Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສຳນັກງານສະຖິຕິແຫ່ງຊາດຫວຽດນາມລະບຸວ່າ: ຫວຽດນາມ ຍັງແມ່ນປະເທດຈຸດໝາຍປາຍທາງດ້ານການລົງທຶນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍໃນເດືອນທຳອິດຂອງປີນີ້ມີກິດຈະການໃໝ່ໆເຂົ້າມາຈົດທະບຽນໃນນະຄອນຫຼວງຮ່າໂນ້ຍ ສູງເຖິງ 8.276 ແຫ່ງ. ເຖິງແມ່ນວ່າຈໍານວນບໍລິສັດທີ່ເຂົ້າມາຈົດທະບຽນຈະຫຼຸດລົງ 17,9% ເມື່ອທຽບແບບປີຕໍ່ປີ, ແຕ່ເງິນທຶນຂອງກິດຈະການທີ່ຈົດທະບຽນ ໂດຍລວມແມ່ນເພີ່ມຂຶ້ນປະມານ 76,8%, ຄິດເປັນມູນຄ່າບັນລຸ 267 ລ້ານໆດົງ (ສະກຸນເງິນຫວຽດນາມ) ຊຶ່ງຂະຫຍາຍຕົວສູງສຸດໃນຮອບ 4 ປີ.
ການທີ່ມີກິດຈະການໃໝ່ໆມາຈົດທະບຽນໜ້ອຍລົງ, ສ່ວນໜຶ່ງເປັນເພາະຢູ່ໃນໄລຍະເທດສະການກິນກຸດ (ບຸນປີໃໝ່ຫວຽດນາມ) ຊຶ່ງຖືວ່າເປັນເທດສະການສໍາຄັນ ແລະ ຖືວ່າເປັນງານສະຫຼອງທີ່ໃຫຍ່ທີ່ສຸດຂອງຫວຽດນາມ. ສ່ວນການມີແຫຼ່ງເງິນລົງທຶນເພີ່ມຂຶ້ນສ່ວນໃຫຍ່ແມ່ນເປັນເພາະບໍລິສັດທີ່ຈົດທະບຽນເປັນບໍລິສັດໃຫ້ບໍລິການທາງດ້ານການເງິນ, ບໍລິສັດປະກັນໄພ ທີ່ມີທຶນຈົດທະບຽນລວມທັງໝົດ 144 ລ້ານໆດົງ ຫຼື ຄິດເປັນອັດຕາສ່ວນປະມານ 53,9% ຂອງທຶນຈົດທະບຽນໂດຍລວມ. ອີກຢ່າງໜຶ່ງ, ການຈົດທະບຽນຂອງບໍລິສັດໃໝ່ ຈະເຮັດໃຫ້ເກີດການຈ້າງງານຈຳນວນ 84.500 ຕຳແໜ່ງຫຼຸດລົງປະມານ 21,7% ເມື່ອທຽບແບບປີຕໍ່ປີ.
ທະນາຄານເພື່ອການຮ່ວມມືສາກົນແຫ່ງຍີ່ປຸ່ນ (ເຈບິກ) ເຄີຍເຮັດການສຳຫຼວດກຸ່ມຕົວຢ່າງບໍລິສັດທີ່ກຳລັງພິຈາລະນາໂອກາດທາງທຸລະກິດໃນຕ່າງປະເທດ 588 ແຫ່ງ ໃນໄລຍະທ້າຍປີ 2019 ພົບວ່າ: ຫວຽດນາມ ເລື່ອນຂຶ້ນ 1 ອັນດັບ ຊຶ່ງກາຍເປັນປາຍທາງການລົງທຶນທີ່ໜ້າດຶງດູດໃຈຫຼາຍທີ່ສຸດອັນດັບທີ 3 ສຳລັບທຸລະກິດຍີ່ປຸ່ນ, ຮອງຈາກອິນເດຍ ແລະ ຈີນ. ຜົນການສຳຫຼວດຍັງຊີ້ໃຫ້ເຫັນວ່າ: 36,4% ຂອງທຸລະກິດຍີ່ປຸ່ນ ໃນຕ່າງປະເທດແມ່ນຫວຽດນາມ ເປັນຈຸດໝາຍປາຍທາງທີ່ໜ້າສົນໃຈທີ່ສຸດສຳລັບໄລຍະກາງ ແລະ ໄລຍະຍາວ, ເພີ່ມຂຶ້ນຈາກປີກ່ອນແມ່ນ 2,5%. ຂະນະທີ່ ອິນເດຍ ຖືກເລືອກຫຼາຍທີ່ສຸດເປັນອັນດັບ 1 ຢູ່ທີ່ 47,8%, ຮອງລົງມາຄື ຈີນ ແມ່ນ 44,6%. ສ່ວນໄທ ແມ່ນຢູ່ອັນດັບທີ 4 ກວມ 32,9% ຕາມມາດ້ວຍ ອິນໂດເນເຊຍ ແລະ ອາເມຣິກາ.
ເຈບິກ ລະບຸວ່າ: ບໍລິສັດຍີ່ປຸ່ນ ມີຄວາມໝັ້ນໃຈຫຼາຍຕໍ່ການເຕີບໂຕໃນອະນາຄົດຂອງຫວຽດນາມ ລວມທັງແຮງງານຄຸນນະພາບສູງ ແລະ ຄ່າຈ້າງແຮງງານຕ່ຳ ໂດຍສອດຄ່ອງກັບການລາຍງານຂອງໄພວໍເຕີ ເຮົາຄູເປີ ໃນໄລຍະທ້າຍເດືອນທັນວາຂອງປີທີ່ຜ່ານມາທີ່ໄດ້ເປີດເຜີຍບົດລາຍງານວ່າ: ການເຮັດທຸລະກິດຂ້າມຊາດໃນອາຊີ-ປາຊີຟິກ ປີ 2019-2020 ຜ່ານການສຳຫຼວດຄວາມຄິດເຫັນຜູ້ນຳທຸລະກິດຫຼາຍກວ່າ 1.000 ຄົນໃນປະເທດສະມາຊິກກຸ່ມການຮ່ວມມືທາງດ້ານເສດຖະກິດອາຊີ-ປາຊີຟິກພົບວ່າ: ຜູ້ນໍາທຸລະກິດຕ່າງໆໃນ ຫວຽດນາມ ແມ່ນເຫັນໄປໃນທາງບວກຫຼາຍກວ່າຜູ້ນຳທຸລະກິດໃນປະເທດສະມາຊິກອື່ນໆ ໂດຍຜູ້ນຳທຸລະກິດໃນຫວຽດນາມໝັ້ນໃຈວ່າ: ລາຍໄດ້ບໍລິສັດຈະເຕີບໂຕຂຶ້ນສູງທີ່ສຸດໃນຮອບ 5 ປີ. ຂະນະທີ່ຜູ້ນຳປະເທດອື່ນໆ ມີຄວາມເຊື່ອໝັ້ນພຽງແຕ່ 34%. ນອກຈາກນີ້, ຜູ້ນຳທຸລະກິດໃນຫວຽດນາມ 4 ໃນ 5 ຄົນ ຊີ້ບອກວ່າ: ມີແຜນເພີ່ມງົບປະມານດ້ານການພັດທະນາລະບົບອັດຕະໂນມັດ ແລະ ທັກສະແຮງງານ 80% ມີຄວາມເຊື່ອໝັ້ນວ່າ: ເຕັກໂນໂລຊີ ເປັນເຄື່ອງມືສຳຄັນທີ່ຈະນຳໄປສູ່ຄວາມສຳເລັດໃນການດຳເນີນທຸລະກິດ, ແຕ່ບໍ່ໄດ້ມີສະເພາະໃນນະຄອນຫຼວງຮ່າໂນ້ຍເທົ່ານັ້ນ ທີ່ພະຍາຍາມດຶງດູດບໍລິສັດຕ່າງຊາດເຂົ້າມາລົງທຶນ. ທາງການນະຄອນໂຮ່ຈິມິນ ກໍຍັງເດີນໜ້າສະໜັບສະໜູນການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອສ້າງເມືອງອັດສະລິຍະທີ່ເນັ້ນນະວັດຕະກຳ ແລະ ປັບປຸງຄຸນນະພາບຊີວິດຂອງຜູ້ຄົນໃນໂຮ່ຈິມິນໃຫ້ດີຂຶ້ນ.
ໃນໄລຍະຫຼາຍປີທີ່ຜ່ານ ມາ, ນະຄອນໂຮ່ຈິມິນ ມີບົດ ບາດຢ່າງຫຼວງຫຼາຍໃນການພັດທະນາເສດຖະກິດຂອງປະເທດ, ຊ່ວຍເຮັດໃຫ້ GDP ຂອງຫວຽດນາມ ຂະຫຍາຍຕົວໃນອັດຕາສ່ວນ 24%. ຊ່ວຍກະຕຸ້ນການເຕີບໂຕຂອງການຜະລິດດ້ານອຸດສາຫະກຳຄິດເປັນອັດຕາສ່ວນປະມານ 18% ແລະ ມີສ່ວນຊ່ວຍດ້ານການສົ່ງອອກຂອງປະເທດປະມານ 16% ແຕ່ນະຄອນໂຮ່ຈິມິນ ກໍມີຄວາມທ້າທາຍຫຼາຍດ້ານທີ່ອາດຈະເປັນອຸປະສັກຕໍ່ການຊຸກຍູ້ນະໂຍບາຍທີ່ເນັ້ນນະວັດຕະກຳນຳໜ້າ ໂດຍສະເພາະອັດຕາການເຕີບໂຕທາງດ້ານເສດຖະກິດຂອງປະເທດບໍ່ຍືນຍົງ ແລະ ປະຊາກອນຂະຫຍາຍຕົວຢ່າງວ່ອງໄວ.
ທ່ານ ຫງວຽນ ແທັງຟອງ ປະທານຄະນະກຳມະການພັກກອມມູນິດຂອງນະຄອນໂຮ່ຈິມິນ ກ່າວວ່າ: ການປັບປ່ຽນຮູບແບບການເຕີບໂຕທາງດ້ານເສດຖະກິດດ້ວຍການຫັນໄປເນັ້ນດ້ານນະວັດຕະກໍາ ແລະ ເຕັກໂນໂລຊີກ້າວໜ້າ ເປັນສິ່ງສຳຄັນທີ່ສຸດທີ່ຈະສ້າງຫຼັກປະກັນໄດ້ວ່າ ນະຄອນໂຮ່ຈິມິນ ຍັງພັດທະນາຕໍ່ໄປ ແລະ ຍັງມີບົດບາດນຳໜ້າ ໃນການກະຕຸ້ນເສດຖະກິດຂອງປະເທດ. ການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຊີຍຸກການປະຕິວັດອຸດສາຫະກຳ 4,0 ທີ່ມາພ້ອມກັບເຕັກໂນໂລຊີປະເພດຕ່າງໆເຊັ່ນ: ບິກດາຕ້າ, ປັນຍາປະດິດ (AI) ແລະ ອິນເຕີເນັດ (IOT) ເພີ່ມໂອກາດໃຫ້ກັບນະຄອນໂຮ່ຈິມິນ ຢ່າງຫຼວງຫຼາຍທີ່ຈະເດີນໜ້າແຜນການຕາມທີ່ກຳນົດໄວ້ ເພື່ອກ້າວຂຶ້ນມາເປັນເມືອງອັດສະລິຍະໃນທີ່ສຸດ.
ປັດຈຸບັນ, ບໍລິສັດທີ່ມີຊື່ສຽງຂອງຍີ່ປຸ່ນສອງແຫ່ງຄື: ມິຊຸບິຊິ ຄຼອບ ແລະ ໂນມູຣະຣຽວ ເອສເຕດ ດີວີລົບເມັນ ຮ່ວມມືກັບວິນກຣຸບ ກຸ່ມບໍລິສັດໃຫຍ່ທີ່ສຸດຂອງຫວຽດນາມ ໄດ້ຈັດເຮັດໂຄງການພັດທະນາໂຮ່ຈິມິນ ຊີຕີ ໃຫ້ເປັນເມືອງອັດສະລິຍະ ຮອງຮັບຄວາມຕ້ອງການຂອງປະຊາກອນຍຸກໃໝ່ ແລະ ການເຂົ້າມາມີບົດບາດໃນຊີວິດຜູ້ຄົນຂອງເຕັກໂນໂລຊີກ້າວໜ້າທັງຫຼາຍ.
ຮຽບຮຽງໂດຍ: ວິໄລພອນ
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com