Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສປຊ ໃຫ້ເວລາ 5 ປີ ໃນການກຽມຄວາມພ້ອມອອກຈາກປະ​ເທດ​ດ້ອຍ​ພັດ​ທະ​ນາ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 30/11/2021 14:36:01 ຈຳ​ນວນ​​ຢ້ຽມ​ຊົມ 730 ຄັ້ງ

 

         ຂຽນໂດຍ: ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ

ສປປ ລາວ ໄດ້ຖືກກຳນົດລາຍຊື່ເຂົ້າໃນ ກຸ່ມປະເທດດ້ອຍພັດທະນາ ຫຼື Least Developed Countries - LDCs ໃນປີ 1971 ໂດຍອົງການສະຫະປະຊາຊາດ (ສປຊ). ແນວຄວາມຄິດໃນການລິເລີ່ມສ້າງຕັ້ງກຸ່ມປະເທດດ້ອຍພັດທະນາ ແມ່ນມີຂຶ້ນໃນຊຸມປີ 1960 ເນື່ອງຈາກ ອົງການ ສປຊ ເຫັນວ່າ ລະດັບດ້ານການພັດທະນາຂອງປະເທດສະມາຊິກ ສປຊ ຈຳນວນໜຶ່ງແມ່ນຍັງຫຼ້າຫຼັງຫຼາຍ ແລະ ຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອເປັນພິເສດ ແນໃສ່ເຮັດໃຫ້ບັນດາປະເທດເຫຼົ່ານັ້ນ ສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນທີ່ສຸດ. ສະນັ້ນ, ໃນປີ 1971 ອົງການ ສປຊ ໄດ້ກຳນົດລາຍຊື່ກຸ່ມປະເທດດ້ອຍພັດທະນາ ທັງໝົດ 25 ປະເທດ ທີ່ປະກອບດ້ວຍບັນປະເທດທີ່ທຸກຍາກທີ່ສຸດ, ມີລາຍຮັບຕໍ່າ, ມີຄວາມອ່ອນໄຫວຕໍ່ວິກິດການຕ່າງໆ ແລະ ເສດຖະກິດຍັງອ່ອນນ້ອຍ. ມາຮອດປັດຈຸບັນ ຈຳນວນປະເທດດ້ອຍພັດທະນາໄດ້ເພີ່ມຂຶ້ນເປັນ 46 ປະເທດ, ໃນນັ້ນ 33 ປະເທດຢູ່ທະວີບອາຟຣິກກາ, 12 ປະເທດຢູ່ທະວີບອາຊີ-ປາຊີຟິກ, 1 ປະເທດ ຢູ່ທະວີບອາເມຣິກາລາຕິນ, ພົນລະເມືອງຂອງບັນດາປະເທດເຫຼົ່ານີ້ມີປະມານ 880 ລ້ານຄົນ, ກວມເອົາ 12% ຂອງປະຊາກອນໂລກ, ແຕ່ສັດສ່ວນລວມຍອດຜະລິດຕະພັນພາຍໃນ ຫຼື GDP ກວມພຽງແຕ່ 2% ແລະ ບໍລິມາດສິນຄ້າສົ່ງອອກ-ນໍາເຂົ້າ ມີພຽງ 1% ຂອງໂລກ.

ພາຍໃຕ້ຂອບວຽກຂອງ ສະພາເສດຖະກິດ-ສັງຄົມ ສປຊ, ຄະນະກຳມະການນະໂຍບາຍດ້ານການພັດທະນາ (Committee for Development Policy - CDP)  ໄດ້ຖືກມອບໝາຍໃຫ້ເຮັດໜ້າທີ່ກຳນົດນະໂຍບາຍ ແລະ ປະເມີນຄວາມຄືບໜ້າຂອງ ການພັດທະນາຂອງປະເທດດ້ອຍພັດທະນາ ທຸກໆ 3 ປີ ບົນພື້ນຖານ 3 ເງື່ອນໄຂ ຄື: ລາຍໄດ້ສະເລ່ຍແຫ່ງຊາດ (Gross National Income - GNI); ດັດສະນີຊັບສິນມະນຸດ (Human Asset Index - HAI); ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (Economic and Environmental Vulnerability Index - EVI). ປະເທດທີ່ຈະຖືກສະເໜີຊື່ໃຫ້ອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຕ້ອງບັນລຸໄດ້ຢ່າງໜ້ອຍ 2 ໃນ 3 ເງື່ອນໄຂ ຫຼື ມີລາຍໄດ້ສະເລ່ຍແຫ່ງຊາດ (GNI) ເກີນມາດຕະຖານສອງເທົ່າຂອງເກນຫຼຸດພົ້ນ ຄື 2,460$ ຕໍ່ຄົນ ຕໍ່ປີ ແລະ ຕ້ອງຜ່ານເກນດັ່ງກ່າວ 2 ຄັ້ງຕິດຕໍ່ກັນ ຈຶ່ງຈະຖືກສະເໜີຊື່ໃຫ້ອອກຈາກປະເທດດ້ອຍພັດທະນາ ໂດຍຈະມີໄລຍະເວລາຂ້າມຜ່ານ 3 ປີ (ອີງຕາມສະພາບປົກກະຕິ) ເພື່ອຕິດຕາມເບິ່ງວ່າ ປະເທດດັ່ງກ່າວຍັງຢູ່ໃນເກນຂອງການຫຼຸດພົ້ນ ຫຼື ບໍ່. ຫຼັງຈາກນັ້ນ, ສະມັດຊາໃຫຍ່ ສປຊ ຈະສະເໜີຮັບຮອງເອົາຍັດຕິ ປະກາດລຶບຊື່ປະເທດທີ່ບັນລຸບັນດາເງື່ອນໄຂທີ່ກ່າວມານັ້ນ ອອກຈາກບັນຊີກຸ່ມປະເທດດ້ອຍພັດທະນາຢ່າງເປັນທາງການ.

ໃນໄລຍະຜ່ານມາ, ເພື່ອຊ່ວຍເຫຼືອໃຫ້ແກ່ປະເທດດ້ອຍພັດທະນາ, ອົງການ ສປຊ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ສ້າງແຜນດຳເນີນງານ ສຳລັບກຸ່ມປະເທດດ້ອຍພັດທະນາຂຶ້ນ ຈຳນວນ 4 ແຜນດຳເນີນງານ ຄື: ຄັ້ງທີ 1 ແລະ ຄັ້ງທີ 2 ແມ່ນຈັດຂຶ້ນຢູ່ທີ່ ປາຣີ ປະເທດ ຝຣັ່ງ, ໂດຍໄດ້ສ້າງແຜນດຳເນີນງານ ປາຣີ ທົດສະວັດ 1990 - 2000, ຄັ້ງທີ 3 ທີ່ ບຣຸກແຊນ ປະເທດແບນຊິກ, ໂດຍໄດ້ສ້າງຕັ້ງແຜນດຳເນີນງານ ບຣຸກແຊນ ທົດສະວັດ 2001 - 2010, ຄັ້ງທີ 4 ທີ່ ອິສຕັນບູລ ປະເທດ ຕວັກກີ, ໂດຍໄດ້ສ້າງແຜນດຳເນີນງານ ອີສຕັນບູລ ທົດສະວັດ 2011 - 2020 (Istanbul Programme of Action - IPoA). ສ່ວນຄັ້ງທີ 5 ແມ່ນຄາດວ່າຈະໄປຈັດທີ່ ໂດຮາ ປະເທດກາຕາ, ໃນລະຫວ່າງວັນທີ 23 - 27 ມັງກອນ 2022. ນອກຈາກນັ້ນ, ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນດຳເນີນງານ ແລະ ສະໜອງການຊ່ວຍເຫຼືອໃຫ້ແກ່ກຸ່ມປະເທດດ້ອຍພັດທະນາ, ອົງການ ສປຊ ກໍໄດ້ສ້າງຕັ້ງ ຫ້ອງການຂັ້ນສູງເພື່ອຮັບຜິດຊອບ ກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ ແລະ ກຸ່ມປະເທດເກາະດອນນ້ອຍກຳລັງພັດທະນາ (Office of High Representatives for Least Developed Countries, Landlocked Developing Countries, and Small Island Developing States - OHRLLS) ເພື່ອຕິດຕາມຊຸກຍູ້ ແລະ ຊ່ວຍເຫຼືອປະເທດເຫຼົ່ານັ້ນ. ນັບຕັ້ງແຕ່ການສ້າງກຸ່ມປະເທດດ້ອຍພັດທະນາ ຂຶ້ນມາໃນປີ 1971 ຮອດປັດຈຸບັນ ແມ່ນມີພຽງແຕ່ 6 ປະເທດ ເທົ່ານັ້ນ ທີ່ສາມາດຫຼຸດພົົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄື: ປະເທດ ບອດສະວານາ ຫຼຸດພົ້ນອອກໃນປີ 1994, ເຄບເວີດ ໃນປີ 2007, ມານດິບ ໃນປີ 2011, ຊາມົວ ໃນປີ 2014, ເອກົວຕໍເຣຍ ກີນີ ໃນປີ 2017 ແລະ ປະເທດ ວານູອາຕູ ໃນປີ 2021. ໃນການປະເມີນປີ 2021 ມີພຽງ: 3 ປະເທດ ທີ່ຖືກສະເໜີໃຫ້ຫຼຸດພົ້ນ ໄດ້ແກ່ ສປປ ລາວ, ບັງກະລາເທດ ແລະ ເນປານ.

ຕະຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານ ຍາມໃດກໍໄດ້ສຸມທຸກຄວາມພະຍາຍາມ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ, ຕັດສິນໃຈວາງຄາດໝາຍສູ້ຊົນ ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ຂອງພັກ ສະໄໝທີ VI ໃນປີ 2000 ເປັນຕົ້ນມາ ໂດຍໄດ້ສຸມໃສ່ພັດທະນາເສດຖະກິດ-ສັງຄົມ, ລວມທັງການຜັນຂະຫຍາຍ ແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (National Economic and Social Development Plan - NSEDP). ໃນປີ 2015 ສປປ ລາວ ໄດ້ຖືກປະເມີນໂດຍ CDP ແຕ່ບໍ່ຜ່ານເກນປະເມີນທັງ 3 ເງື່ອນໄຂ. ຕໍ່ມາ, ໃນການປະເມີນປີ 2018 ສປປ ລາວ ສາມາດຜ່ານມາດຖານການປະເມີນ 2 ໃນ 3 ຂອງເງື່ອນໄຂ ໄດ້ເປັນເທື່ອທໍາອິດ ຄື: ລາຍໄດ້ສະເລ່ຍແຫ່ງຊາດຕໍ່ຫົວຄົນ (GNI) ຂອງ ສປປ ລາວ ໄດ້ 1,996$ ຊຶ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 1,230$ ຫຼື ສູງກວ່າ; ດັດສະນີຊັບສິນມະນຸດ (HAI) ຂອງ ສປປ ລາວ ໄດ້ 72.8 ຊຶ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 66 ຫຼື ສູງກວ່າ; ສ່ວນດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI) ຂອງ ສປປ ລາວ ແມ່ນ 33.7 ຖືວ່າບໍ່ຜ່ານ ເນື່ອງຈາກມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 32 ຫຼື ຕໍ່າກວ່າ. ສະນັ້ນ, ໃນກອງປະຊຸມຮອບວຽນ 3 ປີ ລະຫວ່າງວັນທີ 22 - 26 ກຸມພາ 2021 ຜ່ານມາ, CDP ຈຶ່ງໄດ້ນຳເອົາ ສປປ ລາວ ມາປະເມີນຄືນ ຊຶ່ງຜົນຂອງການປະເມີນ ສປປ ລາວ ສາມາດຜ່ານເກນການປະເມີນທັງ 3 ເງື່ອນໄຂ ຄື: ລາຍໄດ້ສະເລ່ຍແຫ່ງຊາດຕໍ່ຫົວຄົນ (GNI) ຂອງ ສປປ ລາວ ໄດ້ 2,265$ ຊຶ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 1,210$ ຫຼື ສູງກວ່າ; ດັດສະນີຊັບສິນມະນຸດ (HAI) ຂອງ ສປປ ລາວ ໄດ້ 72.2 ຊຶ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 66.0 ຫຼື ສູງກວ່າ; ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI) ຂອງ ສປປ ລາວ ແມ່ນ 26.6 ຊຶ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 32.0 ຫຼື ຕໍ່າກວ່າ.

ເຖິງຢ່າງໃດກໍຕາມ, ເນື່ອງຈາກສະພາບການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດໂລກໂດຍລວມ ອັນໄດ້ສ້າງຄວາມຫຍຸ້ງຍາກ ສັບສົນ ເຮັດໃຫ້ການພັດທະນາດ້ານຕ່າງໆພົບກັບອຸປະສັກ ແລະ ກາຍເປັນບັນຫາທ້າທາຍ ໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ບວກໃສ່ ຂໍ້ມູນທີ່ຖືກນຳໃຊ້ເຂົ້າໃນການປະເມີນໂດຍ CPD ເປັນຂໍ້ມູນຮອດແຕ່ປີ 2019 ຊຶ່ງບໍ່ໄດ້ສ່ອງແສງເຖິງຜົນກະທົບຈາກການແຜ່ລະບາດຂອງ ພະຍາດໂຄວິດ-19 ເຂົ້າໃນການປະເມີນ, ອົງການ ສປຊ ຈຶ່ງໄດ້ຂະຫຍາຍໄລຍະເວລາຂ້າມຜ່ານຈາກປົກກະຕິ 3 ປີ ອອກໄປເປັນ 5 ປີ, ໝາຍຄວາມວ່າ ສປປ ລາວ ແລະ ປະເທດທີ່ຜ່ານການປະເມີນໃນຄັ້ງນີ້ ຈະມີເວລາເພື່ອກະກຽມຄວາມພ້ອມ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຮອດປີ 2026. ໃນໄລຍະດັ່ງກ່າວ, ອົງການ ສປຊ ຈະຕິດຕາມ ແລະ ກວດຄືນອີກຄັ້ງໃນປີ 2024  ເພື່ອເບິ່ງວ່າ ບັນດາປະເທດທີ່ຜ່ານເກນການປະເມີນ ໃນປີ 2021 ຈະສາມາດຖືກປະກາດຫຼຸດພົ້ນໄດ້ແທ້ ຫຼື ບໍ່, ທັງນີ້ ກໍເພື່ອຮັບປະກັນໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ, ຍືນຍົງ ແລະ ຮັບປະກັນວ່າປະເທດທີ່ຫຼຸດພົ້ນ ຈະບໍ່ກັບມາເປັນປະເທດດ້ອຍພັດທະນາຄືນອີກ. ສິ່ງທີ່ສຳຄັນ ອົງການສະຫະປະຊາຊາດ ແລະ ວົງຄະນາຍາດສາກົນ ຍັງມີພັນທະໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະເທດເຫຼົ່ານີ້ ໃນຖານະທີ່ຍັງເປັນປະເທດດ້ອຍພັດທະນາ ໄປຈົນກວ່າຈະຖືກລຶບຊື່ອອກຈາກສະຖານະພາບດັ່ງກ່າວ ຢ່າງເປັນທາງການ.

ສຳລັບ ສປປ ລາວ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ. ໃນຊຸມປີຜ່ານມາ ລັດຖະບານໄດ້ສຸມທຸກຄວາມພະຍາຍາມ ເພື່ອບັນລຸຄາດໝາຍດັ່ງກ່າວ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ຍາດໄດ້ຜົນສຳເລັດໃນຫຼາຍໆດ້ານ. ເຖິງຢ່າງໃດກໍຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ບໍ່ໄດ້ໝາຍຄວາມວ່າພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ກໍບໍ່ໄດ້ໝາຍຄວາມວ່າທຸກຄົນໃນຊາດ ຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດໂດຍລວມອີກບາດກ້າວໜຶ່ງ ໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ. ການຜ່ານເກນການປະເມີນ ກໍຍັງສະແດງເຖິງຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍຄຳໝັ້ນສັນຍາຕໍ່ສາກົນ ກໍຄື ຄາດໝາຍທີ່ ອົງການ ສປຊ ໄດ້ຕັ້ງໄວ້ ທີ່ຈະສູ້ຊົນຊ່ວຍໃຫ້ຈຳນວນປະເທດດ້ອຍພັດທະນາຫຼຸດລົງເຄິ່ງໜຶ່ງ ພາຍໃນປີ 2020. ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ, ສປປ ລາວ ກໍອາດຈະປະເຊີນກັບບັນດາສິ່ງທ້າທາຍ ພາຍຫຼັງຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດຢ່າງຫຼີກລ່ຽງບໍ່ໄດ້. ດ້ານການຄ້າອາດຈະບໍ່ກະທົບຫຼາຍປານໃດ, ເນື່ອງຈາກວ່າ ສປປ ລາວ ບໍ່ໄດ້ນຳໃຊ້ສິດທິພິເສດທາງການຄ້າ (Generalized system of preferences - GSP) ທີ່ໄດ້ຮັບໃນນາມເປັນປະເທດດ້ອຍພັດທະນາ ເພື່ອສົ່ງອອກສິນຄ້າໄປຍັງຕະຫຼາດຢູ່ໃນ ທະວີບເອີຣົບ ຢ່າງມີປະສິດທິຜົນ ແຕ່ ສປປ ລາວ ກໍຈະເສຍສິດທິພິເສດເຫຼົ່ານັ້ນໄປ ເຊັ່ນ: ສິດທິໃນການຍົກເວັ້ນພາສີ ແລະ ໂກ​ຕ້າ (duty - free; quota - free ຫຼື DDQF) ໃນການສົ່ງອອກສິນຄ້າຂອງຕົນໄປສູ່ຕະຫຼາດທີ່ໃຫ້ສິດທິພິເສດເຫຼົ່ານັ້ນ ໂດຍສະເພາະແມ່ນການສົ່ງອອກໄປສະຫະພາບເອີຣົບ (EU). ນອກຈາກນັ້ນ, ການເຂົ້າເຖິງແຫຼ່ງທຶນສາກົນ ໂດຍສະເພາະການກູ້ຢືມທີ່ມີອັດຕາດອກເບ້ຍຕໍ່າ, ການກູ້ຢືມທຶນເພື່ອການພັດທະນາ ທີ່ ສປປ ລາວ ເຄີຍເຂົ້າເຖິງໃນຖານະເປັນປະເທດດ້ອຍພັດທະນາ, ມູນຄ່າການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ກໍອາດຈະຫຼຸດລົງ ເນື່ອງຈາກບັນດາປະເທດຜູ້ໃຫ້ທຶນ ຫຼື ຄູ່ຮ່ວມພັດທະນາອາດຫັນການຊ່ວຍເຫຼືອໄປໃຫ້ປະເທດທີ່ຍັງຢູ່ໃນສະຖານະພາບເປັນປະເທດດ້ອຍພັດທະນາອື່ນ. ການສະໜັບສະໜູນທຶນໃຫ້ເຂົ້າຮ່ວມກອງປະຊຸມສາກົນ ກໍອາດຫຼຸດລົງ, ກົງກັນຂ້າມ ການຈ່າຍເງິນພັນທະປະກອບສ່ວນໃຫ້ແກ່ ອົງການ ສປຊ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີ ກໍຈະມີການເພີ່ມຂຶ້ນ ອີງຕາມເພດານການຄິດໄລ່ ໃນຖານະທີ່ບໍ່ແມ່ນປະເທດດ້ອຍພັດທະນາ.

ບົນພື້ນຖານຜົນສຳເລັດ ແລະ ສິ່ງທ້າທາຍດັ່ງກ່າວ, ມັນເລັ່ງທວງໃຫ້ທົ່ວພັກ-ທົ່ວລັດ ແລະ ປວງຊົນລາວທັງຊາດ ຈະຕ້ອງໄດ້ເດັດດ່ຽວພ້ອມກັນ ເພີ່ມທະວີຄວາມເປັນເຈົ້າການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນທຸກດ້ານ ແລະ ຫຼຸດຜ່ອນການເອື່ອຍອີງໃສ່ການຊ່ວຍເຫຼືອຈາກຕ່າງປະເທດໃນຊຸມປີຕໍ່ໜ້າ ເປັນຕົ້ນແມ່ນ ການກະກຽມຄວາມພ້ອມທາງດ້ານພື້ນຖານໂຄງລ່າງເສດຖະກິດຂອງປະເທດ, ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ການຍົກສູງຄວາມອາດສາມາດ ແລະ ສະມັດຖະພາບດ້ານການຜະລິດພາຍໃນ ເພື່ອເຮັດໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້. ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຈະຊ່ວຍເຮັດໃຫ້ຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ພົ້ນເດັ່ນຂຶ້ນໃນເວທີສາກົນ ລວມທັງບົດບາດໃນການປຶກສາຫາລືບັນຫາການເມືອງໂລກ. ໃນດ້ານການຄ້າ ແລະ ການເຊື່ອມໂຍງເສດຖະກິດກັບພາກກພື້ນ ແລະ ສາກົນ ກໍຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນຕ່າງປະເທດ ໃຫ້ມີຄວາມສົນໃຈເຂົ້າມາລົງທຶນຢູ່ປະເທດເຮົາຫຼາຍຂຶ້ນ ອັນຈະເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການກະຕຸກຊຸກຍູ້ເສດຖະກິດຂອງປະເທດເຮົາ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງມີຄຸນນະພາບ ຕາມທິດຍືນຍົງ ແລະ ສີຂຽວ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com