Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈໍາປີ 2020 ໄດ້ຈັດຂຶ້ນໃນວັນທີ 24 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ເພື່ອພິຈາລະນາ ແລະ ຮັບຮອງເອົາບາງວຽກງານສຳຄັນຕົ້ນຕໍ ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະ ມົນຕີລັດຖະມົນຕີກະຊວງການເງິນ ປະ ທານ ຄຄຊ, ມີຄະນະ ກໍາມະການ ຄຄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ຄຄຊ ຄັ້ງນີ້, ໄດ້ດໍາເນີນໄປທ່າມກາງທີ່ທົ່ວ ພັກ,ທົ່ວລັດ ພວມສຸມໃສ່ຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ສະເພາະ ຂະແໜງການເງິນພວມສຸມໃສ່ທົບທວນຄືນແຜນຍຸດທະສາດການພັດທະນາລະບົບສະ ຖາບັນການເງິນ-ເງິນຕາຂອງ ສປປ ລາວ ໃນໄລຍະປີ 2016-2025 ແລະ ວິໄສທັດຮອດປີ 2030 ກໍຄືແຜນຍຸດທະສາດໃນການພັດທະນາຕະຫຼາດທຶນ (2016-2025). ໃນເວລານີ້, ກໍຢູ່ໃນທ່າມກາງສະ ພາບການທີ່ຫຼາຍປະເທດ ພວມເກີດການແຜ່ລະບາດຂອງພະຍາດອັກ ເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (ໂຄວິດ-19) ເຮັດໃຫ້ມີຜູ້ຄົນຕິດເຊື້ອ ແລະ ເສຍຊີວິດຈຳນວນຫຼາຍສົມຄວນ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ ເສດຖະກິດຂອງໂລກກໍຄືຂອງ ຊາດ ເປັນຕົ້ນແມ່ນລາຍຮັບ ຈາກການຄ້າ ແລະ ການທ່ອງທ່ຽວ.
ກອງປະຊຸມຄັ້ງນີ້, ຍັງໄດ້ ຮັບຟັງ ແລະ ປຶກສາຫາລືກ່ຽວ ກັບຄວາມຄືບໜ້າຜົນຂອງການ ຈັດຕັ້ງປະຕິບັດມະຕິກອງປະ ຊຸມ ຄຄຊ ຄັ້ງທີ IV ປີ 2019 ຜ່ານມາ ຊຶ່ງໄດ້ປະກອບສ່ວນເຂົ້າໃນການຈັດກອງປະຊຸມຮຽບຮຽງເນື້ອໃນ (ຮ່າງ) ກົດໝາຍວ່າ ດ້ວຍຫຼັກຊັບ (ສະບັບປັບປຸງ) ຮ່ວມກັບພາກສ່ວນກ່ຽວຂ້ອງ; ສຳເລັດການຄົ້ນຄວ້າເອກະ ສານສະເໜີຂໍອອກຈຳໜ່າຍຫຸ້ນຂອງບໍລິສັດເປົ້າໝາຍ 1 ແຫ່ງ ທີ່ມີເປົ້າໝາຍອອກຈຳໜ່າຍຫຸ້ນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ; ໃນກອງປະຊຸມ ຍັງພິຈາລະນາການສະເໜີຂໍອອກຈຳໜ່າຍຫຸ້ນຂອງບໍລິສັດ 1 ແຫ່ງ; ຂໍ້ຕົກລົງ ວ່າດ້ວຍການ ເອົາຫຸ້ນເປັນຫຼັກຊັບອ້າງອີງໃນການອອກໃບຢັ້ງຢືນສິດ DR (ສ້າງໃໝ່); ບົດສະຫຼຸບວຽກ ງານການເຄື່ອນໄຫວຂອງ ສ.ຄຄຊ, ຂອງຕະຫຼາດຫຼັກຊັບລາວປະ ຈຳ ປີ 2019 ແລະ ແຜນການ ເຄື່ອນໄຫວປະຈໍາປີ 2020.
ທ່ານຮອງນາຍົກລັດຖະ ມົນຕີ, ປະທານ ຄຄຊ ໄດ້ຮຽກ ຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ເຊີດຊູຄວາມຮັບ ຜິດຊອບສູງ ແລະ ສຸມທຸກສະ ຕິປັນຍາຂອງຕົນເຂົ້າໃນການ ຈັດຕັ້ງປະຕິບັດວຽກງານສໍາຄັນຕົ້ນຕໍກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດໃນການພັດທະນາຕະຫຼາດທຶນໃຫ້ມີປະສິດທິພາບສູງ ບົນພື້ນຖານເພື່ອຜົນປະໂຫຍດລວມຂອງຊາດ.
(ຂ່າວ-ພາບ: ຣັດສະໝີ ດວງສັດຈະ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
12/08/2020 11:39:01
05/02/2020 09:09:59
28/01/2020 09:23:24
13/08/2020 09:12:59
18/02/2020 17:36:57
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com