Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຂ່າວຕ່າງປະເທດລາຍງານໃນວັນທີ 13 ມັງກອນ, ກະຊວງແຮງງານສະຫະລັດອາເມລິກາລາຍງານວ່າ:ດັດຊະນີລາຄາຜູ້ບໍລິໂພກຂອງສະຫະລັດໄດ້ເພີ່ມສູງຂຶ້ນ 7% ໃນເດືອນທັນວາປີຜ່ານມາ ເມື່ອທຽບໃສ່ປີກ່ອນ ຊຶ່ງຖືເປັນລະດັບການເພີ່ມຂຶ້ນສູງສຸດໃນຮອບ 40 ປີ.
ໂຕເລກດັດຊະນີລາຄາທີ່ເພີ່ມຂຶ້ນ 7% ນີ້ສູງກວ່າລະດັບ 6,8% ຂອງເດືອນພະຈິກປີຜ່ານມາ ຊຶ່ງນັກວິເຄາະເຊື່ອວ່າເປັນຍ້ອນຄວາມຕ້ອງການທີ່ເພີ່ມຂຶ້ນ ບວກກັບບັນຫາການຂາດແຄນສິນຄ້າ ເນື່ອງຈາກປັດໃຈທີ່ກ່ຽວຂ້ອງກັບການແພ່ລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ລາຄາສິນຄ້າປະເພດຕ່າງໆເພີ່ມຂຶ້ນ ລວມທັງລົດ, ເຟີນີເຈີ, ອາຫານ ແລະ ນ້ຳມັນເຊື້ອໄຟ.
ກ່ອນຫນ້ານີ້, ລະບົບທະນາຄານກາງສະຫະລັດ ຫຼື Federal Reserve ໄດ້ຄາດຄະເນວ່າ ອັດ ຕາເງິນເຟີ້ໃນສະຫະລັດ ຈະຢູ່ໃນລະດັບສູງຕໍ່ເນື່ອງຕະຫຼອດປີ 2022, ໂດຍ Fed ໄດ້ໃຫ້ສັນຍານວ່າ: ຈະໃຊ້ມາດຕະການເພື່ອເຮັດໃຫ້ອັດຕາເງິນເຟີ້ຊ້າລົງ ໂດຍການຢຸດຕິການຊື້ພັນທະບັດກະຊວງການເງິນທີ່ມີເປົ້າໝາຍເພື່ອແນໃສ່ການອຸດໜູນເງິນເຂົ້າສູ່ລະບົບເສດຖະກິດ ພ້ອມທັງອາດຈະຂຶ້ນອັດຕາດອກເບ້ຍຂອງລັດຖະບານໄວກວ່າແຜນການເດີມ.
ທ່ານເຈີໂຣມ ພາວເວວ ປະທານທະນາຄານກາງສະຫະລັດ ກ່າວຕໍ່ຄະນະກຳມາທິການຂອງລັດ ຖະສະພາສະຫະລັດໃນວັນທີ 11 ມັງກອນທີ່ຜ່ານມາວ່າ: ການຫຼຸດລະດັບລາຄາສິນຄ້າໃຫ້ລົງມາຢູ່ທີ່ຈຸດທີ່ຫມັ້ນ ຄືກຸນແຈສໍາຄັນໃນການຟື້ນຟູເສດຖະກິດອາເມລິກາໃນໄລຍະຍາວ. ທ່ານພາວເວວກ່າວວ່າ: “ຖ້າອັດຕາເງິນເຟີ້ຍັງຢູ່ໃນລະດັບສູງອີກຕໍ່ໄປ ແລະ ກາຍເປັນສ່ວນໜຶ່ງຂອງເສດຖະກິດ ອາດຈະເຮັດໃຫ້ທະ ນາຄານກາງຕ້ອງໃຊ້ນະໂຍບາຍການເງິນທີ່ເຄັ່ງຄັດຫຼາຍຂຶ້ນ ຊຶ່ງອາດຈະເຮັດໃຫ້ເສດຖະກິດຕົກຢູ່ໃນສະ ພາບຖົດຖອຍ ແລະ ຈະບໍ່ເປັນຜົນດີຕໍ່ຕະຫຼາດແຮງງານເຊັ່ນກັນ.
ເສດຖະກິດສະຫະລັດ ມີການຈ້າງງານເພີ່ມຂຶ້ນ 6,4 ລ້ານຕໍ່າແໜ່ງໃນປີກາຍນີ້. ອັດຕາການຫວ່າງງານຫຼຸດລົງຈາກລະດັບ 6,3% ໃນຕົ້ນປີທີ່ຜ່ານມາ ລົງມາເຫຼືອ 3,9% ໃນເດືອນທັນວາ. ໃນຂະນະທີ່ລາຍໄດ້ຂອງຄົນງານທົ່ວໄປເພີ່ມຂຶ້ນ 5,8%, ແຕ່ລາຄາສິນຄ້າປະເພດຕ່າງໆສືບຕໍ່ເພີ່ມຂຶ້ນ.
ສະຖິຕິຂອງລັດຖະບານສະຫະລັດ ສະແດງໃຫ້ເຫັນວ່າ ຜູ້ຂັບລົດຕ້ອງໄດ້ຈ່າຍຄ່ານ້ຳມັນເພີ່ມຂຶ້ນ 58% ໃນປີກາຍນີ້. ໃນຂະນະທີ່ລາຄາລົດມືສອງເພີ່ມຂຶ້ນ 31%, ລາຄາລົດໃຫມ່ເພີ່ມຂຶ້ນ 11%, ລາຄາຊີ້ນ. ປາ ແລະ ສັດປີກ ເພີ່ມຂຶ້ນ 13% ແລະ ລາຄາເຟີນີເຈີ ເພີ່ມຂຶ້ນ 12%.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com