Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ການຈັດຕັ້ງປະຕິບັດວຽກງານເສດຖະກິດ-ສັງຄົມ ຢູ່ແຂວງໄຊຍະບູລີ ໃນປີ 2021 ຜ່ານມາແມ່ນມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ຊຶ່ງມີຜົນກະທົບໂດຍກົງ ແລະ ທາງອ້ອມ ຈາກການລະບາດພະຍາດໂຄວິດ-19, ໄພທໍາມະຊາດ (ນໍ້າຖ້ວມ), ການລະບາດຂອງພະຍາດສັດ, ສັດຕູພືດທໍາລາຍຜົນລະປູກ, ແຕ່ພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ຊິດຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ບັນດາຂະແໜງການດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ຈຶ່ງເຮັດໃຫ້ຫຼາຍຄາດ ໝາຍສູ້ຊົນແຕ່ລະຂົງເຂດ, ໄດ້ບັນລຸຕາມແຜນວາງໄວ້ ຊຶ່ງມີລັກສະນະຫັນປ່ຽນຢ່າງຕັ້ງໜ້າ ໂດຍສະເພາະແມ່ນດ້ານເສດຖະກິດ ຊຶ່ງໝົດປີ 2021 ເສດຖະກິດຂອງແຂວງຂະຫຍາຍຕົວ 4,4%.
ທ່ານ ສົມຈິດ ຈັນທະວົງ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ ຜູ້ຊີ້ນໍາວຽກງານເສດຖະກິດ-ສັງຄົມ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 5 ສະໄໝທີ VII ໃນວັນທີ 17 ມັງກອນ ນີ້ວ່າ: ຕະຫຼອດ 1 ປີຜ່ານມາອົງການປົກຄອງແຂວງໄດ້ສຸມໃສ່ນຳພາ-ຊີ້ນຳການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2021 ດ້ວຍຈິດໃຈບຸກທະລຸ ຕິດພັນກັບການຜັນຂະຫຍາຍຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ໄດ້ເຮັດໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວໃນລະດັບ 4,4%, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 11.041 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 98%, ສະເລ່ຍຕໍ່ຫົວຄົນ 3.115 ໂດລາ, ດ້ານການເງິນແມ່ນໄດ້ສຸມໃສ່ສໍາຫຼວດຫົວໜ່ວຍທຸລະກິດ, ຈັດຖານລາຍຮັບຄືນໃໝ່, ຄຸ້ມຄອງຈັດເກັບລາຍຮັບໃຫ້ຄົບຖ້ວນ, ຫັນຈັດເກັບໄປສູ່ລະບົບທັນສະໄໝ, ເພື່ອຮັບປະກັນການຮົ່ວໄຫຼງົບປະມານ ແລະ ສອດຄ່ອງກັບລະບຽບວິໄນການເງິນ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1.046,92 ຕື້ກີບ ເທົ່າກັບ 92,26% ຂອງແຜນດັດແກ້ເພີ່ມໂຕເລກລາຍຮັບ ແລະ ປະຕິບັດລາຍຈ່າຍໄດ້ທັງໜົດ 531,19 ຕື້ກີບ, ສໍາລັບແຜນການຕໍ່ໜ້າ ທ່ານ ສົມຈິດ ຈັນທະວົງ ໃຫ້ຮູ້ວ່າ: ຈະສືບຕໍ່ໃຫ້ແຂວງໄຊຍະບູລີ ມີຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສຸມໃສ່ແກ້ໄຂບັນຫາຢາເສບຕິດ, ພັດທະນາເສດຖະກິດໃຫ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ໄປພ້ອມກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສ້າງການຫັນປ່ຽນໂຄງປະກອບເສດຖະກິດໄປຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝຢ່າງໜັກແໜ້ນ ດ້ວຍການສົ່ງເສີມອຸດສາຫະກຳຂະໜາດນ້ອຍ-ຂະໜາດກາງ, ຫັນເປັນທັນສະໄໝການຜະລິດ, ການບໍລິການໃນຂະແໜງການທີ່ມີເງື່ອນໄຂ, ຍູ້ການຜະລິດພາຍໃນທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກຕາມທ່າແຮງຂອງແຂວງ ເພື່ອເຊື່ອມໂຍງ ເຊື່ອມຈອດກັບແລວທາງເສດຖະກິດຂອງປະເທດເພື່ອນບ້ານ ແລະ ເສັ້ນທາງລົດໄຟລາວ-ຈີນ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com