Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເມືຶອງຈອມເພັດ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 19/01/2022 09:29:43 ຈຳ​ນວນ​​ຢ້ຽມ​ຊົມ 3538 ຄັ້ງ

ໃນລະຫວ່າງ ວັນທີ 17-18 ມັງກອນນີ້ ທີ່ສະໂມສອນເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ (ຂັ້ນແຂວງຄຸ້ມຄອງ) ຂອງເມືອງຈອມເພັດ ແຕ່ປີ 2021-2025 ໂດຍການເປັນປະທານຂອງ ສະຫາຍ ຄໍາຄອງ ພົມມະປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງພະບາງ, ມີສະຫາຍ ສາຍສະໝອນ ສາລິວົງ ເລຂາພັກເມືອງ ເຈົ້າເມືອງຈອມເພັດ, ພະແນກການກ່ຽວຂ້ອງຂັ້ນແຂວງ, ມີຄະນະປະຈຳ-ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພະນັກງານ-ລັດຖະກອນ, ຕະຫຼອດຮອດອົງການປົກຄອງບ້ານອ້ອມຂ້າງເມືອງເຂົ້າຮ່ວມ.

ວາລະກອງປະຊຸມ ສະຫາຍ ນາງ ສົມສະໝອນ ຄຳສຸກສະຫວັດ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັກຕັ້ງເມືອງ ໄດ້ຂຶ້ນຜ່ານມະຕິກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ຜ່ານມະຕິກົມການເມືອງສູນກາງພັກ ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ຄໍາແນະນໍາຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ເພື່ອເຮັດໃຫ້ການສ້າງແຜນການນໍາພາ-ຄຸ້ມຄອງຂອງເມືອງຈອມເພັດ ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ສອດຄ່ອງຕາມຫຼັກການຕາມມາດຖານ-ເງື່ອນໄຂທີ່ກໍານົດໄວ້, ພ້ອມດຽວກັນນີ້  ຕາງໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານມະຕິກົມການເມືອງ ເລກທີ 032 ວ່າດ້ວຍມາດຖານເງື່ອນໄຂຂອງພະນັກງານນຳພາຄຸ້ມຄອງ ພ້ອມທັງອະທິບາຍຊີ້ແຈງກ່ຽວກັບວິທີການ ແລະ ຂັ້ນຕອນໃນການທາບທາມ ໂດຍໄດ້ເຮັດເປັນ 3 ຮອບ, ເພື່ອເຮັດໃຫ້ສ້າງແຜນກໍານົດພະນັກງານ ໄດ້ມີການຄາດຄະເນເປົ້າໝາຍ ພະນັກງານທີ່ຈັດວາງເຂົ້າໃນຕໍາແໜ່ງງານພະນັກງານນຳພາ-ຄຸ້ມຄອງ ໃນແຕ່ລະຂະແໜງການ ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນ ຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ, ເລືອກໃຫ້ໄດ້ພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນນະພາບ, ມີຄວາມຮູ້ຄວາມສາມາດ, ມີທັດສະນະທີ່ດີເປັນແບບຢ່າງໃຫ້ແກ່ມະຫາຊົນ ເພື່ອເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າຂອງເມືອງໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.

(ຂ່າວ-ພາບ: ຕາດຳ ກະເສີມສຸກ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com