Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີວາງສີລາລືກໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນໝາຍເລກ 1 ໄດ້ຈັດຂຶ້ນໃນວັນທີ 20 ກຸມພານີ້ ທີ່ບ້ານໂນນຫວາຍ (ເສັ້ນທາງຕັດໃໝ່ບຶງທາດຫຼວງ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ. ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດໂຄງການທາງດ່ວນນະຄອນຫຼວງວຽງຈັນໝາຍເລກ 1 ຈຳກັດຜູ້ດຽວ.ມີບັນດາລັດຖະມົນຕີ ຮອງລັດຖະ ມົນຕີ ພະແນກການກ່ຽວຂ້ອງ ພ້ອມແຂກຖືກເຊີນເຂົ້າຮ່ວມ.
ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ:ໂຄງການທາງດ່ວນ ນະຄອນຫຼວງວຽງຈັນໝາຍເລກ 1 ເປັນໂຄງການຍຸດທະສາດທີ່ສຳຄັນຂອງນະຄອນຫຼວງວຽງຈັນ ເປັນໂຄງການປ້ອງກັນ ແລະ ແກ້ໄຂສະພາບລົດຕິດຕາມທ້ອງຖະໜົນ ທີ່ນອນໃນ 6 ໂຄງການບຸກທະລຸຂອງນະຄອນຫຼວງວຽງຈັນ. ຈຸດປະສົງຂອງໂຄງ ການແມ່ນແນໃສ່ເພື່ອແກ້ໄຂສະພາບລົດຕິດ ແລະ ເປັນໂຄງການພັດທະນາພື້ນຖານໂຄງລ່າງເພື່ອອຳນວຍຄວາມສະດວກໃນການ ພັດທະນາເສດຖະກິດ-ສັງຄົມຂອງ ນ/ວ ແລະ ເປັນທາງເລືອກໃຫ້ແກ່ປະຊາຊົນທີ່ຈະເດີນທາງໄປ ຜ່ານຖະໜົນໄກສອນ ພົມວິຫານ ໄປຫາເຂດໃຕ້ ແລະ ບໍລິເວນອ້ອມຮອບ. ເພື່ອໃຊ້ເປັນເສັ້ນທາງສຸກເສີນ ຫຼື ເວລາຮີບດ່ວນໃນເວລາເກີດເຫດເຊັ່ນ: ລົດດັບເພີງ, ລົດໂຮງໝໍ, ລົດກູ້ໄພ ພ້ອມທັງເປັນການພັດທະນາລະບົບການຂົນສົ່ງ ແລະ ໂຄງການຂະຫຍາຍຖະໜົນພາຍໃນນະຄອນຫຼວງວຽງຈັນ ເຊື່ອມຕໍ່ເຂົ້າສູ່ສະໜາມກິລາຊີເກມ,ສູນກາງສຳນັກງານລັດ ທີ່ຢຸ່ເຂດເມືອງໄຊທານີ ເຂດອຸດສະຫະກຳຫຼັກ 21 ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ພະນັກ ງານ ແລະ ປະຊາຊົນໃນການສັນຈອນໄປມາ.
ໂຄງການທາງດ່ວນນະຄອນຫຼວງວຽງຈັນໝາຍເລກ1ເປັນການລົງທຶນຂອງເອກະຊົນ 100% ໃນຮູບແບບ BOT ມີອາຍຸ ສຳປະທານ 50 ປີ ມີມູນຄ່າການລົງທຶນທັງໝົດ 200 ລ້ານໂດລາ ໃນນັ້ນລວມມີຄ່າຊົດເຊີຍ ແລະທົດແທນຄ່າເສຍຫາຍ ໃຫ້ຜູ້ຖືສິດໃຊ້ທີ່ດີນທີ່ຖືກໂຄງການ.ທາງດ່ວນນະຄອນຫຼວງວຽງຈັນໝາຍເລກ 1 ມີຄວາມຍາວ 15,30 ກິໂລແມັດໃນນັ້ນ ມີຂົວລອຍ 3,95 ກິໂລແມັດ,ທາງໜ້າດິນ11,35 ກິໂລແມັດ.ກວ້າງ 54 ແມັດ (ຈຸດກວ້າງສຸດແມ່ນສະຖານີເກັບເງິນ ມີ 100 ແມັດ) ສະເພາະໜ້າທາງກວ້າງ 23,6 ແມັດ ແລະ ເຂດສະຫງວນ 2 ເບື້ອງ ເບື້ອງລະ 15,2 ແມັດ ປະກອບມີ 4 ເລນ ກວ້າງເລນລະ 3,6 ແມັດ ປະກອບມີໄຟເຍື້ອງທາງ ປ້າຍຈາລະຈອນຕ່າງໆ ແຄມທາງເປັນເຂດປູກຫຍ້າ ແລະຕົ້ນໄມ້ປະດັບປະດາ ແລະ ປ້າຍໂຄສະນາ .ທາງດ່ວນສາມາດຮອງຮັບລົດໄດ້ສູງສຸດ 75.000 ຄັນ/ມື້ ເປັນມາດຕະຖານທາງດ່ວນອາຊຽນປະເພດ 1 . ມີດ່ານເກັບເງິນ 2 ດ່ານ (ດ່ານທີ 1 ຢູ່ຮ່ອງສຸພາບ.ດ່ານທີ 2 ຢູ່ທາງເຂົ້າອອກເຂດເສດຖະກິດສະເພາະບຶງທາດຫຼວງ. ມີທາງຂຶ້ນ ແລະ ລົງ 8 ຈຸດຄື: ຈຸດທີ 1 ເຂດເສດຖະກິດສະເພາະບຶງທາດຫຼວງ, 2. ບ້ານໂພນສະຫວ່າງ, 3. ເມືອງດອກຈຳປາອອກ, (ບ້ານໂພນພະເນົາ ສູ່ຖະໜົນໄກສອນ), 4. ຕະຫຼາດອານຈີ (ບ້ານໜອງໜ່ຽງ), 5. ຖະໜົນ 450 (ບ້ານໂຊກໃຫຍ່-ນາແຄ), 6. ບ້ານໄຊ ຈຸດຕັດກັບທາງລົດໄຟ, 7. ຖະໜົນ13 ໃຕ້ (ບ້ານໄຊສະຫວ່າງ) ແລະ 8. ບໍລິເວນດົງໝາກຄາຍ ຈຸດສິ້ນສຸດ. ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນໝາຍເລກ 1 ມີເນື້ອທີ່ທັງໝົດ 289,2 ເຮັກຕາ ກວມເອົາ 2 ເມືອງ ມີ 21 ບ້ານຄື: ເມືອງໄຊເສດຖາ ມີ 14 ບ້ານ ແລະ ເມືອງໄຊທາ ນີ 7 ບ້ານ.
ໃນໂອກາດນີ້ ທ່ານ ສິນລະວົງ ຄຸດໄພທູນ ກໍໄດ້ຮ່ວມວາງສີລາລືກ ແລະ ລັ່ນຄ້ອງ 9 ບາດເພື່ອເປັນນິມິດໝາຍໃຫ້ແກ່ການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນໝາຍເລກ 1 ແລະ ຈະໃຊ້ເວລາການກໍ່ສ້າງທີ່ໄດ້ກຳນົດໄວ້ 24 ເດືອນໃຫ້ສຳເລັດ ນັບແຕ່ມື້ວາງສີລາລືກເປັນຕົ້ນໄປ.
(ຂ່າວ: ກົງມະລີ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com