Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ບຸນອູ້ມ
ແຜນວຽກຈຸດສຸມໃນການຈັດຕັ້ງນຳພາຂອງອົງຄະນະພັກສູນກາງແນວລາວສ້າງຊາດ ໃນ 5 ປີຕໍ່ໜ້າ (2021-2026), ກຳນົດຮັບຮອງຫົວຂໍ້ຄົ້ນຄວ້າວິທະຍາສາດກ່ຽວກັບວຽກງານແນວໂຮມໃນໄລຍະໃໝ່, ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານແນວລາວສ້າງຊາດຂັ້ນຕ່າງໆ, ຍົກລະດັບເຕັກນິກວິຊາການໃນວຽກງານແນວລາວສ້າງຊາດ ໃຫ້ສອດຄ່ອງກັບສະພາບຕົວຈິງ. ພ້ອມກັນນັ້ນ, ຕ້ອງໄດ້ປັບປຸງກົນໄກການເຮັດວຽກ ຊຶ່ງຄະນະພັກ, ສະມາຊິກພັກທຸກສະຫາຍຕ້ອງເປັນແກນນໍາ ແລະ ເປັນແບບຢ່າງດ້ານວຽກງານການເມືອງແນວຄິດໃຫ້ຫຼາຍຂຶ້ນ.
ກອງປະຊຸມໃຫຍ່ ຄັ້ງທີ v ຂອງອົງຄະນະພັກສູນກາງແນວລາວສ້າງຊາດ ໄດ້ວາງທິດທາງວຽກງານຈຸດສຸມສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຄຳແນະນຳເລກທີ 03 ຂອງນາຍົກ, ໃນນັ້ນ, ເລັ່ງໃສ່ກຳນົດພາລະບົດບາດ, ສິດໜ້າທີ່, ຕໍາແໜ່ງງານ ແລະ ກົນໄກປະສານງານໃຫ້ຈະແຈ້ງກວ່າເກົ່າ, ປະຕິບັດມາດຕະການ, ລະບຽບການກ່ຽວຂ້ອງກ່ຽວກັບການສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຕາມມະຕິ 031 ຂອງຄະນະເລຂາທິການສູນກາງພັກ, ຄຸ້ມຄອງລະບຽບການຕີລາຄາຄຸນນະພາບຂອງສະມາຊິກພັກ.
ທ່ານ ສິນລະວົງ ຄຸນໄພທູນ ປະທານສູນກາງແນວລາວສ້າງຊາດ ໄດ້ກ່າວລາຍງານໃນກອງປະຊຸມໃຫຍ່ ຄັ້ງທີ V ສູນກາງແນວລາວສ້າງຊາດວ່າ: ເພື່ອເຮັດໃຫ້ແນວລາວສ້າງຊາດຂັ້ນສູນກາງ ລົງຮອດທ້ອງຖິ່ນເຂົ້າໃຈ ແລະ ກຳແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ແນວຄິດປະທານ ໄກສອນ ພົມວິຫານ ເປັນເຂັມທິດຊີ້ນຳການເຄື່ອນໄຫວ ແລະ ການຄົ້ນຄວ້າປະດິດສ້າງພາລະກິດການສ້າງສາ ແລະ ເຕົ້າໂຮມຄວາມສາມັກຄີປອງດອງ, ຄວາມເປັນປຶກແຜນຂອງປະຊາຊົນເຮັດໃຫ້ຄະນະພັກ, ໜ່ວຍພັກ, ສະມາຊິກພັກຂອງແນວລາວສ້າງຊາດ ຕ້ອງຮູ້ຜັນຂະຫຍາຍແຜນນະໂຍບາຍຂອງພັກ, ຮູ້ຂົນຂວາຍປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ຜູ້ຊົງຄຸນວຸດທິ, ນັບທັງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ. ດັ່ງນັ້ນ. ພ້ອມດຽວກັນນີ້, ຄະນະພັກ, ໜ່ວຍພັກ, ສະມາຊິກພັກ ຕ້ອງຄົ້ນຄວ້າຮຽນຮູ້ທິດສະດີ ແລະ ພຶດຕິກຳຕົວຈິງຂອງວຽກງານແນວໂຮມ, ທັງສະແຫວງຫາບົດຮຽນວຽກງານແນວໂຮມກັບບັນດາປະເທດເພື່ອນມິດຍຸດທະສາດ. ວຽກງານແນວຄິດປະກອບສ່ວນເພີ່ມຄວາມຮັບຜິດຊອບ ແລະ ເສີມຂະຫຍາຍສິດເປັນເຈົ້າ, ຕ້ອງຊຸກດັນຕໍ່ການແກ້ໄຂແນວຄິດຫຍໍ້ທໍ້ຈົ່ງຈຽມ, ແນວຄວາມຄິດເອື່ອຍອີງລໍຖ້າຄຳສັ່ງ ແລະ ແຈ້ງການ, ດັ່ງນັ້ນຕ້ອງມີແຜນວຽກຈຸດສຸມຄື: ກຳນົດ ແລະ ຮັບຮອງຫົວຂໍ້ຄົ້ນຄວ້າວິທະຍາສາດກ່ຽວກັບແນວໂຮມໄລຍະໃໝ່, ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານແນວລາວສ້າງຊາດຂັ້ນຕ່າງໆ, ຍົກລະດັບດ້ານເຕັກນິກວິຊາການໃນວຽກງານແນວລາວສ້າງຊາດ, ສຶບຕໍ່ປັບປຸງກົງຈັກການຈັດຕັ້ງຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງໄວ້ ແລະ ຄຳແນະນຳເລກທີ 03 ຂອງນາຍົກ, ໃນນັ້ນ, ເລັ່ງໃສ່ກຳນົດພາລະບົດບາດ, ສິດໜ້າທີ່, ຕໍາແໜ່ງງານ ແລະ ກົນໄກປະສານງານໃຫ້ຈະແຈ້ງກວ່າເກົ່າ, ປະຕິບັດມາດຕະການ, ລະບຽບການກ່ຽວຂ້ອງກ່ຽວກັບການສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຕາມມະຕິ 031 ຂອງຄະນະເລຂາທິການສູນກາງພັກ, ຄຸ້ມຄອງລະບຽບການຕີລາຄາຄຸນນະພາບຂອງສະມາຊິກພັກ.
ການປັບປຸງດ້ານແບບແຜນນຳພາ ແລະ ວິທີເຮັດວຽກຕ້ອງຮັບປະກັນຫຼັກການ ດ້ວຍການເສີມຂະຫຍາຍຫົວຄິດປະດິດສ້າງ, ຫັນເປັນວິຊາການ ແລະ ເຄົາລົບຫຼັກການ, ປະຕິບັດລະບອບການດຳລົງຊີວີດການເມືອງ, ລະບອບການຮັບສ່ອງແສງລາຍງານຢ່າງຖືກຕ້ອງ, ຮັບປະກັນໝາກຜົນຂອງການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ ແລະ ສ້າງບັນຍາກາດສ້າງສັນ, ສາມັກຄີພາຍໃນພັກ ແລະ ທົ່ວລະບົບແນວລາວສ້າງຊາດ. ສະນັ້ນ, ຕ້ອງສຸມໃສ່ເຄື່ອນໄຫວ ແລະ ປະຕິບັດການແບ່ງງານໃຫ້ຄະນະໜ່ວຍພັກເປັນຜູ້ຮັບຜິດຊອບຕາມພາລະບົດບາດຂອງຕົນຢ່າງວ່ອງໄວຖືກຕ້ອງລະບຽບວາລະ. ປະຕິບັດລະບອບຫັນລົງຮາກຖານ, ຫັນລົງຫາປະຊາຊົນຢູ່ທ້ອງຖິ່ນ, ປະຕິບັດການກວດກາ, ປະເມີນບັນດາໜ່ວຍພັກ ແລະ ສະມາຊິກພັກ, ເລືອກເຟັ້ນພະນັກງານຈາກຂະບວນມະຫາຊົນ ແລະ ຂະບວນການວຽກດີຄົນເດັ່ນ ໃຫ້ແທດຕົວຈິງ, ປະຕິບັດລະບອບປະສານງານກັບບັນດາໜ່ວຍພັກ ແລະ ພາກສ່ວນກ່ຽວຂ້ອງໃຫ້ກົມກຽວ.
ເພີ່ມທະວີການນຳພາວຽກວງານພະນັກງານ ຕ້ອງຮັບປະກັນໃຫ້ພະນັກງານ-ລັດຖະກອນ ຂອງ ແນວລາວສ້າງຊາດ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ນັບມື້ນັບສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ວຽກງານຈຸດສຸມຄະນະພັກ, ຄະນະໜ່ວຍພັກຕ້ອງເອົາໃຈໃສ່ຕໍ່ການສຶກສາອົບຮົມການເມືອງແນວຄິດ, ກຳແໜ້ນຄຸ້ມຄອງການເຄື່ອນໄຫວຂອງພະນັກງານ, ປະຕິບັດເຂັ້ມງວດບັນດາຫຼັກການ, ຂັ້ນຕອນລະບຽບການ ແລະ ວິທີການຕີລາຄາປະເມີນການປະຕິບັດໜ້າທີ່ຂອງພະນັກງານໃຫ້ຖືກຕ້ອງກັບຄວາມເປັນຈິງ, ປະຕິບັດໃຫ້ຖືກຕາມທິດຊອກຄົນໃສ່ວຽກ ບໍ່ແມ່ນຊອກວຽກໃສ່ຄົນ. ທັງນີ້ກໍເພື່ອເປັນການພັດທະນາວຽກງານແນວລາວສ້າງຊາດດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນນັບມື້ສູງຂຶ້ນ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com