Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຫວ່າງແລ້ວນີ້, ຄະນະນຳພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ນຳໂດຍ ທ່ານ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານການກະກຽມຄວາມພ້ອມ ໃນການເປີດການຮຽນ-ການສອນຄືນໃໝ່ ປະຈຳສົກຮຽນ 2021-2022 ທົ່ວເມືອງ ຊຶ່ງມີຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຜູ້ອຳນວຍການໂຮງຮຽນປະຖົມ, ມັດທະຍົມຕົ້ນ, ມັດທະຍົມປາຍເຂົ້າຮ່ວມ.
ທ່ານ ນາງ ຈັນສະໝຸດ ສຸກຂະເສີມ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ສົກຮຽນ 2021-2022 ທົ່ວເມືອງມີໂຮງຮຽນທັງໝົດ 88 ແຫ່ງ. ໃນນີ້, ຫ້ອງລ້ຽງເດັກ 1 ຫ້ອງ, ອະນຸບານ 10 ແຫ່ງ, ຫ້ອງກຽມປະຖົມ 26 ແຫ່ງ, ມູນລະປະຖົມ 11 ແຫ່ງ, ປະຖົມສົມບູນ 60 ແຫ່ງ, ມັດທະຍົມຕົ້ນ 4 ແຫ່ງ ແລະ ມັດທະຍົມສົມບູນ 3 ແຫ່ງ, ໄລຍະຜ່ານມາຫຼາຍໂຮງຮຽນໄດ້ເປັນສູນກັກຕົວ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ມີ 3 ແຫ່ງ, ມາເຖິງປັດຈຸບັນໄດ້ຮັບການອະນາໄມຊີດຢາຂ້າເຊື້ອເພື່ອນຳໃຊ້ເຂົ້າໃນການຮຽນ-ການສອນແບບເຊິ່ງໜ້າ. ສຳລັບພະນັກງານຄູມີ 340 ຄົນ ຍິງ 196 ຄົນ, ໄດ້ຮັບການສັກວັກຊິນຄົບໂດສທຸກຄົນ ແລະ ໄດ້ຮັບເຂັມກະຕຸ້ນເຂັມທີ 3 ແລ້ວຈຳນວນ 193 ຄົນ ຍິງ 81 ຄົນ, ມີນັກຮຽນທັງໝົດ 6.354 ຄົນ ຍິງ 2.969 ຄົນ, ສະເພາະນັກຮຽນໃນເກນອາຍຸ 12-17 ປີ ໄດ້ຮັບວັກຊິນແລ້ວຈຳນວນ 1.754 ຄົນ ຍິງ 845 ຄົນ, ຕະຫຼອດໄລຍະຜ່ານມາ ຄະນະນຳຂອງເມືອງ ກໍຄືຄະນະສະເພາະກິດຂັ້ນເມືອງ ໄດ້ລົງປະເມີນຕາມຮ່າງ 10 ມາດຕະການ ແລະ 40 ຂໍ້ແນະນໍາ ຂອງກະຊວງສາທາລະນະສຸກວາງອອກ ເພື່ອໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍ ພ້ອມທັງມີຄວາມພ້ອມຮອບດ້ານ ໃນການທີ່ຈະຈັດການຮຽນ-ການສອນຄືນໃໝ່ໃນທຸກຊັ້ນຮຽນໄດ້.
ໂອກາດນີ້, ທ່ານ ນາງ ບົວລອຍ ອິດທິພອນ ໄດ້ນຳເອົາອຸປະກອນການແພດ ເພື່ອປ້ອງກັນພະຍາດໂຄວິດ-19 ຈໍານວນໜຶ່ງ ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອມອບຕໍ່ໃຫ້ໂຮງຮຽນໃນທົ່ວເມືອງ ຊຶ່ງປະກອບມີ ສະບູ່, ເຈວລ້າງມື ແລະ ເຄື່ອງວັດແທກອຸນຫະພູມ. ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານຄູ ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດການຮຽນ-ການສອນໃຫ້ສຳເລັດ ໂດຍຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ເພື່ອໃຫ້ການດໍາເນີນການຮຽນ-ການສອນ ແບບເຊິ່ງໜ້າໃຫ້ໄດ້ເປັນປົກກະຕິ ແລະ ມີຄວາມປອດໄພ ຈາກພະຍາດໂຄວິດ-19.
(ຂ່າວ-ພາບ: ສອນອາຄົມ ແກ້ວຄຳເພັດ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com