Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫະລັດອາເມຣິກາ ໄດ້ສະໜັບສະໜູນກະຊວງສາທາລະນະສຸກ ໃນການບໍລິການວັກຊິນ ກັນພະຍາດໂຄວິດ -19 ເປັນຈຳນວນເງິນ 2,4 ລ້ານໂດລາ ໂດຍຜ່ານອົງການ USAID ມອບຕໍ່ໃຫ້ອົງການອຸຍນິເຊັບ ແລະ ອົງການອະນາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊິນກັນພະຍາດ ໂຄວິດ-19 ໃນ ສປປ ລາວ ຊຶ່ງໂຄງການດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 29 ພະຈິກນີ້ ທີ່ກະຊວງສາທາລະນະສຸກ ໂດຍມີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ ສປປ ລາວ, ທ່ານ ນາງ ບີອາເຕດາສເທວ ຮອງຜູ້ຕາງໜ້າອົງການອຸຍນິເຊັບປະຈຳ ສປປ ລາວ ແລະ ທ່ານ ຈູນກາວ ວ່າການແທນຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສະໜອງ ທອງຊະນະ ໄດ້ສະແດງຄວາມຂອບໃຈມາຍັງອົງການ USAID ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຊົມເຊີຍລັດຖະບານສະຫະລັດອາເມຣິກາ, ອົງການອຸຍນິເຊັບ ແລະ ອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ປະຊາຊົນລາວໃນໄລຍະການລະບາດຂອງພະຍາດໂຄວິດ-19. ທ່ານ ໄດ້ກ່າວວ່າ: “ຍ້ອນວ່າ ສປປ ລາວ ໄດ້ມີການແຜ່ລະບາດໂຄວິດ-19 ໃນຊຸມຊົນຫຼາຍຂຶ້ນ, ສະນັ້ນ ຈຶ່ງຈໍາເປັນຕ້ອງເສີມສ້າງຄວາມເຂັ້ມແຂງໃນການສັກວັກຊິນ ຊຶ່ງກໍຄືບຸລິມະສິດອັນດັບໜຶ່ງຂອງລັດຖະບານໃນປັດຈຸບັນ. ສະນັ້ນ ໂຄງການໃໝ່ນີ້ ຊຶ່ງໄດ້ຮັບການສະໜັບສະໜູນຈາກສະຫະລັດອາເມຣິກາ ໂດຍຜ່ານອົງການ USAID ແລະ ຈັດຕັ້ງປະຕິບັດໂດຍອົງການອຸຍນິເຊັບ ແລະ ອົງການອະນາໄມໂລກ, ຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຄວາມພະຍາ ຍາມຂອງ ສປປ ລາວ ໃນດ້ານນີ້ ແລະ ເພື່ອບັນລຸເປົ້າໝາຍການສັກວັກຊິນກັນພະຍາດຂອງ ສປປ ລາວ”.
ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ໃນຄວາມພະຍາຍາມຮັກສາຄວາມປອດໄພຂອງປະຊາຊົນລາວ ພ້ອມທັງຍົກໃຫ້ເຫັນຜົນສຳເລັດລະຫວ່າງ ສະຫະລັດອາເມຣິກາ, ສປປ ລາວ, ອົງການອະນາໄມໂລກ ແລະ ອົງການອຸຍນິເຊັບ. “ການຊ່ວຍເຫຼືອຄັ້ງໃໝ່ນີ້ໄດ້ສະທ້ອນໃຫ້ເຫັນເຖິງການເປັນຄູ່ຮ່ວມງານທີ່ແໜ້ນແຟ້ນລະຫວ່າງລັດຖະບານ ແລະ ປະຊາຊົນຂອງສະຫະລັດອາເມຣິກາ ແລະ ສປປ ລາວ. ມາຮອດປັດຈຸບັນ, ສະຫະລັດອາເມຣິກາໄດ້ໃຫ້ການສະໜັບສະໜູນທຶນຈຳນວນທັງໝົດ 13 ລ້ານກວ່າໂດລາ ແກ່ ສປປ ລາວ ເພື່ອຮັບມືກັບພະຍາດໂຄວິດ-19. ນອກຈາກວຽກງານສາທາລະນະສຸກແລ້ວ, ສະຫະລັດອາເມຣິກາຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເພື່ອແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ຕໍ່ລະບົບການສຶກສາ, ເສດຖະກິດ ແລະ ລະບຽບກົດໝາຍ. ການຊ່ວຍເຫຼືອທັງໝົດແມ່ນເພື່ອຊ່ວຍໃຫ້ ສປປ ລາວ ສາມາດຟື້ນຕົວຄືນ.” ທຶນຈຳນວນ 1 ລ້ານໂດລາຂອງຈໍານວນທຶນທັງໝົດຈາກອົງການ USAID ນັ້ນແມ່ນຈະປະກອບສ່ວນເຂົ້າໃນການຊ່ວຍເຫຼືອອົງການອະນາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກເພື່ອຮັບປະກັນການສັກວັກຊິນທີ່ປອດໄພສຳລັບປະຊາຊົນລາວ ການຊ່ວຍເຫຼືອຄັ້ງນີ້ແມ່ນເພື່ອແນໃສ່ການສະໜັບສະໜູນວຽກງານການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການເພີ່ມທະວີລະບຽບການເພື່ອຮັບປະກັນການຈັດຕັ້ງປະຕິບັດສິດອະນຸຍາດການນຳໃຊ້ແບບສຸກເສີນ (emergency use authorization) ຂອງວັກຊິນຕ່າງໆ, ສະໜັບສະໜູນການຈັດຊື້ວັດສະດຸ ແລະ ອຸປະກອນ ເພື່ອຊ່ວຍຕິດຕາມ ແລະ ແກ້ໄຂອາການຜົນຂ້າງຄຽງພາຍຫຼັງການສັກວັກຊິນ. ນອກນັ້ນ, ການຈັດຕັ້ງປະຕິບັດໂຄງການຂອງອົງການອະນາໄມໂລກຍັງຈະເນັ້ນໃສ່ການພັດທະນາອຸປະກອນການສຶກສາ ແລະ ການຈັດການຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ ພ້ອມທັງປັບປຸງຄຸນນະພາບ ແລະ ການເຂົ້າເຖິງຂໍ້ມູນສໍາລັບການວາງແຜນກ່ຽວກັບການສັກວັກຊິນກັນພະຍາດໂຄວິດ-19 ເພື່ອຊ່ວຍໃຫ້ສາມາດເຂົ້າເຖິງປະຊາຊົນໃນເຂດຫ່າງໄກສອກຫຼີກທີ່ຢູ່ໃນກຸ່ມສ່ຽງເພື່ອໃຫ້ໄດ້ຮັບການສັກຢາວັກຊິນ.
ຂ່າວ-ພາບ: ບຸນຕອມ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com