Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຖາບັນການເງິນ-ການບັນຊີ ກະຊວງການເງິນ ຮ່ວມກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີເຊັນສັນຍາຮ່ວມມືແລກປ່ຽນທາງດ້ານວິຊາການພັດທະນາຫຼັກສູດການຮຽນ-ການສອນ, ການຝຶກອົບຮົມ, ການສ້າງຫຼັກສູດປະລິນຍາໂທ, ການຄົ້ນຄວ້າວິທະຍາສາດດ້ານການເງິນ-ການບັນຊີ ແລະ ຮ່ວມມືກັນດ້ານວິຊາການອື່ນໆ ຂຶ້ນໃນວັນທີ 19 ມັງກອນ ນີ້ ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໂດຍການເຊັນລົງນາມຂອງທ່ານ ນາງ ກະເສີມສີ ພົມມະວົງສາ ຫົວໜ້າສະຖາບັນການເງິນ-ການບັນຊີ ກະຊວງການເງິນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ມີຮອງຫົວໜ້າສະຖາບັນການເງິນ-ການບັນຊີ, ຮອງຄະນະບໍດີ, ຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາ, ຫົວໜ້າພະແນກ ແລະ ຕາງໜ້າ 3 ອົງການຈັດຕັ້ງຂອງທັງສອງຝ່າຍເຂົ້າຮ່ວມ.
ການເຊັນສັນຍາລົງນາມການຮ່ວມມືດັ່ງກ່າວ, ເປັນການຍົກລະດັບຄຸນນະພາບຂອງຄູອາຈານ-ນັກສຶກສາ ແລະ ພັດທະນາຄຸນນະພາບດ້ານວິຊາຊີບໃຫ້ເປັນທີ່ຍອມຮັບທັງເປັນການແລກປ່ຽນທາງດ້ານວິຊາການ, ຍົກລະດັບການຮຽນ-ການສອນ, ຈັດການສໍາມະນາວິຊາການ ແລະ ການຈັດການຝຶກອົບຮົມອາຈານສອນ, ເພື່ອເພີ່ມທັກສະໃນການສິດສອນ; ຮ່ວມກັນພັດທະນາຫຼັກສູດການຮຽນ-ການສອນ, ປັບປຸງທິດສະດີການຮຽນ-ການສອນໃຫ້ສອດຄ່ອງກັບມາດຖານການສຶກສາແບບໃໝ່ ແລະ ແທດເໝາະກັບພາກປະຕິບັດຕົວຈິງໃນສາຂາວິຊາການທີ່ກ່ຽວຂ້ອງ, ແລກປ່ຽນເປັນອາຈານທີ່ປຶກສາຮ່ວມກັນ ຫຼື ຄະນະກຳມະການປ້ອງກັນບົດສຳລັບນັກສຶກສາປີສຸດທ້າຍທີ່ຂຽນບົດໂຄງການຈົບຊັ້ນປະລິນຍາຕີ ແລະ ບົດວິທະຍານິພົນສຳລັບປະລິນຍາໂທໃຫ້ມີຄຸນນະພາບທຽບເທົ່າສາກົນ ແລະ ແລກປ່ຽນດ້ານການຄົ້ນຄວ້າວິໄຈ, ສະໜອງຂໍ້ມູນ, ຕໍາລາຄົ້ນຄວ້າວິໄຈຕ່າງໆທີ່ຈໍາເປັນຕໍ່ການພັດທະນາໂຄງການເຮັດບົດຄົ້ນຄວ້າວິໄຈ ແລະ ມີການຈັດກອງປະຊຸມຮ່ວມກັນເພື່ອຄັດເລືອກບົດຄົ້ນຄວ້າວິໄຈແລກປ່ຽນອາຈານທີ່ປຶກສາ ເພື່ອຊ່ວຍຕິດຕາມ ແລະ ກວດແກ້ບົດ ເພື່ອຍົກລະດັບບົດຄົ້ນຄວ້າວິໄຈໃຫ້ມີຄຸນນະພາບດີຂຶ້ນ.
ພ້ອມທັງຮ່ວມມືກັນໃນການສ້າງຫຼັກສູດຝຶກອົບຮົມຢູ່ສະຖາບັນການເງິນ-ການບັນຊີ, ເພື່ອຍົກລະດັບຄວາມຮູ້ຄວາມສາມາດພະນັກງານຂະແໜງການເງິນ ແລະ ບັນດາລັດວິສາຫະກິດໃນສາຂາວິຊາທີ່ຕິດພັນກັບວາລະແຫ່ງຊາດ ແລະ ບັນຫາເລັ່ງດ່ວນທີ່ຕ້ອງການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ; ສ້າງຫຼັກສູດປະລິນຍາໂທຮ່ວມກັນທີ່ເປັນໂຄງການຮ່ວມມືລະຫວ່າງ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ສະຖາບັນການເງິນ-ການບັນຊີ, ໂດຍຈັດຕັ້ງປະຕິບັດຫຼັກສູດຕາມປະສົບການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ; ໂດຍຈະສ້າງຫຼັກສູດອີງໃສ່ຍຸດທະສາດ ແລະ ຄວາມຕ້ອງການຂອງຂະແໜງການເງິນໃນສາຂາທີ່ລົງເລິກດ້ານການເງິນ-ການບັນຊີ; ແລກປ່ຽນທາງດ້ານອາຈານສິດສອນ ໂດຍຈະນໍາໃຊ້ອາຈານທັງສອງສະຖາບັນ, ພ້ອມທັງຊ່ວຍເຫຼືອໃນການສະໜອງແບບຮຽນ ຫຼື ສື່ການຮຽນຮູ້ຕ່າງໆທີ່ຈໍາເປັນຕໍ່ການຮຽນການສອນ ຫຼັກສູດປະລິນຍາໂທດັ່ງກ່າວ.
(ຂ່າວ-ພາບ: ກະຊວງການເງິນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com