Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ມູນຄ່າການຄ້າລາວ-ຈີນ ບັນລຸ 3,5 ຕື້ກວ່າໂດລາ

ເຜີຍ​ແຜ່​ໂດຍ​: siththiphone rasphone ເວ​ລາ: 24/02/2020 09:18:53 ຈຳ​ນວນ​​ຢ້ຽມ​ຊົມ 826 ຄັ້ງ

   ປີ 2019 ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ ລາວ ​- ​ຈີນ​ ບັນລຸ 3,5 ​ຕື້​ກວ່າໂດ​ລາ, ໃນ​ຂະນະ​ທີ່​ການ​ລົງທຶນ​ຂອງ ສປ ຈີນ ຢູ່ ສປປ ລາວ ມີ 785 ໂຄງການ, ມູນ​ຄ່າ 12 ຕື້​ໂດ​ລາ, ສ່ວນ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ​ລາວ​-​ຈີນ ແລະ ໂຄງການ​ທາງ​ດ່ວນ​ວຽງ​ຈັນ​-​ວັງ​ວຽງ ກໍ​ມີ​ຄວາມ​ຄືບ​ໜ້າ​ເປັນ​ທີ່​ໜ້າ​ພໍ​ໃຈ.
   ໃນ​ວັນ​ທີ 20 ກຸມພາ​ຜ່ານ​ມາ ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ, ສະຫາຍ ສະເຫຼີມ​ໄຊ ກົມ​ມະ​ສິດລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ແຫ່ງ ສປປ ລາວ ພ້ອມ​ຄະນະ ໄດ້​ພົບ​ປະ​ກັບ ສະຫາຍ ຫວາງ ອີ້ ທີ່​ປຶກສາ​ແຫ່ງ​ລັດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ແຫ່ງ ສປ ຈີນ ພ້ອມ​ດ້ວຍ​ຄະນະ ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ດັ່ງກ່າວ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະເທດ ຂອບ​ການ​ຮ່ວມ​ມື​ແມ່ນຳ້​ຂອງ​-​ແມ່ນຳ້​ລ້ານ​ຊ້າງ ຄັ້ງ​ທີ 5 ແລະ ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະເທດ ອາ​ຊຽ​ນ-​ຈີນ ສະໄໝ​ພິເສດ ກ່ຽວ​ກັບ ການ​ລະບາດ​ຂອງ​ພະຍາດ​ອັກເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂ​ຣກ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ (COVID-19), ໃນ​ລະຫວ່າງ​ວັນ​ທີ 19-21 ກຸມພາ 2020, ທີ່ ນະຄອນຫຼວງ​ວຽງ​ຈັນ.
   ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ນີ້ ສອງ​ຝ່າຍ ໄດ້​ຕີ​ລາຄາ​ສູງ ຕໍ່​ການ​ພົວພັນ​ແບບ​ຄູ່​ຮ່ວມ​ມື​ຍຸດທະສາດ​ຮອບດ້ານ​ໝັ້ນຄົງ​ຍາວ​ນານ ຕາມ​ທິດ 4 ດີ ແລະ ການ​ເປັນ​ຄູ່​ຮ່ວມ​ຊາຕາ​ກຳ ລາວ​-​ຈີນ ແລະ ຈີນ​-​ລາວ ລະຫວ່າງ ສອງ​ພັກ  ແລະ  ສອງ​ລັດຖະບານ ກໍ​ຄື​ປະຊາຊົນ​ສອງ​ຊາດ​ລາວ​-​ຈີນ, ຊຶ່ງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ດ້ວຍ​ຄຸນ​ນະ​ພາບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ໂດຍ​ໄດ້​ສະແດງ​ອອກ​ໃນ​ການ​ແລກປ່ຽນ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສອງ​ປະເທດ ຢ່າງ​ເປັນ​ປົກກະຕິ ແລະ ໄດ້​ມີ​ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ​ຮອບດ້ານ​ໃນ​ຂະແໜງການ​ຕ່າງໆ, ໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແຜນ​ແມ່​ບົດ ວ່າ​ດ້ວຍ ຄູ່​ຮ່ວມ​ຊາຕາກຳ ລາວ​-​ຈີນ ທີ່ສອງ​ສະຫາຍ​ປະທານ​ປະເທດ ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ເດືອນ ເມສາ 2019 ຜ່ານ​ມາ. 
   ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ ໃນ​ປີ 2019 ບັນລຸ 3.540 ລ້ານ​ໂດ​ລາ​ (ເພີ່ມ​ຂຶ້ນ 17,4%), ມູນ​ຄ່າ​ການ​ນໍາ​ເຂົ້າ ບັນລຸ 1.600 ລ້ານ​ໂດ​ລາ (ເພີ່ມ​ຂຶ້ນ 29,6%) ແລະ ມູນ​ຄ່າ​ການ​ສົ່ງ​ອອກ​ມີ 1.940 ລ້ານ​ໂດ​ລາ​ (ເພີ່ມ​ຂຶ້ນ 8,9%) ເມື່ອ​ທຽບໃສ່​ປີຜ່ານມາ, ການ​ລົງທຶນ​ຂອງ ຈີນ ຢູ່ ລາວ ໄດ້​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ 1 ຂອງ​ນັກ​ລົງທຶນ​ຕ່າງປະເທດ​ຢູ່ ສປປ ລາວ ຈຳນວນ 785 ໂຄງການ ລວມ​ມູນ​ຄ່າ 12 ຕື້​ໂດ​ລາ​ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ການ​ລົງທຶນ​ໃນ​ຂະແໜງການ​ບໍ່​ແຮ່, ການ​ກໍ່ສ້າງ, ການ​ບໍລິການ, ພະລັງງານ​ໄຟຟ້າ ແລະ ກະ​ສິ​ກຳ. ລັດຖະບານ​ລາວ ໄດ້​ຖື​ ສໍາ​ຄັນ​ບັນດາ​ໂຄງການ​ພັດທະ ນາ​ພື້ນຖານ​ໂຄງ​ລ່າງ ໂດຍ​ສະເພາະໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ​-​ຈີນ ທີ່​ໄດ້​ສໍາ ເລັດແລ້ວ​ຫຼາຍ​ກວ່າ 83%, ໂຄງການ​ທາງ​ດ່ວນ ລາວ​-​ຈີນ ນະຄອນຫຼວງ​ວຽງ​ຈັນ​-​ວັງ​ວຽງ ມີ​ຄວາມ​ຄືບ​ໜ້າ​ແລ້ວ​ຫຼາຍ​ກວ່າ 50% ແລະ ແລວ​ທາງ​ເສດຖະກິດ ລາວ​-​ຈີນ ກໍ​ໄດ້​ມີ​ຄວາມ​ຄືບ​ໜ້າ​ເປັນ​ກ້າວໆ, ຫຼາຍ​ໂຄງການ​ຊ່ວຍເຫຼືອ​ ​ຈາກ ສປ ຈີນ ໃຫ້​ແກ່ ສປປ ລາວ ແມ່ນ​ໄດ້​ຮັບ​ການ​ຊຸກຍູ້​ໃຫ້​ມີ​ຄວາມ​ຄືບ​ໜ້າ​ດີ​ຂຶ້ນ. ພ້ອມ​ດຽວ​ກັນ​ນີ້, ສອງ​ຝ່າຍ ໄດ້​ສະແດງ​ຄວາມ​ເຫັນ​ດີ​ທີ່​ຈະ​ຊຸກຍູ້​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ຂອງ​ຕົນ​ໃນ​ການ​ກະກຽມ​ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ​-​ຈີນ ຄົບຮອບ 60 ໃນ​ປີ 2021 ທີ່​ຈະ​ມາ​ເຖິງ​ນີ້, ປະສານ​ສົມທົບ​ກັນ​ຢ່າງ​ໃກ້ຊິດ ເພື່ອ​ກະກຽມ​ໃຫ້​ແກ່​ການ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ນ້ຳ​ຂອງ​-​ແມ່ນ້ຳ​ລ້ານ​ຊ້າງ ຢູ່ ສປປ ລາວ ຂອງ ນາຍົກລັດຖະມົນຕີ ສປ ຈີນ ໃນ​ທ້າຍ​ເດືອນ​ມີນາ 2020 ໃຫ້​ປະສົບ​ຜົນສຳເລັດ​ຕາມ​ຄາດໝາຍ, ສືບຕໍ່​ກົນ​ໄກ​ການ​ແລກປ່ຽນ​ບົດຮຽນ, ການ​ໃຫ້​ທຶນ​ຝຶກ​ອົບຮົມ​ໃນ​ຂະແໜງການ​ຕ່າງໆ, ສືບຕໍ່​ໃຫ້ການ​ຊ່ວຍເຫຼືອ​ຊຶ່ງ​ກັນ ແລະ ກັນ ໃນ​ຂອບ​ການ​ຮ່ວມ​ມື​ພາກ​ພື້ນ ແລະ ອະນຸ​ພາກ​ພື້ນ​ຕ່າງໆ ເປັນຕົ້ນ​ແມ່ນ ການ​ຮ່ວມ​ມື​ຂອບ​ແມ່​ນໍ້າ​ຂອງ​-​ແມ່ນ້ຳ​ລ້ານ​ຊ້າງ, ການ​ຮ່ວມ​ມື​ອາ​ຊຽ​ນ-​ຈີນ ແລະ ການ​ຮ່ວມ​ມື​ໃນ​ຂອບ​ການ​ຮ່ວມ​ມື​ສາ​ກົນ. 
   ໃນ​ໂອກາດ​ນີ້, ສະຫາຍ ສະເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ສະແດງ​ຄວາມ​ຂອບໃຈ​ຢ່າງ​ສູງ​ມາ​ຍັງ ພັກ​-​ລັດຖະບານ ແລະ ປະຊາຊົນ​ຈີນ ອ້າຍ​ນ້ອງ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ສະໜັບສະໜູນ ສປປ ລາວ ຕະຫຼອດ​ມາ  ພ້ອມ​ນີ້ ກໍສະແດງ​ຄວາມ​ເຫັນໃຈ ແລະ ເສົ້າ​ສະຫຼົດ​ໃຈ​ຕໍ່​ຄອບຄົວ, ຍາດ​ພີ່ນ້ອງ ແລະ ປະຊາຊົນ​ຈີນ ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ອັກເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ໂຄ​ໂ​ຣ​ນາ​ສາຍ​ພັນ​ໃໝ່ (COVID-19) ແລະ ສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສປ ຈີນ ຈະ​ສາມາດ​ຄວບ​ຄຸມ​ການ​ລະບາດ​ຂອງ​ເຊື້ອ​ພະຍາດ​ດັ່ງກ່າວ ໃຫ້​ໄດ້​ທັນ​ເວລາ ແລະ ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ.
   ໃນ​ໂອກາດ​ດຽວ​ກັນ, ສະຫາຍ ລັດຖະມົນຕີ ຫວາງ ອີ້ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່ ພັກ, ລັດຖະບານ ແຫ່ງ ສປປ ລາວ ທີ່​ໄດ້​ໃຫ້​ກຽດ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ໃນ​ການ​ມາ​ຢ້ຽມຢາມ​ທາງ​ການ ສປປ ລາວ ໃນ​ຄັ້ງ ​ນີ້ ແລະ ສະແດງ​ຄວາມ​ຍິນດີ​ ຈະ​ສືບຕໍ່​ຮັດ​ແໜ້ນ ແລະ ເສີມ​ ຂະຫຍາຍ​ສາຍ​ພົວພັນ​ມິດຕະ ພາບ, ການ​ພົວພັນ​ແບບ​ຄູ່​ຮ່ວມ ​ຍຸດທະສາດ​ຮອບດ້ານໝັ້ນຄົງ​ຍາວ​ນານ ຕາມ​ທິດ 4 ດີ ລະ ຫວ່າງ ສອງ​ພັກ​-​ສອງ​ລັດຖະ ບານ ກໍ​ຄື ປະຊາຊົນ​ສອງ​ຊາດ ລາວ ແລະ ຈີນ ໃຫ້​ນັບ​ມື້​ນັບ​ໄດ້​ ຮັບ​ການ​ເສີມ​ຂະຫຍາຍ ທັງ​ ທາງ​ກວ້າງ, ທາງ​ເລິກ ແລະ ໃຫ້​ມີ​ປະສິດ​ທິ​ຜົນ, ນໍາ​ເອົາ​ຜົນ​ປະໂຫຍດ​ຕົວ​ຈິງ​ມາ​ໃຫ້​ແກ່​ປະ ຊາຊົນ​ສອງ​ຊາດ ລາວ ແລະ ຈີນ.
(ຂ່າວ: ກະຊວງ​ການ​ຕ່າງປະເທດ)
 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com