Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ນາຍົກ ຕ້ອນຮັບທີ່ປຶກສາແຫ່ງລັດ ລັດຖະມົນຕີ ຕ່າງປະເທດ ສປ ຈີນ

ເຜີຍ​ແຜ່​ໂດຍ​: siththiphone rasphone ເວ​ລາ: 24/02/2020 09:12:48 ຈຳ​ນວນ​​ຢ້ຽມ​ຊົມ 4444 ຄັ້ງ

   ໃນ​ວັນ​ທີ 21 ກຸມພາຜ່ານ​ມາ  ທີ່ສຳນັກງານ​ນາຍົກລັດ ຖະມົນຕີ, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ ສະຫາຍ ຫວາງ ອີ້ ທີ່​ປຶກສາ​ແຫ່ງ​ລັດ ລັດຖະມົນຕີ​ກະຊວງ​ການ​ຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະເທດ ຂອບ​ການ​ຮ່ວມ​ມື​ແມ່ນຳ້​ຂອງ​-​ແມ່ນຳ້​ລ້ານ​ຊ້າງ ຄັ້ງ​ທີ 5 ແລະ ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະເທດ ອາ​ຊຽ​ນ-​ຈີນ ສະໄໝ​ພິເສດ​ກ່ຽວ​ກັບການ​ລະບາດ​ຂອງພະຍາດ​ ອັກເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (Covid-19) ໃນ​ລະຫວ່າງ​ວັນ​ທີ 19-20 ກຸມພາ ທີ່ນະຄອນຫຼວງ​ວຽງ​ຈັນ.
   ໃນ​ໂອກາດ​ນີ້, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ໄດ້​ສະແດງ​ຄວາມ​ຍິນດີ​ຕ້ອນຮັບ ແລະ ຕີ​ລາຄາ​ສູງ​ຕໍ່​ສະຫາຍ  ຫວາງ ອີ້ ແລະ ຄະນະທີ່​ເດີນທາງ​ມາ​ຢ້ຽມຢາມ​ທາງ​ການ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳຄັນ​ຢູ່ ສປປ ລາວ ໃນ​ຄັ້ງ​ນີ້ ຊຶ່ງ​ຈະ​ເປັນ​ການ​ປະກອບສ່ວນ​ອັນ​ສໍາ​ຄັນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນເຊື້ອ ​ແລະ​ ການ​ເປັນ​ຄູ່​ຮ່ວມ​ມື​ຍຸດທະສາດ​ຮອບດ້ານ​ໝັ້ນຄົງ​ຍາວ​ນານ​ລະຫວ່າງ​ລາວ​-​ຈີນ​ ຕາມ​ທິດ 4 ດີ​ ກໍຄື​ ການ​ເປັນ​ຄູ່​ຮ່ວມ​ຊາຕາກຳ​ລາວ​-​ຈີນ, ຈີນ​-​ລາວ ​ລະຫວ່າງ​ ສອງ​ພັກ, ສອງ​ລັດ​ ແລະ​ ປະຊາຊົນ​ສອງ​ຊາດ​ໃຫ້​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ​ ເກີດດອກ​ອອກ​ຜົນ​ຂຶ້ນ​ໄປ​ເລື້ອຍໆ ຊຶ່ງ ພັກ​-​ລັດຖະບານ​ລາວ ​ໄດ້​ຖື​ຄວາມ​ສໍາ​ຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ການຈັດຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມຊາຕາກຳ​ລາວ​-​ຈີນ, ຈີນ​-​ລາວ ​ທີ່​ສະຫາຍ​ປະທານ ​ ບຸນ​ຍັງ​ ວໍລະ​ຈິດ ​ແລະ ​ສະຫາຍ​ປະທານ​ ສີ​ຈິ້ນ​ຜິ​ງ​ ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ເດືອນ​ເມສາ 2019 ຜ່ານ​ມາ. ພ້ອມ​ນີ້, ສະຫາຍ​ນາຍົກລັດຖະມົນຕີ  ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳເລັດ​ຂອງ​ການ​ພົບ​ປະ​ສອງ​ຝ່າຍ​ລະຫວ່າງ​ສະຫາຍ​ ຫວາງ ​ ອີ້​ ກັບ​ ສະຫາຍ ​ສະເຫຼີມ​ໄຊ ​ ກົມ​ມະ​ສິດ, ທີ່ໄດ້​ ມີ​ການ​ແລກ​ປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ໃນ​ຫຼາຍ​ບັນຫາ​ແບບກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ການ​ຮ່ວມມື​ສອງ​ຝ່າຍ ​ ແລະ​  ຫຼາຍ​ຝ່າຍ ​ບົນ​ຈິດໃຈ​ການ​ເປັນ​ຄູ່​ຮ່ວມ​ຊາ ຕາກຳ​ຮ່ວມ​ກັນ ​ໂດຍສະເພາະ​ ກ່ຽວ​ກັບ​ການ​ກະກຽມ​ຈັດກອງ​ປະຊຸມສຸດ​ຍອດ​ແມ່​ນຳ້ຂອງ​-​ແມ່ນຳ້​ລ້ານ​ຊ້າງ​ ຄັ້ງ​ທີ 3 ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມີນາ 2020 ໃຫ້​ໄດ້​ຮັບ​ຜົນ​ສໍາ​ເລັດ​ຢ່າງ​ຈົບງາມ ​ກໍຄື​ການ​ກະກຽມ​ຕ້ອນຮັບ​ສະຫາຍ ​ຫຼີ​ເຄີ້​ສຽງ  ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ  ທີ່​ຈະ​ມາ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ຢູ່ສປປ​ ລາວ​ ໃນ​ທ້າຍ​ເດືອນ​ ມີນາ​ທີ່​ຈະ​ມາ​ເຖິງ​ນີ້, ສະຫາຍ ນາຍົກ ທອງ​ລຸນ ສີ​ສຸ​ລິດ ໄດ້​ສະແດງ​ຄວາມ​ຊົມເຊີຍ​ຜົນສຳ ເລັດ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະເທດຂອບ​ການ​ຮ່ວມມື​ ແມ່​ນຳ​​້ຂອງ​-​ແມ່​ນຳ້​ລ້ານ​ຊ້າງ​  ຄັ້ງ​ທີ 5 ແລະ ​ການ​ຈັດ​ກອງ​ປະ ຊຸມ​ລັດຖະມົນຕີຕ່າງປະເທດອາ​ຊຽ​ນ -​ຈີນ ສະໄໝ​ພິເສດ​ກ່ຽວ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ອັກເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂ​ຣກ​ສາຍ​ພັນ​ໃໝ່  (Covid-19) ແລະ ​ສະແດງ​ຄວາມ​ເຫັນໃຈ​ຢ່າງ​ສຸດ​ຊຶ້ງ​ຕໍ່​ລັດຖະບານ ແລະ ປະຊາຊົນ​ຈີນ ໂດຍ​ສະເພາະ​ຕໍ່​ຍາດ​ພີ່ນ້ອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍຈາກ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ດັ່ງກ່າວ  ແລະ ສະແດງ​ຄວາມ​ເຊື່ອ​ໝັ້ນວ່າ ​ພາຍໃຕ້​ການ​ຊີ້​ນໍາ-ນໍາ​ພາ​ຂອງ​ລັດຖະບານ ແລະ ຄວາມ​ມຸ້ງ​ໝັ້ນ​ຂອງ​ປະຊາຊົນ, ສປ ຈີນ ຈະ​ສາມາດ​ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະບາດ​ຂອງ​ພະຍາດ​ດັ່ງ​ກ່າວ. ພິເສດ​ໃນ​ປີ 2021 ທີ່​ຈະ​ມາ​ເຖິງ​ນີ້ ສອງ​ປະເທດ ຈະ​ຮ່ວມ​ກັນ​ປຶກສາຫາ ລື​ເພື່ອ​ຈັດ​ກິດຈະກຳ​ສະເຫຼີມ ສະຫຼອງປີມິດຕະພາບ ແລະ ຄົບຮອບ 60 ປີ ແຫ່ງ​ການ​ສ້າງ ຕັ້ງ​ສາຍ​ພົວພັນ​ການ​ທູດນຳ​ກັນຂອງ​ສອງ​ປະເທດໃຫ້​ມີ​ຄວາມ​ໝາຍ​ສຳຄັນ ແລະ ມີ​ບັນຍາກາດ​ອັນ​ຟົດ​ຟື້ນ.
   ໃນ​ໂອກາດ​ດຽວ​ກັນ, ສະຫາຍ​ ຫວາງ ອີ້ ໄດ້​ສະແດງ​ຄວາມ​ຂອບໃຈ​ເປັນ​ຢ່າງ​ສູງ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ ສະຫາຍນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ໃນ​ຄັ້ງ​ນີ້, ຢືນ ຢັນ​ຈະ​ສືບຕໍ່​ໃຫ້ການ​ຮ່ວມ​ມື​ກັບ ສປປ ລາວ ກໍ​ຄື​ການ ຮ່ວມ​ມື​ຂອງ​ສອງ​ກະຊວງ​ການ​ຕ່າງປະເທດ ທີ່​ມີໜ້າ​ທີ່​ໂດຍ​ກົງ​ໃນ​ການ ຊຸກຍູ້​ໃຫ້​ແກ່​ການ​ຕົກລົງ​ຂອງ​ການ​ນຳ​ສອງ​ປະເທດໃຫ້​ຖືກ​ຈັດ​ຕັ້ງ​ປະຕິບັດ​ຢ່າງມີ​ປະສິດ​ທິ​ຜົນ, ບົນ​ພື້ນຖານການ​ເປັນ​ຄູ່​ຮ່ວມ​ຍຸດທະສາດ​ຮອບດ້ານໝັ້ນຄົງ ຍາວ​ນານ ແລະ ​ການ​ເປັນ​ຄູ່​ຮ່ວມ​ຊາຕາກຳລະຫວ່າງ ສປປ ລາວ ແລະ ສປ ຈີນ.
   ຫຼັງ​ຈາກ​ນັ້ນ, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ແລະ ສະຫາຍ ຫວາງ ອີ້ ໄດ້​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ມອບ​-​ຮັບ​ ເຄື່ອງ​ຊ່ວຍເຫຼືອ ເພື່ອ​ນຳ​ໃຊ້ເຂົ້າໃນ​ການ​ຕ້ານ​ກັບ​ພະຍາດ​ອັກເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກສາຍ​ພັນ​ໃໝ່ ຫຼື ໂຄ​ວິດ-19 ໃຫ້​ແກ່ ສປ ຈີນ ຊຶ່ງ​ກ່າວ​ມອບ​ໂດຍ​ສະມາຄົມມິດຕະພາບ​ລາວ​-​ຈີນ ໂດຍ​ແມ່ນ ສະຫາຍ ຄຳ​ມະນີ  ອິນ​ທິ​ລາດ ລັດຖະ ມົນຕີ​ກະຊວງ​ພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບ​ໂດຍ ສະຫາຍ ຈ້າຍ ຈຽງ ຕົງ ເອກ​ອັກ​ຄະ​ລັດຖະ​ທູດ​ວິສາມັນ​ຜູ້​ມີ​ອຳ ນາດ​ເຕັມ​ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ມີ​ມູນ​ຄ່າ 5 ແສນ​ໂດ​ລາ,  ໃນ​ນັ້ນ​ເປັນ​ເງິນສົດ 4 ແສນ​ໂດ​ລາ ແລະ ອຸປະກອນການ​ແພດ​ມອບ​ໃຫ້​ນະຄອນ​ຄຸນ​ໝິງ, ຫູ​ໜານ, ກວາງ​ຕຸງ.ນອກຈາກ​ນີ້ ເມືອງ​ຈັນທະ​ບູ​ລີ ນະ​ຄອນ​ຫຼວ​ງ ວຽງ​ຈັນ ຍັງ​ມອບ​ເງິນ​ໃຫ້ເມືອງ​ຊາວ​ຢາງ ນະ​ຄ​ອນ​ຫຼວງ​ປັກ​ກິ່ງ​ຈຳນວນ  1 ແສນ​ໂດ​ລາ.
  (ຂ່າວ​-​ພາບ : ສຸກ​ສາຄອນ)
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com