Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ລັດ​ຖະ​ມົນ​ຕີ​ກະ​ຊວງ ອ​ຄ ສະ​ເໜີ​ໃຫ້​ເບິ່ງຄືນຄ່າບໍລິການນຳເຂົ້າ-ສົ່ງອອກສິນຄ້າ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 18/01/2022 16:59:10 ຈຳ​ນວນ​​ຢ້ຽມ​ຊົມ 3946 ຄັ້ງ

ລັດ​ຖະ​ມົນ​ຕີ​ກະ​ຊວງອຸດສາຫະກຳ - ການ​ຄ້າ (ອ​ຄ) ສະ​ເໜີ​ໃຫ້ ບໍລິສັດ ລົດໄຟລາວ-ຈີນ ປັບປຸງໂຄງລ່າງພື້ນຖານ ສະຖານີລົດໄຟແຕ່ລະຈຸດໃຫ້ຮອງຮັບການຂົນສົ່ງສິນຄ້າໃຫ້ຫຼາຍຂຶ້ນ ແລະ ສົມທົບກັບໂຄງ​ການ ທ່າບົກ ທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ ຢ່າງກົມ​ກຽວ ເພື່ອເຮັດວຽກໄປ​ໃນ​ລວງດຽວກັນ, ຂະ​ນະ​ທີ່ຄ່າບໍລິການຍັງມີມູນຄ່າສູງ ຈຶ່ງສະເໜີພາກລັດ ແລະ ​ໂຄງ​ການທ່າບົກທ່ານາແລ້ງ ແລະ ເຂດໂລ​​ຊິ​​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ ຄົ້ນຄວ້າຕື່ມ ແລະ ດຳເນີນກວດກາຄືນການບໍລິການ ແລະ ການເກັບຄ່າບໍລິການ ຂອງບໍລິສັດຊິບປິ້ງ.

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂບັນຫາ ແລະ ຂໍ້ຫຍຸ້ງຍາກ ໃນການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງ ສິນຄ້າ ຢູ່ ສະຖານີລົດໄຟວຽງຈັນໃຕ້, ທ່າບົກ ທ່ານາແລ້ງ ແລະ ເຂດໂລ ​ຊິສຕິກໄດ້ຈັດຂຶ້ຶນ ໃນວັນທີ 18 ມັງກອນນີ້ທີ່ ຫ້ອງປະຊຸມ ບໍ​ລິ​ສັດ​ ວຽງ​ຈັນ​ໂລ​ຊິ​ສ​ຕິກ ພາກ ໂດຍການເປັນ ປະທານຂອງ ທ່ານ  ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ () ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການນຳເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງສິນຄ້າ, ສະເໜີບັນຫາ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການກວດກາ ການນຳເຂົ້າ-ສົ່ງອອກ ຜ່ານແດນ ແລະ ຂົນສົ່ງສິນຄ້າຢູ່ສະຖານນີລົດໄຟວຽງຈັນໃຕ້, ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິສຕິກ ນະຄອນຫຼວງວຽງຈັນ, ຈາກນັ້ນພາກສ່ວນທີ່ກ່ຽວຂ້ອງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຕໍ່ກັບການລາຍງານດັ່ງກ່າວ ທີ່ເຫັນວ່າຍັງມີບາງວຽກງານທີ່ຍັງບໍ່ທັນດຳເນີນສອດຄ່ອງກັບສະພາບຕົວຈິງ.

ທ່ານລັດຖະມົນຕີກະຊວງ ອຄ ໄດ້ເນັ້ນ​ໜັກຫຼາຍ​ບັນ​ຫາ ພ້ອມ​ທັງສະເໜີໃຫ້ຂະ​ແໜງ​ການ​ທີ່ກ່ຽວຂ້ອງຂອງ​ລັດ ສືບຕໍ່ກະກຽມຄວາມພ້ອມທາງດ້ານລະບຽບ ແລະ ບຸກຄະລາກອນບົນພື້ນຖານຄວາມສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ວາງອອກ ໂດຍສະເພາະວຽກງານທີ່ກ່ຽວຂ້ອງກັບຂັ້ນຕອນ ແລະ ເອກະສານ ການກວດປ່ອຍສິນຄ້າ ແລະ ອື່ນໆ, ສະເໜີບໍລິສັດທາງລົດໄຟລາວ-ຈີນ ປັບປຸງໂຄງລ່າງພື້ນຖານຂອງສະຖານີລົດໄຟ ຢູ່ແຕ່ລະຈຸດ ໃຫ້ສາມາດຮອງຮັບການຂົນສົ່ງສິນຄ້າໃຫ້ຫຼາຍຂຶ້ນ ແລະ ສົມທົບກັບ​ໂຄງ​ການທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ແລະ ຜູ້ປະກອບການຂົນສົ່ງ ໃຫ້ມີລະບົບການເຮັດວຽກ ເປັນອັນດຽວກັນ ລວມທັງການເຊື່ອມໂຍງເສັ້ນທາງ ລະຫວ່າງທາງລົດໄຟ ແລະ ທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ, ການເພີ່ມຈໍານວນຖ້ຽວຂອງຂະບວນລົດໄຟ, ການເພີ່ມຈໍານວນ ແລະ ຂະໜາດ ຂອງຕູ້ຄອນເທນເນີ້ ໃຫ້ສາມາດຮອງຮັບການຂົນສົ່ງສິນຄ້າ ໃຫ້ຫຼາຍຂຶ້ນ, ສະເໜີບໍລິສັດທ່າບົກ ທ່ານາແລ້ງ ແລະ ບໍລິສັດທາງລົດໄຟລາວ-ຈີນ ສືບຕໍ່ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບຂັ້ນຕອນ, ເອກະສານ, ຄ່າທໍານຽມ, ການຈອງຕູ້ຄອນເທນເນີ້ ສໍາລັບການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງສິນຄ້າ ຢູ່ສະຖານີລົດໄຟວຽງຈັນໃຕ້ ແລະ ທ່າບົກທ່ານາແລ້ງ ໃຫ້ທົ່ວເຖິງ ແລະ ໂປ່ງໃສຜ່ານເວັບໄຊຕ່າງໆ ເພື່ອເປັນຂໍ້ມູນໃນການກະກຽມ ຄວາມພ້ອມໃນການແຂ່ງຂັນຂອງທຸລະກິດຂອງລາວ. ສະເພາະຄ່າມັດຈໍາຕູ້ສິນຄ້າ, ຄ່າຂົນສົ່ງສິນຄ້າ ຜ່ານທາງລົດໄຟ, ຄ່າຄ່ຽນຖ່າຍ ແລະ ອື່ນໆ ບາງອັນທີ່ເຫັນວ່າຍັງມີມູນຄ່າສູງ ແມ່ນສະເໜີພາກລັດ ແລະ ທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກຄົ້ນຄວ້າຕື່ມ, ສະເໜີບໍລິສັດທ່າບົກ ທ່ານາແລ້ງ ແລະ ບໍລິສັດທາງລົດໄຟລາວ-ຈີນ ພິຈາລະນາຈັດແບ່ງບຸລິມະສິດສິນຄ້າ ໂດຍສະເພາະສິນຄ້າກະສິກໍາສົ່ງອອກ ຜ່ານທ່າບົກທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກແລະ ລົດໄຟລາວ-ຈີນ ລວມທັງການຈັດແບ່ງການເກັບຄ່າຄ່ຽນຖ່າຍຕາມປະເພດນໍ້າມັນເຊື້ອໄຟຂອງລົດ ຂົນສົ່ງ, ການເຈລະຈາພືດສົ່ງອອກໄປ ສປ ຈີນ, ສະເໜີໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ເຈລະຈາ ກັບ ຝ່າຍຈີນ ໃຫ້ໄດ້ຫຼາຍຂຶ້ນ ພ້ອມທັງເຜີຍແຜ່ໃຫ້ແກ່ພາກທຸລະກິດ ຢ່າງທົ່ວເຖິງ ກ່ຽວກັບຂັ້ນຕອນການແຈ້ງ ແລະ ກວດກາສິນຄ້ານໍາເຂົ້າ-ສົ່ງອອກ, ສະເໜີ​ໃຫ້ຂະແໜງການທີ່ກ່ຽວຂ້ອງ ພິຈາລະນາຄົ້ນຄວ້າປັບປຸງໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນຕື່ມ, ການກວດກາຄືນການບໍລິການ ແລະ ເກັບຄ່າບໍລິການຂອງບໍລິສັດ ຊິບປິ້ງ ແມ່ນ   ສະເໜີໃຫ້ ບໍລິສັດວຽງຈັນ ໂລ​ຊິ​ສ​ຕິກ ສະໜອງຂໍ້ມູນໃຫ້ແກ່ກົມພາສີເພື່ອນໍາໄປຄົ້ນຄວ້າຕື່ມ, ສະເໜີບັນດາກະຊວງນໍາເອົາ ຜົນຂອງກອງປະຊຸມ ໄປລາຍງານຕໍ່ຄະນະນໍາຂອງຕົນ ເພື່ອພິຈາລະນາ, ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ສັງລວມຄໍາເຫັນຕ່າງໆ ເພື່ອລາຍງານຕໍ່ ລັດຖະບານ ແລະ ກະກຽມເນື້ອໃນລາຍງານຕໍ່ກອງປະຊຸມ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ IV ທີ່ຈະຈັດຂຶ້ນໃນໄວໆນີ້.

(ຂ່າວ-ພາບ: ສຳນານ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com