Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຫວ່າງບໍ່ດົນຜ່ານມາ ພະແນກແຜນການ ແລະ ການລົງ ທຶນ ແຂວງສາລະວັນ ໄດ້ຈັດພິ ທີປາຖະກະຖາວັນສ້າງຕັ້ງກຳ ມະບານລາວ ຄົບຮອບ 64 ປີ (1 ມັງກອນ 1956-1 ມັງກອນ 2020) ທີ່ຫ້ອງປະຊຸມຂອງພະແນກໃຫ້ກຽດເຂົ້າຮ່ວມໂດຍທ່ານຮອງຫົວໜ້າພະແນກ, ຫົວ ໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານ ລັດຖະກອນ ແລະ ສະມາຊິກກຳມະບານພາຍໃນພະແນກເຂົ້າຮ່ວມ.
ທ່ານ ບຸນທະວີ ພີມມະສານ ຮອງປະທານສະຫະພັນກຳມະບານແຂວງກໍໄດ້ບັນ ຍາຍ ແລະ ຍົກໃຫ້ເຫັນເຖິງ ການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວຂອງອົງການ ຈັດຕັ້ງກຳມະບານລາວກ່ອນ ປົດປ່ອຍ ແລະ ຫຼັງປົດປ່ອຍ, ພ້ອມດ້ວຍມູນເຊື້ອອັນດີງາມໃນໄລຍະຜ່ານມາຂອງອົງ ການຈັດຕັ້ງກຳມະບານລາວ ໂດຍສະເພາະກໍແມ່ນການປະ ກອບສ່ວນໃນການປົກປັກຮັກ ສາ ແລະ ພັດທະນາສ້າງສາປະ ເທດຊາດ, ຍາມໃດກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກກໍໄດ້ເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ແລະ ຕີລາຄາສູງຕໍ່ການຈັດຕັ້ງເຄື່ອນໄຫວວຽກງານຂອງອົງ ການຈັດຕັ້ງກຳມະບານລາວໃນ ນາມທີ່ເປັນຕົວແທນແຫ່ງ ການປົກປ້ອງສິດຜົນປະໂຫຍດອັນ ຊອບທຳຂອງຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງງານລາວ ເພື່ອເຮັດໃຫ້ສໍາເລັດຕາມຄາດໝາຍສູ້ຊົນໃນແຕ່ລະໄລຍະ ໂດຍສະເພາະກໍແມ່ນການປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງຕ່າງໆຂອງພັກ ປະຊາຊົນ ປະຕິວັດລາວໃນແຕ່ລະໄລຍະ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ ເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກ ຄວາມທຸກຍາກໄດ້ເທື່ອລະ ກ້າວຕາມແນວທາງຂອງພັກ- ລັດວາງອອກໃນຕໍ່ໜ້າ ຊຶ່ງຍາມໃດສະມາຊິກກໍາມະບານລາວ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວໃນທົ່ວປະເທດກໍໄດ້ປະກອນສ່ວນໂດຍກົງໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ພ້ອມທັງສ້າງຄວາມຮັ່ງມີເຂັ້ມແຂງໃຫ້ແກ່ປະເທດຊາດ, ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ແລະທັງເປັນຜູ້ສ້າງລາຍໄດ້ຕົວຈິງໃຫ້ແກ່ຕົນເອງ ທັງນີ້ກໍເພື່ອເປັນການສ້າງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວໃຫ້ມີຄວາມຮູ້, ຄວາມສາ ມາດທຽບທັນກັບທ່າອ່ຽງຂອງຍຸກສະໄໝ ເພື່ອພັດທະນາ ແລະ ສ້າງສາປະເທດຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.
( ພາບ-ຂ່າວ: ສິດຕາ ເພັດວົງສາ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com