Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວິທະຍຸກະຈາຍສຽງຫວຽດ ນາມລາຍງານວ່າ: ໃນກອງປະຊຸມວົງແຄບ ADMM ຄັ້ງນີ້, ບັນດາປະເທດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ຮັບມືກັບໄພຂົ່ມຂູ່ຄວາມໝັ້ນຄົງແບບໃໝ່ ໃນໄລຍະເກີດໂຣກລະບາດ Covid -19.
ປະຕິບັດໂຄງການ ປີເປັນປະທານອາຊຽນ 2020, ວັນທີ 19 ກຸມພາຜ່ານມາ, ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ປີ 2020 (ADMM) ໄດ້ດໍາເນີນກອງປະຊຸມຄົບຄະນະ ພາຍໃຕ້ການເປັນປະທານຂອງທ່ານ ພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຜູ້ແທນຫວຽດນາມ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີລັດຖະມົນຕີ, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ທ່ານ ລິມ ຈັອກຮອຍ ເລຂາທິການໃຫຍ່ ອາຊຽນ.
ກ່າວຄໍາເຫັນທີ່ກອງປະ ຊຸມ, ທ່ານ ໂງຊວັນລິກ ເນັ້ນໜັກວ່າ: ນີ້ແມ່ນກອງປະຊຸມຂັ້ນສູງເທື່ອທໍາອິດໃນປີ 2020, ກອງປະຊຸມວົງແຄບ ADMM ຄັ້ງນີ້, ມີບົດບາດສໍາຄັນທີ່ສຸດໃນການກໍານົດທິດການຮ່ວມມືໃຫ້ແກ່ ອາຊຽນ ໃນປີນີ້, ກະກຽມຂັ້ນຕອນເບື້ອງຕົ້ນໃຫ້ແກ່ກອງປະຊຸມ ADMM, ADMM + ຊຶ່ງຈະຈັດຂຶ້ນໃນທ້າຍປີນີ້. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ມີລັກສະນະສ້າງສັນກ່ຽວກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ ຊຶ່ງໂລກ ແລະ ພາກພື້ນ, ພິເສດແມ່ນ ອາຊຽນ ພວມຕ້ອງປະເຊີນໜ້າ. ພວກເຮົາກໍຕີລາຄາກ່ຽວກັບກົນໄກຮ່ວມມື ADMM, ADMM + ພ້ອມທັງປຶກສາຫາລືເປັນເອກະພາບກັນກ່ຽວກັບບາງການກໍານົດທິດ ແລະ ເນື້ອໃນຮ່ວມມື.
ຂ່າວລະບຸວ່າ: ຕໍ່ໜ້າສະ ພາບການຂອງເຊື້ອພະຍາດ Covid - 19 ໄດ້ແຜ່ລະບາດໄປສູ່ໂລກ ແລະ ພາກພື້ນ, ທ່ານ ໂງຊວັນລິກ ເນັ້ນໜັກວ່າ: ດ້ວຍບົດບາດເປັນປະທານຄະນະຜູ້ອໍານວຍການສູນເສນາຮັກ ອາຊຽນ ໃນປີ 2020, ຫວຽດນາມ ສະເໜີໃຫ້ບັນດາປະເທດສະມາຊິກ ຄົ້ນຄວ້າ, ຈັດຕັ້ງການຝຶກແອບກ່ຽວກັບການແກ້ໄຂ ແລະ ຮັບມືກັບເຊື້ອພະຍາດຕິດຕໍ່ໃນປີນີ້.
ທີ່ກອງປະຊຸມວົງແຄບ ADMM ຄັ້ງນີ້, ບັນດາປະເທດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ຮັບມືກັບໄພຂົ່ມຂູ່ຄວາມໝັ້ນຄົງແບບໃໝ່ ໃນໄລຍະເກີດໂຣກລະບາດ Covid - 19. ຖະແຫຼງການຮ່ວມສະບັບດັ່ງກ່າວ ໄດ້ຢັ້ງຢືນວ່າ: ຈະເພີ່ມທະວີການຮ່ວມມື, ສົມທົບ, ສາມັກຄີກັນໃນບັນດານະໂຍບາຍ, ຍຸດທະສາດ ແລະ ລາຍການຮັບມືກັບໂຣກລະບາດຂອງ ອາຊຽນ.
ຂະນະດຽວກັນນັ້ນ, ທ່ານ ພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງບັນດາບຸລິມະສິດ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມນີ້ວ່າ: ຂ້າພະເຈົ້າຖືວ່າ ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ມີຄວາມສຳຄັນທີ່ສຸດ. ມັນຕັດສິນຜົນສຳເລັດຂອງປີ ອາຊຽນ, ຂອງ 10 ປະເທດອາຊຽນ ແຕ່ບໍ່ແມ່ນສະເພາະ ຫວຽດນາມ ເທົ່ານັ້ນ ແລະ ຕັດສິນຜົນສຳເລັດຂອງ ADMM+ ອີກດ້ວຍ. ຢາກປະສົບຜົນສຳເລັດແມ່ນຕ້ອງແກ້ໄຂໃຫ້ໄດ້ 2 ບັນຫາຄື: ໜຶ່ງ; ບັນດາເນື້ອໃນທີ່ມີລັກສະນະຫຼັກການໃນຮ່າງເອກະສານໂອ້ລົມສົນທະນາ ລະຫວ່າງ ອາຊຽນນຳກັນ ແລະ ອາຊຽນກັບບັນດາປະເທດເຂົ້າຮ່ວມ, ລະອຽດແມ່ນຫຼັກການລວມຂອງ ADMM ແລະ ຖະແຫຼງການ ADMM+. ສອງ; ຕ້ອງຮັບຮອງເອົາໂຄງການດຳເນີນງານ. ພວກເຮົາຕ້ອງສ້າງໂຄງການທີ່ເໝາະສົມ ຊຶ່ງບັນດາປະເທດມາຮ່ວມເຫຼົ່ານີ້ ຮູ້ສຶກວ່າສະບາຍໃຈ, ມີຄວາມສະດວກໃຫ້ແກ່ເຂົາເຈົ້າ. ເຮັດໄດ້ຄືແນວນັ້ນ ພວກເຮົາຈຶ່ງປະສົບຜົນສຳເລັດ.
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
12/08/2020 11:39:01
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com