Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ການນຳແຂວງສາລະວັນ ຕ້ອນຮັບກົງສູນໃຫຍ່ ສສ ຫວຽດນາມ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 13/01/2022 16:20:36 ຈຳ​ນວນ​​ຢ້ຽມ​ຊົມ 4519 ຄັ້ງ

 

ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈຳພັກແຂວງ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງສາລະວັນ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ຫງວຽນວັນຈຸງ ທີ່ໄດ້ຮັບການແຕ່ງຕັ້ງເປັນກົງສູນໃຫຍ່ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳນະຄອນປາກເຊ ແຂວງຈຳປາສັກ ພ້ອມຄະນະ ທີ່ຫ້ອງຮັບຮອງຂອງແຂວງສາລະວັນ ຫວ່າງບໍ່ດົນຜ່ານມານີ້ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການມາຢ້ຽມຢາມຄັ້ງນີ້ ກໍເພື່ອເປັນການອວຍພອນຊຶ່ງກັນ ແລະ ກັນ ເນື່ອງໃນໂອກາດປີ          ໃໝ່ສາກົນ ຄ.ສ 2022 ແລະ ເສີມສ້າງສາຍພົວພັນມິດຕະພາບ ແລະ ຮັດແໜ້ນຄວາມສາມັກຄີແບບພິເສດທີ່ເຄີຍມີມາແຕ່ດົນນານ ສອງຊາດລາວ-ຫວຽດນາມ ອີກດ້ວຍ. ພ້ອມທັງໄດ້ມີການລາຍງານສະພາບລວມໂດຍຫຍໍ້ຂອງແຂວງສາລະວັນ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ບັນດາພື້ນຖານການຜະລິດຕ່າງໆ ເປັນຕົ້ນການຜະລິດກະສິກຳຂອງປະຊາຊົນ ທີ່ເປັນທ່າແຮງສຳຄັນຂອງແຂວງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການພົວພັນຮ່ວມມືຢ່າງກົມກຽວລະຫວ່າງ ລາວ-ຫວຽດນາມ ກໍຄືແຂວງສາລະວັນ ກັບບັນດາແຂວງຕ່າງໆຂອງ ສສ ຫວຽດນາມ ໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ ແລະ ການປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ໃນໄລຍະຜ່ານມານີ້ກໍມີຫຼາຍໂຄງການທີ່ນັກລົງທຶນຫວຽດນາມ ເຂົ້າມາລົງທຶນຢູ່ພາຍໃນແຂວງສາລະວັນ ມີປະມານຫຼາຍກວ່າ 10 ໂຄງການ ໂດຍສະເພາະແມ່ນເນັ້ນໃສ່ດ້ານກະສິ ກຳເປັນຫຼັກ ເຊັ່ນ: ການປູກ, ການປຸງແຕ່ງ, ການບໍລິການ ແລະ ອື່ນໆ.

ໂອກາດດຽວກັນນັ້ນ, ທ່ານ ໂພໄຊ ໄຊຍະສອນ ກໍໄດ້ສະເໜີຕໍ່ກົງສູນໃຫຍ່ ແຫ່ງ ສສຫວຽດນາມ ປະຈຳນະຄອນປາກເຊ ຊ່ວຍຊຸກຍູ້ບັນດານັກທຸລະກິດຈາກ ສສ ຫວຽດນາມ ເຂົ້າມາລົງທຶນໃນແຂວງສາລະວັນຫຼາຍຂຶ້ນ ໂດຍເລັ່ງໃສ່ການສົ່ງເສີມດ້ານການປູກ-ການລ້ຽງ, ການສ້າງຜະລິດຕະພັນອຸດສາຫະກຳປຸງແຕ່ງຂອງສອງແຂວງ ກໍຄືຂອງສອງຊາດລາວ-ຫວຽດນາມ ແລະ ການບໍລິການ-ການທ່ອງທ່ຽວ ໃຫ້ນັບມື້ນັບຫຼາຍຂຶ້ນເລື້ອຍໆ ເພື່ອເຮັດໃຫ້ບັນຍາກາດການລົງທຶນ, ການຮ່ວມມືມີຄວາມຟົດຟື້ນ ແລະ ກາຍເປັນທ່າແຮງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຮ່ວມກັນ.

(ຂ່າວ-ພາບ: ສິດຕາ ເພັດວົງສາ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com