Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຮ່ວມກັບ ສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ອົງການປົກຄອງເມືອງຫາດຊາຍຟອງ ໄດ້ຈັດກິດຈະກຳປູກຕົ້ນໄມ້ ມິດຕະພາບ ເພື່ອປະກອບສ່ວນໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ໄທ ຄົບຮອບ 70 ປີ.
ພິທີປູກຕົ້ນໄມ້ດັ່ງກ່າວມີຂຶ້ນໃນວັນທີ 19 ມັງກອນ 2022 ທີ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານເອກອັກຄະຣາຊະທູດໄທ ປະຈຳ ລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຕົ້ນໄມ້ທີ່ເອົາມາປູກໃນຄັ້ງນີ້ ມີຊື່ພາສາລາວເອີ້ນວ່າ “ຕົ້ນຄາຍປ່າ” ແລະ ພາສາໄທເອີ້ນວ່າ “ຕົ້ນກັນລະປະພຶກ” ຈຳນວນ 140 ຕົ້ນ ໃນນັ້ນ, ຝ່າຍລາວ 70 ຕົ້ນ ແລະ ຝ່າຍໄທ 70 ຕົ້ນ ຊຶ່ງເປັນສັນຍາລັກວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 70 ປີ. ຕົ້ນໄມ້ດັ່ງກ່າວຈະໄດ້ປູກລຽບຕາມແຄມທາງ ແຕ່ບ້ານຊຽງຄວນລົງຮອດບ້ານທ່າພະ, ຄາດວ່າອີກປະມານ 3 ປີ ຕົ້ນໄມ້ເຫຼົ່ານີ້ກໍຈະອອກດອກເປັນສີບົວ ຊຶ່ງຈະເຮັດໃຫ້ບໍລິເວນເສັ້ນທາງດັ່ງກ່າວມີຄວາມສວຍງາມ.
ປີ 2020 ຜ່ານມາ ເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 70 ປີ (19 ທັນວາ 1950-19 ທັນວາ 2020), ແຕ່ຍ້ອນມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ກິດຈະກຳດັ່ງກ່າວບໍ່ສາມາດຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້.
ປີນີ້, ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ກໍໄດ້ພົວພັນຮ່ວມມືກັນເປັນເວລາຄົບຮອບ 27 ປີ. ຕະຫຼອດໄລຍະເວລາຜ່ານມາ ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ແລະ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ເຮັດໜ້າທີ່ການທູດປະຊາຊົນໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືພາກລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຕະຫຼອດມາ. ນອກນັ້ນ ກໍໄດ້ມີການຮ່ວມມື ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ໂດຍສະເພາະແມ່ນພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ, ວັດທະນະທຳ-ສັງຄົມ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ. ມາຮອດປັດຈຸບັນນີ້ ສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ໄດ້ຮ່ວມກັນສ້າງອາຄານໂຮງຮຽນປະຖົມ ແລະ ມັດທະຍົມມິດຕະພາບ ລາວ-ໄທ, ໄທ-ລາວ ຢູ່ ສປປ ລາວ ລວມທັງໝົດ 11 ຫຼັງ, ໄດ້ຮັບເອົາກະຖິນພະຣາຊະທານຂອງເຈົ້າຊີວິດແຫ່ງຣາຊະອານາຈັກໄທ ມາທອດຖວາຍຢູ່ ສປປ ລາວ ຈຳນວນ 23 ຄັ້ງ ແລະ ຈັດຕັ້ງກອງຜ້າປ່າສາມັກຄີໄປທອດຖວາຍຢູ່ຣາຊະອານາຈັກໄທ ຈຳນວນ 3 ຄັ້ງ, ສອງສະມາຄົມ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ຄວາມເຂົ້າໃຈ ແລະ ການຊ່ວຍ ເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດ ກໍຄືການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ໄທ.
ຂ່າວ: ຄຕພ-ພາບ: ສຳນານ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com