Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນທ້າຍອາທິດຜ່ານມານີ້, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມເບິ່ງໂຄງການກໍ່ສ້າງສູນຈຳກັດບໍລິເວນຂອງແຂວງສາລະວັນ ຊຶ່ງທ່ານໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຕິດຕາມ, ກວດກາໜ້າວຽກຕ່າງໆ ພ້ອມທັງເລັ່ງດໍາເນີນໂຄງການກໍ່ສ້າງດັ່ງກ່າວ ໃຫ້ສຳເລັດຕາມໄລຍະເວລາ, ຖືກຕາມແບບ ແລະ ມາດຕະຖານ, ແນໃສ່ຮັບໃຊ້ວຽກງານດັ່ງກ່າວຢ່າງຮີບດ່ວນ ເພື່ອຮັບປະກັນໃຫ້ແກ່ການຈຳກັດບໍລິເວນ, ການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ປອດໄພ. ຈາກນັ້ນ, ທ່ານກໍໄດ້ຕິດຕາມເບິ່ງຈຸດກໍ່ສ້າງອາຄານ, ພາຍໃນອາຄານ ແລະ ແບບແຜນຜັງການຈັດວາງຕຽງນອນຄົນເຈັບ, ເຮືອນພັກແພດ ແລະ ການສາທິດຮູບແບບການເຂົ້າປິ່ນປົວຕື່ມອີກ.
ໂຄງການກໍ່ສ້າງສູນດັ່ງກ່າວ, ຕັ້ງຢູ່ເຂດບ້ານໜອງບູ່ຫີນ ເມືອງສາລະວັນ ໃນເນື້ອທີ່ 11,3 ເຮັກຕາ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນພະຈິກ 2021 ມາຮອດປັດຈຸບັນ ສໍາເລັດແລ້ວ 53,94% ເປັນຕົ້ນແມ່ນ ການກໍ່ສ້າງອາຄານຈໍາກັດບໍລິເວນ ເບີ 1, ເຮືອນພັກແພດ, ຫ້ອງນໍ້າ, ປ້ອມຍາມ, ບ່ອນຖິ້ມຂີ້ເຫຍື້ອ ແລະ ອ່າງນ້ຳສູງ, ພ້ອມທັງຕິດຕັ້ງລະບົບໄຟຟ້າ, ພັດລົມ ແລະ ອື່ນໆ ທັງສືບຕໍ່ເກັບລາຍລະອຽດໃນໜ້າວຽກຕ່າງໆ ເຊັ່ນ: ວຽກຕິດຕັ້ງ, ທາສີ, ອະນາໄມອາຄານ. ສຳລັບການດຳເນີນການກໍ່ສ້າງໂຄງການດັ່ງກ່າວ ແມ່ນສືບຕໍ່ກໍ່ສ້າງອາຄານ ຈຳກັດບໍລິເວນ ເບີ 2, ອາຄານປິ່ນປົວພາກສະໜາມ, ວຽກກໍ່ສ້າງຮົ້ວ, ວຽກໄຟຟ້ານອກອາຄານ ແລະ ໜ້າວຽກປັບເດີ່ນ ຄາດຈະໃຫ້ສໍາເລັດ 100% ໃນເດືອນທັນວາ 2022 ຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 6,5 ຕື້ກີບ, ໃນນັ້ນທຶນຂອງກະຊວງສາທາລະນະສຸກ 6 ຕື້ກີບ ແລະ ທຶນສົມທົບຂອງແຂວງ 500 ລ້ານກີບ.
ການລົງເຄື່ອນໄຫວຢ້ຽມຢາມ ຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະຄັ້ງນີ້, ໂດຍການຕ້ອນຮັບ ແລະ ນຳພາຂອງ ທ່ານ ອາຄົມ ລ່ຳວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com