Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວິທະຍຸກະຈາຍສຽງຫວຽດ ນາມລາຍງານວ່າ: ຖະແຫຼງ ການປະທານກ່ຽວກັບເລື່ອງ ອາຊຽນ ຮ່ວມກັນຮັບມືກັບເຊື້ອພະຍາດ Covid - 19 ໂດຍທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມ ປະກາດໃຊ້ ພາຍຫຼັງປຶກສາຫາລືກັບບັນດາປະເທດສະມາຊິກ ອາຊຽນ, ໃນສະພາບການທີ່ເຊື້ອພະຍາດດັ່ງກ່າວ ມີການຜັນແປຢ່າງສັບສົນ.
ຂ່າວລະບຸວ່າ: ຖະແຫຼງ ການດັ່ງກ່າວ, ໄດ້ສະແດງຄວາມວິຕົກກັງວົນຂອງການນໍາບັນດາປະເທດ ອາຊຽນ ຕໍ່ການຜັນແປຂອງເຊື້ອພະຍາດ Covid-19. ພ້ອມທັງເນັ້ນໜັກເຖິງຄວາມສາມັກຄີຂອງ ອາຊຽນ ໃນການຮ່ວມແຮງຮ່ວມໃຈກັນຄວບຄຸມ ແລະ ສະກັດກັ້ນການແຜ່ລາມຂອງເຊື້ອພະຍາດ Covid-19, ຮັບປະກັນໃຫ້ປະຊາຊົນມີຊີວິດທີ່ສະຫງົບສຸກ. ນອກຈາກນັ້ນ, ຖະແຫຼງການສະບັບດັ່ງກ່າວ ກໍໄດ້ເນັ້ນໜັກວ່າ: ບັນດາປະເທດ ອາຊຽນ ຈະສືບຕໍ່ຮັກສານະໂຍບາຍເປີດປະຕູ; ເຫັນດີເປັນເອກະພາບຕໍ່ການສົມທົບໃນວຽກງານກວດກາສາທາລະນະສຸກຢູ່ດ່ານຊາຍແດນແຫ່ງຕ່າງໆຂອງບັນດາປະເທດສະມາຊິກ; ຮຽກຮ້ອງໃຫ້ບັນດາອົງການຕາງໜ້າທາງການທູດຂອງບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ປະເທດທີ 3, ໜູນຊ່ວຍດ້ານກົງສູນໃຫ້ພົນລະເມືອງ ອາຊຽນ ໃນກໍລະນີຈໍາເປັນ ກໍຄືຮ່ວມມືກັນຢ່າງມີປະສິດທິຜົນສະກັດກັ້ນການເຜີຍແຜ່ຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງກ່ຽວກັບເຊື້ອພະຍາດ Covid - 19. ໃນບົດບາດເປັນປະທານສະພາປະສານງານ ອາຊຽນ (ACC), ຫວຽດນາມ ສະເໜີຈັດຕັ້ງກອງປະຊຸມພິເສດຂອງ ACC ແລະ ສົມທົບກັບ ຈີນ ຈັດກອງປະຊຸມພິເສດ ລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ເນື່ອງໃນໂອກາດ ຈັດກອງປະຊຸມ ລັດຖະມົນຕີການຕ່າງປະເທດ ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ຢູ່ ນະຄອນຫຼວງວຽງຈັນ ແຫ່ງສປປ ລາວ ໃນເດືອນມີນານີ້ ເພື່ອປຶກສາຫາລືກ່ຽວກັບການຮ່ວມກັນຮັບມືກັບເຊື້ອພະຍາດ Covid - 19.
ຖະແຫຼງການລະບຸວ່າ: ອາຊຽນ ສະໜັບສະໜູນຄວາມພະຍາຍາມອັນໃຫຍ່ຫຼວງຂອງລັດຖະບານ ແລະ ປະຊາຊົນຈີນ ພ້ອມທັງປະເທດຕ່າງໆໃນໂລກ ເພື່ອຕໍ່ຕ້ານພະຍາດ Covid - 19, ອາຊຽນ ໄດ້ດຳເນີນການຮ່ວມມືກັບຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກ່ຽວກັບການປ້ອງກັນຄວບຄຸມພະຍາດເທື່ອນີ້, ພ້ອມທັງຕົກລົງເພີ່ມທະວີການແລກປ່ຽນຂໍ້ມູນ, ບົດຮຽນ ແລະ ແຜນການ ລະຫວ່າງ ປະເທດສະມາຊິກອາຊຽນ, ລະຫວ່າງອາຊຽນ ກັບ ປະເທດຕ່າງໆເຊັ່ນ: ຈີນອົງການອະນາໄມໂລກ ຫຼື WHO ເປັນຕົ້ນ.
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
12/08/2020 11:39:01
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com