Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບ ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ປະເທດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບ ເມື່ອວັນທີ 17 ມັງກອນ ທີ່ຄະນະໂຄສະນາອົບຮົມສູນກາງພັກ ໃນໂອກາດທີ່ ທ່ານ ໂຄບາຢາຊິ ເຄນອິຈິ ມາດຳລົງຕຳແໜ່ງເປັນເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ປະເທດຍີ່ປຸ່ນປະຈຳ ສປປ ລາວ.
ໃນໂອກາດດັ່ງກ່າວ ທ່ານ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ໂຄບາຢາຊິ ເຄນອິຈິ ທີ່ຖືກແຕ່ງຕັ້ງມາດໍາລົງຕຳແໜ່ງເປັນເອກອັກຄະຣາຊະທູດ ແຫ່ງ ປະເທດຍີ່ປຸ່ນ ຄົນໃໝ່ ປະຈໍາ ສປປ ລາວ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງລາວ-ຍີ່ປຸ່ນ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.
ທ່ານທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວຢືນຢັນວ່າຈະຕັ້ງໜ້າປະຕິບັດໜ້າທີ່ ເຂົ້າໃນການເພີ່ມທະວີການພົວພັນຮ່ວມມືທີ່ດີ ລະຫວ່າງ ຍີ່ປຸ່ນ-ລາວ ໃຫ້ເກີດດອກອອກຜົນຢ່າງແທ້ຈິງ.
ລາວ-ຍີ່ປຸ່ນໄດ້ສ້າງຕັ້ງສາຍພົວພັນການທູດໃນ ວັນທີ 5 ມີນາ 1955, ໃນໄລຍະຜ່ານມາການລົງທຶນຂອງຍີ່ປຸ່ນ ຢູ່ ສປປ ລາວ ຈັດຢູ່ອັນດັບທີ 12 ຂອງການລົງທຶນຕ່າງປະເທດ ໃນ ສປປ ລາວ ມີຈໍານວນ 105 ໂຄງການ ມູນຄ່າການລົງທຶນ 180 ລ້ານໂດລາ (ເດືອນກໍລະກົດ 2020 ສະເພາະ ໄລຍະປີ 2005-2015 ແມ່ນອັນດັບທີ 11 ມີ 59 ໂຄງການ ປະມານ 74 ລ້ານໂດລາ), ປັດຈຸບັນ ມີບໍລິສັດຍີ່ປຸ່ນ 163 ບໍລິສັດ ກໍາລັງລົງທຶນ ຢູ່ ສປປ ລາວ, ເພີ່ມຂຶ້ນ 37 ບໍລິສັດ ຖ້າທຽບໃສ່ເດືອນເມສາ 2015, ດ້ານການຄ້າສອງຝ່າຍ ລາວ ແລະ ຍີ່ປຸ່ນ ສົກປີ 2020 ບັນລຸ 220.78 ລ້ານໂດລາ, ໃນນັ້ນ ສປປ ລາວ ສົ່ງອອກໄປຍີ່ປຸ່ນ 84.7 ລ້ານໂດລາ; ສປປ ລາວ ນໍາເຂົ້າຈາກຍີ່ປຸ່ນ 136.08 ລ້ານໂດລາ.
ນອກຈາກນີ້ ຍີ່ປຸ່ນໄດ້ສົ່ງອາສາສະໝັກ ແລະ ຊ່ຽວຊານມາຊ່ວຍເຫຼືອ ສປປ ລາວ ຊຶ່ງນັບແຕ່ປີ 1965 ເປັນຕົ້ນມາ ໄດ້ມີອາສາສະໝັກຍີ່ປຸ່ນ 1.021 ເທື່ອຄົນ (ສະເພາະປີ 2020 ແມ່ນມີ 40 ທ່ານ) ແລະ ຊ່ຽວຊານຍີ່ປຸ່ນ ຫຼາຍກວ່າ 4.500 ເທື່ອຄົນ (ສະເພາະປີ 2020 ແມ່ນມີ 45 ທ່ານ) ມາປະຕິບັດໜ້າທີ່ຢູ່ ສປປ ລາວ.
(ຂ່າວ-ພາບ: ສຳນານ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com