໜ້າ​ນີ້ ຍັງ​ຈະ​ສືບຕໍ່​ລົງ​ຜັນ​ຂະຫຍາຍ​ຕື່ມ​ອີກ​ຢູ່​ບັນດາ​ເຂດ​ຈຸດ​ສຸມ​ພັດທະນາ​ໃນ​ທົ່ວ​ເມືອງ​ທ່າ​ແຕງ​ໃຫ້​ສໍາ​ເລັດ​ໂດຍ​ພື້ນ​ຖານ. 
ໂອກາດ​ນີ້ ທ່ານ ສົມ​ເພັດ ເອິດ​ລັດດາ  ແລະ  ທ່ານ ແສງ​ລາຕີ ຫຼອມ​ຍະ​ເດດ ໄດ້​ຜັດປ່ຽນ​ກັນ​ມີ​ຄໍາ​ຄິດຄຳ​ເຫັນ  ແລະ ຮຽກຮ້ອງ​ໃຫ້​ຄະນະ​ພັກ ແລະ ສະມາຊິກ​ພັກ​ໃນ​ສອງ​ເຂດ​ທີ 4 ແລະ ເຂດ​ທີ 6 ຈົ່ງ​ນໍາ​ເອົາ​ບັນດາ​ເນື້ອ​ໃນ​ເອກະສານ​ທີ່​ໄດ້​ຮັບ​ຮູ້​ເຂົ້າໃຈ​ໄປ​ຈັດ​ຕັ້ງ​ປະຕິບັດ​ຢູ່​ຂັ້ນ​ຮາກ​ຖານ​ຂອງ​ຕົນ​ໃຫ້​ເຂັ້ມແຂງ, ໜັກ​ແໜ້ນ, ເພີ່ມ​ທະວີ​ການ​ນໍາ​ພາ​ແກ້​ໄຂ​ຄວາມທຸກ​ຍາກ​ທາງ​ດ້ານ​ເສດຖະກິດ, ວັດ​ທະ​ນະ​ທໍາ-​ສັງຄົມ, ສອງ​ກໍາ​ລັງ​ປະກອບ​ອາວຸດ ເພື່ອ​ຄວາມ​ເປັນ​ເອກະ​ພາບ​ຕາມ​ທິດ​ທາງ, ວິທີ​ການ, ມາດ​ຕະການ​ທີ່​ຂັ້ນ​ເທິງ​ວາງ​ອອກ, ສ້າງ​ຄວາມ​ເຂັ້ມແຂງ​ເຂົ້າ​ໃນ​ການ​ປູກ​ຝັ່ງ​-​ລ້ຽງສັດ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ດີ​ຂຶ້ນ ໂດຍ​ຖືກຕ້ອງ​ຕາມ​ລະບຽບ​ການ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ອັນ​ໜັກ​ແໜ້ນ​ທົ່ວ​ສັງຄົມ ຕໍ່​ພາລະກິດ​ປ່ຽນແປງໃໝ່​ພາຍ​ໃຕ້​ການ​ນໍາ​ພາ​ຂອງ​ພັກ​ໃຫ້​ຖືກຕ້ອງ ແລະ ແທດເໝາະ​ກັບ​ສະພາບ​ຕົວ​ຈິງ, ຢຶດ​ໝັ້ນ​ຕາມ 4 ເນື້ອ​ໃນ 4 ຄາດ​ດ​ໝາຍ, ຕັ້ງໜ້າ​ຜັນ​ຂະຫຍາຍ, ຈັດ​ຕັ້ງ​ປະຕິບັດ​ບັນດາ​ມະຕິ ເພື່ອ​ເຮັດ​ໃຫ້ການ​ພັດທະນາ​ໃນ​ແຕ່​ລະ​ວຽກ​ງານ​ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ​ຢູ່​ຂັ້ນ​ຮາກ​ຖານ​ບ້ານ​ໃຫ້​ບັນລຸ​ຕາມ​ລະດັບ​ຄາດ​ໝາຍ. 
(ຂ່າວ: ພອນ ບຸນ​ອຸທິດ) 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com