Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງປ້ອງກັນຄວາມສະຫງົບ ປກສ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມເຜີຍແຜ່ບັນດາເອກະສານກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ໄດ້ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງ ຮສສ, ໂດຍການເປັນປະທານ ຂອງທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ແລະ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ຮສສ, ມີບັນດພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ປະເດີມພອນ ສົນທະນີ ໄດ້ຂຶ້ນເຜີຍແຜ່ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂຢາເສບຕິດ; ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 19/ນຍ, ລົງວັນທີ 4 ຕຸລາ 2021 ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023).
ທ່ານ ພົນໂທ ກົງທອງ ພົງວິຈິດ ຂຶ້ນເຜີຍແຜ່ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021-2023); ມະຕິ ຂອງສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ແລະ ທ່ານພັນເອກ ບົວພັນ ຟອງມະນີ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ຂຶ້ນເຜີຍແຜ່ ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍຢາເສບຕິດ ສະບັບເລກທີ 02/ສພຊ, ລົງວັນທີ 9 ສິງຫາ 2021 ແລະ ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດ (2021-2023) ສະບັບເລກທີ 1843/ປກສ, ລົງວັນທີ 5 ຕຸລາ 2021 ຂອງກະຊວງປ້ອງກັນຄວາມສະຫງົບ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບຮູ້ ເຊື່ອມຊຶມ ແລະ ນໍາໄປ ເຜີຍແຜ່ໃຫ້ແກ່ພະນັກງານ-ລັດຖະກອນຢູ່ໃນກົມກອງຂອງຕົນ, ໃຫ້ແກ່ຄອບຄົວ ແລະ ສັງຄົມ ໃຫ້ຮັບຮູ້ຢ່າງກວ້າງຂວາງ ແລະ ໃຫ້ຄວາມຮ່ວມມືຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ຂ່າວ-ພາບ: ບຸນອູ້ມ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com