Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຄະນະຜູ້ແທນ ສ.ເຊັກ ຢ້ຽມຢາມລາວ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ ເວ​ລາ: 21/02/2020 09:01:57 ຈຳ​ນວນ​​ຢ້ຽມ​ຊົມ 4351 ຄັ້ງ

  ຕອບ​ສະໜອງ​ຕາມ​ຄຳ​ເຊີນຂອງ​ສະພາແຫ່ງ​ຊາດລາວ ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງສະພາ​ຜູ້​ແທນ​​ລາ​​ສະດອນແຫ່ງ ສາທາລະນະ​ລັດເຊັກ ນຳ​ໂດຍ ທ່ານ ຣາ​ເດັກ ວອນ ດຣາ​ເຊັກ (Radek Vondracek), ປະທານ​ສະພາ​ຜູ້​ແທນ​​ລາ​​ສະ ​ດອນ​ແຫ່ງ ສ.ເຊັກ ໄດ້​ເດີນທາງ​ມາ​ຢ້ຽມຢາມ​ລາວ​ (19 -22/2/2020) ແລະ ໃນ​ຕອນ​ເຊົ້າວັນ​ທີ 20 ກຸມພາ​ນີ້, ຄະນະ​ຜູ້​ແທນ​​ໄດ້​ໄປ​ວາງ​ພວງມາລາ​ທີ່​ອະນຸສາວະລີ​ນັກຮົບ​ນິລະນາມ ຈາກ​ນັ້ນ​ກໍໄດ້​ເດີນທາງ​ໄປ​ສະພາ​ແຫ່ງ​ຊາດ ເພື່ອ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ. 
  ໃນ​ການ​ພົບ​ປະຄັ້ງ​ນີ້, ທັງ​ສອງ​ຝ່າຍໄດ້​ປຶກສາ​ຫາລື, ແລກປ່ຽນ​ບົດຮຽນຊຶ່ງກັນ ແລະ ກັນ ໃນ​ຫຼາຍ​ດ້ານເປັນຕົ້ນໄດ້​ຮ່ວມ​ກັນ​ປຶກສາ​ຫາລື, ຊອກ​ຫາ​ໂອກາດ​ໃນ​ການ​ຮ່ວມ​ມື​ກັນດຳເນີນ​ທຸລະ​ກິດ​ຕາມ​ທ່າແຮງ ແລະ ຄວາມ​ຕ້ອງການຂອງ​ແຕ່​ລະ​ຝ່າຍ ເພື່ອ​ປະກອບສ່ວນເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມືທາງ​ດ້ານ​ເສດ​ຖະ​ກິດ​-​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວໃຫ້​ເປັນ​ຮູບ​ປະ​ທຳ​ເທື່ອ​ລະ​ກ້າວ.
  ໂອກາດ​ດັ່ງກ່າວ, ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານສະພາແຫ່ງຊາດລາວ ໄດ້​ສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າໝາກຜົນ​ຂອງ​ການ​ຢ້ຽມຢາມ​ໃນ​ຄັ້ງ​ນີ້​ຈະ​ເປັນ​ການ​ປະກອບ​ສ່ວນ​ສໍາ​ຄັນ​ຍິ່ງ. ຖື​ໄດ້​ວ່າ​ເປັນ​ຄັ້ງ​ປະຫວັດສາດ​ຂອງ​ການ​ຢ້ຽມຢາມ​ແລກປ່ຽນ​ເຂົ້າ​ໃນ​ການ​ສືບຕໍ່​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສາທາລະນະ​ລັດເຊັກ ກໍຄືລະຫວ່າງສອງ​ອົງການ​ນິຕິບັນຍັດຂອງ​ພວກ​ເຮົາໃຫ້​ມີ​ການ​ຂະຫຍາຍຕົວ​ໃນ​ທ່ວງ​ທ່າ​ໃໝ່.ພາຍຫຼັງ​ທີ່​ສອງ​ປະເທດ​ໄດ້​ຮັບ​ການ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ໃນ​ປີ 1962 ເປັນ ຕົ້ນ​ມາ. ພ້ອມ​ທັງ​ສະແດງ​ຄວາມ​ຂອບໃຈຕໍ່​ລັດຖະບານ ສາທາລະນະ​ລັດ ເຊັກ ທີ່​ໄດ້​ໃຫ້ການ​ສະໜັບສະໜູນເງິນ​ກູ້​ຜ່ອນຜັນຮ່ວມ​ກັບ​ຄູ່​ຮ່ວມ​ພັດທະນາ​ອື່ນໆ ແກ່​ລັດຖະບານ​ລາວ ເພື່ອ​ກໍ່ສ້າງ ໂຮງໝໍມິດຕະພາບ​ທັນ​ສະໄໝ ຢູ່​ນະຄອນຫຼວງ​ວຽງ​ຈັນ ຊຶ່ງ​ມາຮອດ​ປັດຈຸບັນໂຮງໝໍ​ດັ່ງກ່າວໄດ້​ເປີດ​ໃຫ້ການ​ບໍລິການແກ່​ປະຊາຊົນ​ແລ້ວ. ໄປ​ຄຽງ​ຄູ່​ກັບ​ການ​ພົວພັນ​ຮ່ວມ​ມືທາງ​ດ້ານ​ການ​ເມືອງ​-​ການ​ທູດ ທີ່​ດີ​ນັ້ນ ເຫັນ​ວ່າການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​-​ການ​ຄ້າກໍ​ໄດ້​ມີ​ຈຸດ​ເລີ່ມຕົ້ນ​ທີ່​ດີ ຊຶ່ງ ສປປ ລາວ ສົ່ງ​ອອກ​ສິນຄ້າ​ໄປ ສ.ເຊັກ ບັນລຸ 1,03 ລ້ານ​ໂດ​ລາ​ (ປະເພດເຄື່ອງນຸ່ງ​ຫົ່ມ) ແລະ ນໍາ​ເຂົ້າ​ສິນຄ້າ​ຈາກ ສ.ເຊັກ ມີ​ມູນ​ຄ່າ 725.000 ໂດ​ລາ ເປັນຕົ້ນ​ແມ່ນອຸປະກອນການແພດ, ເຄື່ອງໃຊ້​ໄຟຟ້າ ແລະ ອຸປະ ກອນອື່ນໆ. ທ່ານ​ ນາງ ປານີ ຢາ​ທໍ່​ຕູ້ ໃຫ້​ຮູ້​ອີກ​ວ່າ: ສປປ ລາວ ແລະ ສ.ເຊັກ ມີ​ທ່າແຮງ​ຫຼາຍ​ດ້ານທີ່​ຈະ​ໄດ້​ມີ​ການ​ຮ່ວມມື​ກັນໃນ​ອະນາ​ຄົດ ເປັນຕົ້ນແມ່ນ ທ່າແຮງ ທາງ​ດ້ານ​ອຸດ​ສາ​ຫະ​ກຳ​-​ການ​ຄ້າ, ການ​ລົງທຶນ,  ການປົກ ​ປັກ​ຮັກສາ​ສິ່ງແວດລ້ອມ, ການ​ສົ່ງເສີມ​ການທ່ອງທ່ຽວ, ການ​ຮ່ວມ​ມື​ໃນ​ຂົງເຂດ​ວຽກ​ງານ ວັດທະນະ​ທຳ​-​ສັງຄົມ, ວຽກ​ງານສຶກສາ​-​ສາທາລະນະ​ສຸກ ແລະ ອື່ນໆ.
  ພ້ອມ​ດຽວ​​ກັນ​ນັ້ນ, ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ຍັງ​ໄດ້​ສະເໜີ​ໃຫ້​ລັດ​ຖະ​ສະພາແຫ່ງ ສ.ເຊັກ ສືບ​ຕໍ່​ເພີ່ມ​ທະວີ​ແລກປ່ຽນ ​ແລະ​ ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ໃນ​ວຽກ​ງານ​ດ້ານ​ນິຕິບັນຍັດ​ລວມ​ທັງ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ທີ່​ແຕ່​ລະ​ຝ່າຍ​ມີ​ຄວາມ​ສົນໃຈ​ນຳ​ກັນ​ໂດຍ​ຜ່ານ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຂັ້ນ​ກຳມາ​ທິ​ການ ຈົນ​ເຖິງ​ຂັ້ນ​ວິຊາ​ການ​ນຳ​ກັນ​ ພ້ອມ​ນີ້​ສະເໜີ​ໃຫ້​ລັດ​ຖະ​ສະພາ ແຫ່ງ ສ.ເຊັກ ພິ​ຈາ​ລະ​ນາສ້າງຕັ້ງຄະນະ​ມິດຕະພາບ​ລັດ​ຖະ​ສະພາ ສ.ເຊັກ​-​ລາວ ເພື່ອ​ເປັນ​ກົນ​ໄກ​ໃຫ້​ແກ່​ການ​ຊຸກ ຍູ້ ແລະ ສົ່ງເສີມ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ ໃຫ້​ມີ​ປະສິດ​ທິ​ຜົນ​ກວ່າ​ເກົ່າ. ສໍາ​ລັບ​ສະພາ​ແຫ່ງ​ຊາດ​ລາວ ແມ່ນ​ໄດ້​ມີ​ຄະນະມິດ ຕະພາບ​ລັດ​ຖະ​ສະພາລາວ-​ເອີ​ຣົບ ຊຶ່ງ​ຮັບຜິດຊອບທັງ ສ.ເຊັກ ນໍາ; ສືບຕໍ່​ແລກປ່ຽນປຶກສາຫາ ລື ແລະ ສະໜັບສະໜູນ ຊຶ່ງ​ກັນ ແລະ ກັນ ທັງ​ແບບ​ສອງຝ່າຍ ແລະ ຫຼາຍ​ຝ່າຍໃນ​ການເຄື່ອນໄຫວຢູ່​ເວທີ​ລັດ​ຖະ​ສະພາ​ພາກ​ພື້ນ ແລະ ສາກົນຕາມຄວາມ​ເໜາະ​ສົມ, ຈາກ​ນັ້ນ​ຄະນະສະພາ​ຜູ້​ແທນ​ລາ​ສະ​ດອນ ສ.ເຊັກ​ ກໍ​ໄດ້​ເຂົ້າ​ຢ້ຽມ​ຂາ​ໍ່ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານປະ ເທດ ແຫ່ງ ສປປ ລາວ ທີ່​ທຳນຽບ​ປະທານ​ປະເທດ ​ແລະ​ ຕອນ​ບ່າຍ​ຄະນະ​ສະພາ​ຜູ້​ແທນ​ລາ​ສະ​ດອນ​ກໍ​ໄດ້​ສືບຕໍ່​ເຂົ້າ​ຢ້ຽມ​ຂາ​ໍ່ນັບ ທ່ານ ທອງ​ລຸນ ສີ​ສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ​ທີ່​ສຳນັກງານ​ນາຍົກລັດ ຖະມົນຕີ​ເຊັ່ນ​ດຽວ​ກັນ.
 (ຂ່າວ​-​ພາບ: ພູ​ວຽງ​ຄຳ)
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com