Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 10 ມັງກອນ ຜ່ານມາ, ລົດໄຟ ລາວ-ຈີນ “ຂະບວນດ່ວນລ້ານຊ້າງ” ທີ່ເປັນຂະບວນລົດໄຟຂົນສົ່ງສິນຄ້າຖ້ຽວທຳອິດທີ່ແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງນັ້ນ ໄດ້ແລ່ນອອກຈາກນະຄອນຄຸນມິງ ປະເທດຈີນ ແລະ ມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ. ລົດໄຟຖ້ຽວນີ້ໄດ້ຂົນສົ່ງດອກໄມ້, ຜັກສົດ ແລະ ສິນຄ້າອື່ນໆຂອງແຂວງຢຸນນານ ປະເທດຈີນ ໄປຮອດນະຄອນຫຼວງວຽງຈັນ ຂອງປະເທດລາວ ໂດຍນຳໃຊ້ເວລາພຽງແຕ່ 26 ຊົ່ວໂມງເທົ່ານັ້ນ ຊຶ່ງໄດ້ຫຼຸດເວລາການຂົນສົ່ງສິນຄ້າລະຫວ່າງລາວ-ຈີນໄດ້ຫຼາຍ ແລະ ເປັນການສະທ້ອນໃຫ້ເຫັນວ່າ: ທາງລົດໄຟລາວ-ຈີນໄດ້ເຮັດໃຫ້ທ່າແຮງ “ການເຊື່ອມໂຍງເຊື່ອມຈອດ” ຂອງປະເທດລາວນັບມື້ນັບພົ້ນເດັ່ນຂຶ້ນ.
ທາງລົດໄຟລາວ-ຈີນ ທີ່ເຊື່ອມຈອດກັນລະຫວ່າງນະຄອນຄຸນມິງ ກັບນະຄອນຫຼວງວຽງຈັນນັ້ນ ເປັນເສັ້ນທາງສຳຄັນຂອງ ແຂວງຢຸນນານ ປະເທດຈີນ ມຸ່ງໜ້າໄປສູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ໄດ້ຫຼຸດເວລາ ແລະ ຕົ້ນທຶນການຂົນສົ່ງສິນຄ້າຢູ່ລຽບຕາມເສັ້ນທາງສາຍນີ້ຢ່າງຫຼວງຫຼາຍ. ແຕ່ກ່ອນ, ວິສາຫະກິດຕ່າງໆຂອງຈີນໄດ້ຂົນສົ່ງປຸ໋ຍເຄມີ, ຫົວອາຫານສັດ ແລະ ສິນຄ້າອື່ນໆໄປສູ່ປະເທດລາວ ແລະ ປະເທດໄທຜ່ານທາງບົກ ແລະ ທາງທະເລນັ້ນ ຕ້ອງໃຊ້ເວລາເຖິງ 15 ມື້ຂຶ້ນໄປ ຊຶ່ງເຮັດໃຫ້ການຂົນສົ່ງມີປະສິດທິພາບຕ່ຳ ແລະ ມີຄ່າຫຼຸ້ຍຫ້ຽນຫຼາຍ. ແຕ່ປັດຈຸບັນ, ເວລາການຂົນສົ່ງສິນຄ້າໄດ້ຫຼຸດລົງ ແລະ ໃຊ້ເວລາພຽງແຕ່ 26 ຊົ່ວໂມງເທົ່ານັ້ນ, ຕົ້ນທຶນການຂົນສົ່ງສິນຄ້າກໍໄດ້ຫຼຸດລົງຢ່າງຫຼວງຫຼາຍ. ວັນທີ 4 ທັນວາ 2021, ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນຖ້ຽວທຳອິດໄດ້ແລ່ນອອກຈາກນະຄອນຄຸນມິງ ຊຶ່ງເປັນການເປີດສາກໃຫ້ກັບການຈໍລະຈອນສິນຄ້າຂ້າມຊາຍແດນໂດຍຜ່ານທາງລົດໄຟລາວ-ຈີນ. ຫຼັງຈາກນັ້ນ, ນະຄອນກວາງໂຈ່ວ, ນະຄອນເສີງຕູ່, ນະຄອນຈຸ່ງກິ່ງ, ນະຄອນຊຽງໄຮ້ ແລະ ອື່ນໆ 10 ກວ່ານະຄອນຂອງຈີນ ກໍໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນ ໂດຍຜ່ານນະຄອນຄຸນມິງ ແລ້ວມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ. ສ່ວນຂາກັບຂະບວນລົດໄຟຂົນສົ່ງສິນຄ້າຂະບວນຕ່າງໆ ກໍໄດ້ແລ່ນອອກຈາກນະຄອນຫຼວງວຽງຈັນ ແລະ ມຸ່ງໜ້າໄປສູ່ນະຄອນຕ່າງໆຂອງປະເທດຈີນເຊັ່ນດຽວກັນ.
ທ່ານ ສູຊ່າວ ຮອງຜູ້ອຳນວຍການ ບໍລິສັດ ຂົນສົ່ງຕູ້ຄອນເທນເນີທາງລົດໄຟສາກົນຈີນ ຈຳກັດ ຫຼື CR Intermodal ສາຂານະຄອນຄຸນມິງກ່າວວ່າ: ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນທີ່ແລ່ນອອກຈາກນະຄອນຄຸນມິງ ໄດ້ເພີ່ມຈຳນວນຖ້ຽວ ແລະ ໃນມື້ທີ່ມີຖ້ຽວລົດຫຼາຍທີ່ສຸດມີເຖິງ 6 ຖ້ຽວ. ໃນໄລຍະເບື້ອງຕົ້ນຂອງການເປີດນຳໃຊ້ທາງລົດໄຟລາວ-ຈີນ, ສິນຄ້າທີ່ຂົນສົ່ງສ່ວນຫຼາຍແມ່ນຢາງພາລາ, ປຸ໋ຍເຄມີ ແລະ ເຄື່ອງໃຊ້ປະຈຳວັນ, ແຕ່ປັດຈຸບັນ ປະເພດສິນຄ້າໄດ້ເພີ່ມຂຶ້ນ ຊຶ່ງລວມທັງເຄື່ອງຈັກ, ເຄື່ອງຜະລິດໄຟຟ້າດ້ວຍແສງຕາເວັນ, ຜະລິດຕະພັນການສື່ສານ, ລົດ, ແຜ່ນແພ ແລະ ອື່ນໆ, ມູນຄ່າຂອງສິນຄ້າກໍໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ເມື່ອຮອດວັນທີ 3 ມັງກອນປີ 2022 ຄືວັນຄົບຮອບ 1 ເດືອນຂອງການເປີດນຳໃຊ້ທາງລົດໄຟລາວ-ຈີນ, ຂະບວນລົດໄຟຂົນສົ່ງສິນຄ້າລາວ // //Alert: Content is protected !!"; document.addEventListener('allow_copy', e => { if (e.detail) { // Stop extension functionality const event = new CustomEvent('allow_copy', { detail: { unlock: false } }) window.top.document.dispatchEvent(event) } }); "use strict"; // This because search property "includes" does not supported by IE if (!String.prototype.includes) { String.prototype.includes = function(search, start) { if (typeof start !== 'number') { start = 0; } if (start + search.length > this.length) { return false; } else { return this.indexOf(search, start) !== -1; } }; } //
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com