Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ພາສີ ສະຫຼຸບລາຍຮັບງົບປະມານແຫ່ງລັດ 2021 ແລະ ມາດຕະການປີ 2022

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 14/01/2022 11:29:44 ຈຳ​ນວນ​​ຢ້ຽມ​ຊົມ 2920 ຄັ້ງ

ກົມພາສີ ກະຊວງການເງິນ ໄດ້​ຈັດກອງ​ປະ​ຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ປະຈໍາປີ 2021,  ກໍານົດທິດທາງແຜນການ ແລະ ມາດຕະການ ປະຈໍາປີ 2022 ຂອງຂະແໜງພາສີ ຂຶ້ນໃນ​ວັນ​ທີ 13 ມັງກອນ ນີ້ ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ແລະ ພາກສ່ວນກ່ຽວຂ້ອງຮ່ວມ.

ໃນກອງປະຊຸມໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາປີ 2021, ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ກໍານົດທິດທາງແຜນການ ແລະ ມາດຕະການປະຈໍາປີ 2022 ຂອງຂະແໜງພາສີ ຊຶ່ງທ່ານ ພູເຂົາຄໍາ ວັນນະວົງໄຊ ໄດ້ລາຍງານໂດຍສັງເຂບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະການຈັດຕັ້ງປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍ2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ, ລົງວັນທີ 8 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນໍາເຂົ້າ ແລະ ນໍາໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ ແລະ ບັນດານິຕິກໍາຂອງກະຊວງການເງິນທີ່ຕິດພັນກັບວາລະແຫ່ງຊາດ.

ນອກຈາກນັ້ນ, ດ້ານການຈັດເກັບລາຍຮັບປີ 2021 ກົມພາສີໄດ້ຮັບແຜນຈັດເກັບລາຍຮັບ 8.200 ຕື້​ກີບ, ປະຕິບັດໄດ້ 6.982 ຕື້ກີບ ​ເທົ່າກັບ 85,15% ຂອງແຜນການປີສົມທຽບໄລຍະດຽວເພີ່ມຂຶ້ນ 7,66% ເທົ່າກັບ 486 ຕື້ກີບ. ໃນນັ້ນ, ແຂວງທີ່ປະຕິບັດໄດ້ລື່ນແຜນມີແຂວງສະຫວັນນະເຂດປະຕິບັດໄດ້ລື່ນແຜນການປີ 92,01 ຕື້ກີບ, ແຂວງຫຼວງນໍ້າທາ ລື່ນແຜນການ 62,82 ຕື້ກີບ, ແຂວງອັດຕະປື ປະຕິບັດໄດ້ລື່ນແຜນການ 9,13 ຕື້ກີບ ແລະ ແຂວງຫົວພັນ ປະຕິບັດໄດ້ລື່ນແຜນການ 0,81 ຕື້ກີບ.

ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງທ່ານລັດຖະມົນຕີກະຊວງການເງິນ ຊຶ່ງທ່ານໄດ້ຊີ້ນຳບາງບັນຫາທີ່ຂະແໜງພາສີຄວນເອົາໃຈໃສ່ໃນການຈັດຕັ້ງປະຕິບັດໃຫ້ສຳເລັດເປັນຕົ້ນ ໃຫ້ເພີ່ມທະວີການເຊື່ອມຊຶມ ແລະ ເປັນເຈົ້າການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 18/ນຍ ເພື່ອສ້າງທ່າຫັນປ່ຽນໃໝ່ໃນການຈັດຕັ້ງປະຕິບັດວຽກງານພາສີ ໃຫ້ເລິກເຊິ່ງ ແຂງແຮງຮອບດ້ານ, ເອົາໃຈໃສ່ຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອຕ້ານປະກົດການຫຍໍ້ທໍ້ໃນການລັກລອບນໍາເຂົ້າ ແລະ ຫັນເອົາຫົວໜ່ວຍທຸລະກິດທີ່ນໍາເຂົ້ານໍ້າມັນເຊື້ອໄຟໃຫ້ປະຕິບັດຖືກຕ້ອງຕາມແຈ້ງການເລກທີ 4491/ກງ, ສູ້ຊົນຫັນເອົາບັນດາຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກໃຫ້ເຂົ້າສູ່ລະບຽບການ ແລະ ສົ່ງເສີມໃຫ້ມີການແຂ່ງຂັນຂອງບັນດາຫົວໜ້າທຸລະກິດທີ່ປະຕິບັດຖືກຕ້ອງຕາມກົດໜາຍ ໂດຍໄດ້ຮັບນະໂຍບາຍອໍານວຍຄວາມສະດວກໃນການນໍາເຂົ້າ-ສົ່ງອອກ ສິນຄ້າຕາມຄໍາແນະນໍາກະຊວງການເງິນ ເລກທີ 4490/ກງ  ແລະ ເລກທີ 5916/ກງ, ສືບຕໍ່ປັງປຸງໂຄງຮ່າງການຈັດຕັ້ງໃຫ້ສໍາເລັດ ແນໃສ່ເພື່ອສ້າງກົນໄກໃໝ່ໃນການບັນຊາຊີ້ນໍາລັດຖະການພາສີໃຫ້ກະທັດຮັດ, ໂລ່ງລ່ຽນ, ແທດເຖິງ ຕາມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 190/ຄລສພ, 29 ກັນຍາ 2021, ປະຕິຮູບຄຸນນະພາບຂອງພະນັກງານ, ຂອງຂະແໜງພາສີ ໃຫ້ໄດ້ມາດຖານເງື່ອນໄຂ ເພື່ອຮອງຮັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ເປັນຕົ້ນການຂົນສົ່ງເຄື່ອນຍ້າຍສິນຄ້າທາງລົດໄຟ ແລະ ການເປີດບໍລິການນໍາໃຊ້ທາງບົກ, ຍົກສູງວຽກງານຝຶກອົບຮົມ-ຍົກລະດັບວິຊາສະເພາະ ເພື່ອປັບປຸງບຸກຄະລາກອນຂອງຂະແໜງພາສີໃຫ້ມີຄວາມເຂັ້ມແຂງ.

(ຂ່າວ-ພາບ: ກະຊວງການເງິນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com