Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສ້າງຄວາມເຂົ້າໃຈລະຫວ່າງພາກລັດ ແລະ ທຸລະກິດກ່ຽວກັບການກະກຽມເປີດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ໃນໂຄງການເປີດເສັ້ນທາງທ່ອງທ່ຽວສີຂຽວ ຂຶ້ນໃນຕົ້ນເດືອນເມສາ 2022 ທີ່ຈະມາເຖິງ, ໄດ້ຈັດຂຶ້ນໃນວັນທີ 20 ມັງກອນ ນີ້ ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ (ຖວທ) ໂດຍການເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງພ້ອມດ້ວຍພາກທຸລະກິດ, ບ້ານພັກ, ໂຮງແຮມ ແລະ ບໍລິສັດນໍາທ່ຽວເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກ ຖວທ ແຂວງ ໄດ້ຂຶ້ນຜ່ານກໍານົດເຂດ ແລະ ເສັ້ນທາງທ່ອງທ່ຽວສີຂຽວຂອງແຂວງ ເຊັ່ນ: ໄລຍະທີ 1 ແມ່ນໄດ້ກໍານົດເອົາເມືອງໄຊຍະບູລີ, ເປັນເສັ້ນທາງທ່ອງທ່ຽວ ຫຼວງພະບາງ - ໄຊຍະບູລີີ, ນະຄອນຫຼວງວຽງຈັນ - ໄຊຍະບູລີ ຊຶ່ງກໍານົດສະຖານທີ່ພັກເຊົາມີ: ໂຮງແຮມພອນໄພລິນ, ໂຮງແຮມ ອຸທຸມພອນ, ເຮືອນພັກວັນນິກອນ, ເຮືອນພັກວິໄລ, ເຮືອນພັກວັນນິດາ. ກໍານົດເຂດແຫຼ່ງທ່ອງທ່ຽວ ມີສູນອະນຸລັກຊ້າງອ່າງນໍ້າຕຽນ, ສູນອະນຸລັກ ແລະ ຂະຫຍາຍພັນຊ້າງພູແຄນ, ມູນນິທິອະນຸລັກສັດ ແລະ ສິງແວດລ້ອມລາວ. ກໍານົດຮ້ານອາຫານແມ່ນ: ຮ້ານອາຫານສາຍນໍ້າຮຸ່ງ - ອ່າງນໍ້າຕ່ຽນ, ຣີສອດ ສາມເອື້ອຍນ້ອງ. ກໍານົດບໍລິສັດນໍາທ່ຽວມີ: ບໍລິສັດທ່ອງທ່ຽວສະກຸລະ, ບໍລິສັດ ທ່ອງທ່ຽວວັນນະວົງ, ບໍລິສັດ ທ່ອງທ່ຽວເຊໂນ - ລາວພູແຄນ; ໄລຍະທີ 2 ກໍານົດເອົາ 2 ເສັ້ນທາງຄື: ເສັ້ນທາງຈາກດ່ານສາກົນນໍ້າເຫືອງ ເມືອງແກ່ນທ້າວ ນັກທ່ອງທ່ຽວເຂົ້າມາຕ້ອງໄດ້ກັກໂຕ 24 ຊົ່ວໂມງ ຢູ່ສະຖານທີ່ເຮືອນພັກມິນຕາ. ສ່ວນຮ້ານອາຫານແມ່ນ ຮ້ານອາຫານແສນສະບາຍ ແລະ ເມືອງອື່ນໆຂອງແຂວງກໍເຊັ່ນດຽວກັນ. ຈາກນັ້ນ, ທ່ານ ເພັດພິໄຊ ສູນວິໄລ ຍັງໄດ້ເນັ້ນໜັກໃຫ້ບັນດານັກທຸລະກິດ ຜູ້ປະກອບການທຸກພາກສ່ວນທີ່ໄດ້ຮັບການມອບໝາຍໃຫ້ເພີ່ມທະວີຄວາມຮັບຜິດຊອບເພື່ອກຽມພ້ອມຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວແຂວງໄຊຍະບູລີ ໃນຕົ້ນເດືອນເມສາ 2022 ນີ້, ໃຫ້ມີຄວາມປອດໄພທຸກຢ່າງທີ່ສໍາຄັນກໍຄືຮ່ວມກັນປະຕິບັດມາດຕະການຂັ້ນຕອນຕ່າງໆຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ - 19 ທັງຜູ້ບໍລິການ ແລະ ແຂກທີ່ມາທ່ອງທ່ຽວບໍ່ໃຫ້ເກີດມີການຕິດເຊື້ອພະຍາດ. ພ້ອມນີ້ ທ່ານຍັງໄດ້ໃຫ້ຄວາມຫວັງວ່າປີນີ້, ງານມະຫະກໍາບຸນຊ້າງທີ່ແຂວງໄຊຍະບູລີຈະໄດ້ຈັດຂຶ້ນໃນວັນທີ 20 ກຸມພາປີ 2022 ຈະຈັດງານຫຼຸດຈາກມະຫະກໍາບຸນຊ້າງມາເປັນງານເທດສະການບຸນຊ້າງ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ - 19. ສ່ວນລາຍລະອຽດຂອງງານຈະໄດ້ມີການຖະແຫຼງໃຫ້ຮັບຊາບຕາມພາຍຫຼັງ. (ຂ່າວ-ພາບ: ບຸນທີ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com