Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອບໍ່ດົນມານີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທະຫານຮາບທີ 3 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 73 (20/1/1949-20/1/2022), ໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີສະຫາຍຄະນະພັກ-ຄະນະບັນຊາກອງພົນທະຫານຮາບທີ 3 ພ້ອມດ້ວຍພະນັກງງານຫຼັກແຫຼ່ງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍພົນ ຈັດຕະວາ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກ ຫົວໜ້າການທະຫານ ກອງພົນທະຫານຮາບທີ 3 ໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດບັນດາວຽກງານທີ່ສໍາຄັນໂດຍສະເພາະໃນໄລຍະ 1 ປີ ຜ່ານມາ, ຄະນະພັກ-ຄະນະບັນຊາກອງພົນທະຫານຮາບທີ 3 ໄດ້ເປັນເຈົ້ານໍາພາ-ຊີ້ນໍາພະນັກງານນັກຮົບພາຍໃນກົມກອງຂອງຕົນສຶກສາອົບຮົມການເມືອງນໍາພາແນວຄິດເຮັດໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ. ນໍາພາກໍາລັງເຄື່ອນໄຫວບໍລິເວນຊາຍແດນທີ່ກົມ-ກອງຮັບຜິດຊອບໂດຍໄດ້ປະສານສົມທົບ ກັບ ກໍາລັງປ້ອງກັນຄວາມສະຫງົບເພື່ອຕ້ານ ແລະ ສະກັດກັ້ນ ການລັກລອບເຂົ້າເມືອງແບບຜິດກົດໝາຍ, ຄ້າຂາຍເຖື່ອນ, ບັນຫາຢາເສບຕິດ ແລະ ສາສະໜາເຫຼົ່ານີ້ເປັນຕົ້ນ ພ້ອມທັງຈັດຕັ້ງປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ນອກຈາກນີ້, ຍັງຈັດຕັ້ງເຜີຍແຜ່ບັນດາເອກະສານໃຫ້ພະນັກງານ-ນັກຮົບທຸກຄົນມີຄວາມຮັບຮູ້ເຂົ້າໃຈເຊື່ອມຊຶມກຳແໜ້ນ ແລະ ເປັນເອກະພາບຕໍ່ບັນດາເນື້ອໃນສຳຄັນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຫັນມະຕິດັ່ງກ່າວ ເປັນທິດທາງວຽກງານ ແລະ ເປັນແຜນການປະຕິບັດງານລະອຽດຂອງອົງຄະນະພັກແຕ່ລະຂັ້ນ, ຍົກສູງຄວາມເປັນເຈົ້າການ ແລະ ຄວາມສາມາດຂອງພະນັກງານ-ນັກຮົບໃນທົ່ວກອງພົນທີ 3, ຈັດຕັ້ງພັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ມີຜົນສຳເລັດຢ່າງຈົບງາມເຮັດໃຫ້ກົມ-ກອງ ແລະ ບຸກຄົນມີການຫັນປ່ຽນໃໝ່ຢ່າງຈະແຈ້ງ ສືບຕໍ່ຜັນຂະຫຍາຍມະຕິດັ່ງກ່າວ ໂດຍຕິດພັນກັບການປັບປຸງບູລະນະການຈັດຕັ້ງພັກແຕ່ລະຂັ້ນ, ປັບປຸງແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດແກ້ໄຂປະກົດການຫຍໍ້ທໍ້ ໃນການຈັດຕັ້ງກໍຄືຖັນແຖວ ພະນັກງານສະມາຊິກພັກ ແລະ ນັກຮົບທົ່ວກອງພົນທະຫານຮາບທີ 3.
ໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍໄດ້ໃຫ້ກຽດໂອ້ລົມ, ກ່ອນອື່ນກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ໝາກຜົນທີ່ກອງພົນທະຫານຮາບທີ 3 ຍາດໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກອງພົນທີ 3 ຕ້ອງໄດ້ເອົາໃຈໃສ່ເປັນສຳຄັນຕໍ່ການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຕິດພັນກັບຂົງເຂດເສດຖະກິດ-ວັດທະນາທຳ-ສັງຄົມ ແລະ ພົວພັນຮ່ວມມືກັບຕ່າງປະເທດ ພ້ອມກັນນັ້ນ ກໍຕ້ອງຍົກສູງສະຕິລະວັງຕົວ ກຳແໜ້ນທຸກສະພາບການ ສະກັດກັ້ນສະພາບການທີ່ອາດຈະເກີດຂຶ້ນໃຫ້ທັນເວລາ, ຈົ່ງຍົກສູງຄວາມສາມັກຄີເປັນເອກະພາບພາຍໃນໃຫ້ແໜ້ນແຟ້ນ, ມີແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ ເປັນໝູ່ຄະນະ ແລະ ມອບໝາຍໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ເອົາໃຈໃສ່ນໍາພາ-ຊີ້ນໍາກົມກອງຂອງຕົນໃຫ້ມີບາດກ້າວໃໝ່ ສຸມໃສ່ການຝຶກແອບຮໍ່າຮຽນທາງດ້ານສິລະປະຍຸດ-ຍຸດທະວິທີ ເພື່ອໃຫ້ມີຄວາມສໍານິຊຳນານ ມີໄຫວພິກທີ່ຄ່ອງແຄ້ວ ແລະ ເຮັດສໍາເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້.
(ຂ່າວ-ພາບ: ລີໂດ ດວງສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com