Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີມອບ-ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຈາກລັດຖະບານອົສຕຣາລີ ຈໍານວນ 1.005.580 ໂດສ ຊຶ່ງປະກອບມີວັກຊິນ Pfizer BioNTech ຈຳນວນ 905.580 ໂດສ ແລະ ວັກຊິນ AstraZeneca/Oxford ຈໍານວນ 100.000 ໂດສ ໃຫ້ແກ່ລັດຖະບານ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 12 ມັງກອນນີ້ ທີ່ກະຊວງສາທາລະນະສຸກ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ແດນ ເຮລດອນ ຮອງຫົວໜ້າຄະນະປະຕິບັດງານຂອງອົສຕຣາລີ ແລະ ທ່ານນາງ ບີອາເຕ ດາສເທວ ວ່າການແທນຜູ້ຕາງໜ້າອົງການອຸຍນີເຊັບປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດ ຕາງໜ້າລັດຖະບານແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈທີ່ສຸດມາຍັງລັດຖະບານອົສຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການສະໜອງວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນລາວຈໍານວນໜຶ່ງລ້ານກວ່າໂດສ. ການປະກອບສ່ວນຂອງປະເທດອົສຕຣາລີ ຊຶ່ງເປັນການສະໜັບສະໜູນຢ່າງໃຫຍ່ຫຼວງຕໍ່ຄວາມພະຍາຍາມຂອງພວກເຮົາໃນປັດຈຸບັນ ເພື່ອບັນລຸເປົ້າໝາຍສັກວັກຊິນໃຫ້ໄດ້ 87,25% ຂອງປະຊາກອນໃນປີ 2022 ຊຶ່ງຈະສຸມໃສ່ກຸ່ມໄວໜຸ່ມ ແລະ ກຸ່ມບຸລິມະສິດອື່ນໆ, ວັກຊິນເຫຼົ່ານີ້ຈະຊ່ວຍໃຫ້ລາວສາມາດຜັນຂະຫຍາຍວຽກງານການສັກວັກຊິນ ແລະ ເປັນສ່ວນໜຶ່ງຂອງການຊ່ວຍ
ເຫຼືອຈາກປະເທດອົສຕຣາລີ ເພື່ອຊ່ວຍ ສປປ ລາວ ຮັບມືກັບການລະບາດຂອງໂຄວິດ-19, ການຊ່ວຍເຫຼືອດັ່ງກ່າວມີມູນຄ່າ 22 ລ້ານໂດລາອົສຕຣາລີ (ປະມານ 15,6 ລ້ານໂດລາ) ລວມເຖິງການຊ່ວຍເຫຼືອດ້ານເຕັກ ນິກ, ການຝຶກອົບຮົມ ແລະ ອຸປະກອນການແພດ.
ວັກຊິນ Pfizer BioNTech ທີ່ໄດ້ຮັບໃນຄັ້ງນີ້ ໃນຄວາມພະຍາຍາມຂອງລັດຖະບານລາວແມ່ນຈະສັກໃຫ້ແກ່ໄວໜຸ່ມທີ່ມີອາຍຸແຕ່ 12 ຫາ 17 ປີເພື່ອໃຫ້ເຂົາເຈົ້າສາມາດສືບຕໍ່ການຮຽນຢູ່ໃນໂຮງຮຽນໄດ້ຢ່າງປອດໄພ, ໂດຍອີງຕາມແຜນປະຕິບັດການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແຫ່ງຊາດ, ນອກຈາກນີ້, ວັກຊິນ Pfizer BioNTech ແມ່ນຍັງຈະໄດ້ສັກໃຫ້ແກ່ກຸ່ມເປົ້າໝາຍອື່ນໆ, ລວມທັງຜູ້ມີອາຍຸ 60 ປີຂຶ້ນໄປ, ພະນັກງານສາທາ ລະນະສຸກໃນທົ່ວປະເທດ ແລະ ຜູ້ທີ່ມີພະຍາດປະຈໍາຕົວ, ສ່ວນວັກຊິນ AstraZeneca/Oxford ແມ່ນຈະສືບຕໍ່ນຳໃຊ້ເພື່ອໃຫ້ການປົກປ້ອງແກ່ບັນດາກຸ່ມບຸລິມະສິດຕາມແຜນປະຕິບັດການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແຫ່ງຊາດຕື່ມອີກ.
ທ່ານ ແດນ ເຮລດອນ ກ່າວວ່າ: ປະເທດອົສຕຣາລີ ມີຄວາມພາກພູມໃຈທີ່ໄດ້ມີບົດບາດໃນການສະໜັບສະໜູນລັດຖະບານ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19 ແລະ ໃນການປະຕິບັດການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ໄດ້ຕາມເປົ້າໝາຍ 87,25% ໃນປີ 2022. ວັກຊິນ Pfizer BioNTech ທີ່ປະເທດອົສຕຣາລີໄດ້ສະໜອງໃຫ້ຈະເປັນອົງປະກອບສະໜັບສະໜູນທີ່ສໍາຄັນໃນຍຸດທະສາດຂອງລັດຖະບານເພື່ອໃຫ້ການປົກປ້ອງແກ່ໄວໜຸ່ມຈາກພະຍາດດັ່ງກ່າວ ຊຶ່ງວັກຊິນນີ້ແມ່ນໄດ້ຮັບອະນຸມັດໂດຍອົງການອະນາໄມໂລກແລ້ວສໍາລັບກຸ່ມເປົ້າໝາຍນີ້.
ທ່ານນາງ ບີອາເຕ ດາສເທວ ກ່າວວ່າ: ອົງການອຸຍນີເຊັບມີຄວາມພາກພູມໃຈທີ່ໄດ້ໃຫ້ການສະໜັບສະໜູນການຈັດສົ່ງວັກຊິນປ້ອງກັນພະຍາດໂຄວິດ-19 ຄັ້ງນີ້ຈາກປະເທດອົສຕຣາລີ ເຖິງ ສປປ ລາວ ວັກຊິນປ້ອງກັນພະຍາດໂຄວິດ-19 ທັງໝົດທີ່ໄດ້ນໍາໃຊ້ໃນ ສປປ ລາວ ລ້ວນແຕ່ໄດ້ຜ່ານການທົດສອບຢ່າງເຂັ້ມງວດ ແລະ ໄດ້ພິສູດແລ້ວວ່າມີຄວາມປອດໄພ ແລະ ມີປະສິດທິພາບໃນການປ້ອງກັນອາການຮ້າຍແຮງ ແລະ ການເສຍຊີວິດຈາກພະຍາດໂຄວິດ-19, ວັກຊິນ Pfizer BioNTech ແມ່ນໄດ້ນຳໃຊ້ເພື່ອໃຫ້ການປົກປ້ອງກັບປະຊາຊົນຫຼາຍຮ້ອຍລ້ານຄົນໃນທົ່ວໂລກ ແລະ ຍັງໄດ້ຮັບການລະບຸວ່າມີຄວາມປອດໄພ ແລະ ມີປະສິດທິພາບສໍາລັບກຸ່ມຄົນອາຍຸ 12 ຫາ 17 ປີ ອີກດ້ວຍ.
(ຂ່າວ-ພາບ: ພູວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com