Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສປປ ລາວ ພ້ອມເປັນເຈົ້າພາບຈັດກອງປະຊຸມລັດ ຖະມົນຕີຕ່າງປະເທດແມ່ນຳ້ຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ - ຈີນ ສະໄໝພິເສດ ຈະຈັດຂຶ້ນໃນ ວັນທີ 20 ກຸມພານີ້ ທີ່ນະຄອນ ຫຼວງວຽງຈັນ ຊຶ່ງຈະໄດ້ພິຈາ ລະນາຫຼາຍບັນຫາສຳຄັນ.
ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ຖະແຫຼງ ຂ່າວກ່ຽວກັບການກະກຽມເປັນເຈົ້າພາບຈັດກອງປະຊຸມລັດ ຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້ລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ- ຈີນ ສະ ໄໝພິເສດຕໍ່ສື່ມວນຊົນ ໃນວັນທີ 18 ກຸມພານີ້ ທີ່ກະຊວງການຕ່າງປະເທດໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ແມ່ນເພື່ອທົບທວນຄືນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 2, ກອງປະຊຸມລັດຖະ ມົນຕີຕ່າງປະເທດແມ່ນໍ້າຂອງ -ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ແຜນປະຕິບັດງານ 5 ປີ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2022) ແລະ ຈະໄດ້ຮ່ວມກັນປຶກສາຫາລືໃນການວາງທິດທາງການຮ່ວມມືໃນຕໍ່ໜ້າໂດຍແນໃສ່ການຮ່ວມກັນພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດພາກພື້ນແມ່ນໍ້າຂອງບົນພື້ນ ຖານ 3 ເສົາຄໍ້າ (ການເມືອງ-ຄວາມໝັ້ນຄົງ; ການພັດທະນາ ເສດຖະກິດ; ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນ ໃນພາກພື້ນແມ່ນໍ້າຂອງ) ແລະ 5 ຂົງເຂດບຸລິມະສິດ (ການບໍລິຫານຊັບພະຍາກອນນໍ້າ; ການພັດທະນາກະສິກໍາ ແລະ ລຶບລ້າງຄວາມທຸກຍາກ; ການເຊື່ອມໂຍງ ແລະ ເຊື່ອມຈອດ; ສ້າງຂີດຄວາມສາມາດໃນການຜະລິດ ແລະ ເສດຖະກິດຂ້າມຊາຍແດນ.
ນອກຈາກນີ້, ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ຍັງເປັນການກະກຽມໃຫ້ແກ່ກອງປະຊຸມຜູ້ນຳ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນເດືອນມີນາ 2020 ທີ່ ນະຄອນຫຼວງວຽງຈັນ.
ເອກະສານສໍາຄັນ ທີ່ຈະພິຈາລະນາຮັບຮອງເອົາໃນກອງປະຊຸມ ຄັ້ງນີ້ ມີ 1 ສະບັບ ຄື: ບົດຖະແຫຼງຂ່າວຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 (Joint Press Communique of the 5th Mekong-Lancang Cooperation Foreign Ministers’ Meeting). ພ້ອມທັງ ຮັບຊາບເອກະສານຄັດຕິດ ຈໍານວນ 3 ສະບັບຄື: 1). ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ, 2). ຕາຕະລາງຕິດຕາມ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຮ່ວມມື ແລະ 3). ບົດແນະນໍາ ຂອງສູນຄົ້ນຄວ້າແມ່ນໍ້າຂອງ ສາກົນກ່ຽວກັບການສ້າງແລວພັດທະນາເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ພາຍຫຼັງສຳເລັດກອງປະຊຸມ ກໍຈະມີກອງປະຊຸມຖະແຫຼງຂ່າວຂອງປະທານຮ່ວມຄືທ່ານລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດແຫ່ງ ສປ ຈີນ.
ສຳລັບກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດມີຈຸດປະສົງເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຮ່ວມກັນລະ ຫວ່າງອາຊຽນ ແລະ ຈີນ ໃນການຊອກຫາຊ່ອງທາງ, ລວມທັງແລກປ່ຽນບົດຮຽນທີ່ດີ ແລະ ກຳນົດມາດຕະການໃນການຕ້ານ ແລະ ຮັບມືການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກໂຄໂຣ ນາສາຍພັນໃໝ່ (COVID-19).
ນອກຈາກນີ້ ຍັງຈະພິຈາ ລະນາຮັບຮອງເອົາຖະແຫຼງ ການຮ່ວມຂອງປະທານກ່ຽວກັບ ການຕ້ານ ແລະ ຮັບມືກັບການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄໂຣນາ ໄວຣັດ (COVID-19) ເພື່ອເປັນທິດທາງໃຫ້ແກ່ຂະແໜງການກ່ຽວຂ້ອງໄປຜັນຂະຫຍາຍຕໍ່ໄປ. ພາຍຫຼັງສຳເລັດກອງປະຊຸມຈະມີການຖະແຫຼງຂ່າວຂອງປະທານຮ່ວມກ່ຽວກັບຜົນຂອງກອງປະຊຸມ.
(ຂ່າວ-ພາບ : ສຸກສາຄອນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com