Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ບໍລິສັດ ທ່ອງທ່ຽວ ວຽງຈັນເຊັນເຕີ້ ​ກຽມ​ພ້ອມ​ຮັບ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາເຂດການທ່ອງທ່ຽວສີຂຽວ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 22/04/2022 12:26:35 ຈຳ​ນວນ​​ຢ້ຽມ​ຊົມ 4579 ຄັ້ງ

 

                                                                                ໂດຍ: ຍຸພີນທອງ

ໃນໄລຍະປີ 2019-2020 ມີຫຼາຍບໍລິສັດ ຈໍາເປັນຕ້ອງໄດ້ປິດ​ການ​ໃຫ້​ບໍ​ລິ​ການຊົ່ວຄາວ ຊຶ່ງໄດ້​ສົ່ງຜົນກະທົບ​ອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ - ສັງຄົມ ຂອງປະເທດເຮົາ.  ສະນັ້ນ, ເລື່ອງການໂຈະການ ເຮັດວຽກຊົ່ວຄາວຂອງກໍາມະກອນ ກໍຂ້ອນຂ້າງມີຫຼາຍ ເພື່ອເຮັດແນວໃດໃຫ້ສາມາດຢູ່ໄດ້ ແລະ ປະຄັບປະຄອງໃຫ້ພະ ນັກງານໃນອົງກອນຂອງຕົນມີວຽກເຮັດງານທໍາ ແລະ ມີລາຍໄດ້ໃນແຕ່ລະເດືອນ, ອັນນີ້ແມ່ນມີຜົນລວມຕໍ່ການພັດ ທະນາເສດຖະກິດ-ສັງຄົມຂອງຊາດ.

 ທ່ານ ນາງ ສຸກັນຍາ ເທບວົງສາ ປະທານ ບໍລິສັດ ທ່ອງທ່ຽວ ວຽງຈັນເຊັນເຕີ້ ຈໍາກັດຜູ້ດຽວ ໄດ້ໃຫ້ສໍາພາດເມື່ອບໍ່​ດົນ​ມານີ້ວ່າ: ພາຍຫຼັງທີ່ມີພະຍາດໂຄວິດ-19 ​ໄດ້​ແຜ່​ລະ​ບາດເຂົ້າມາ​ ສ​ປ​ປ ​ລາວ ເຮັດໃຫ້ຜູ້ປະກອບການຫຼາຍພາກສ່ວນໄດ້ຮັບຜົນກະທົບ. ສໍາລັບບໍລິສັດຂອງ​ຂ້າ​ພະ​ເຈົ້າແມ່ນໄດ້ຮັບຜົນກະທົບເກືອບ 100% ແຕ່ທາງເຮົາກໍພະຍາຍາມເພື່ອເຮັດແນວໃດໃຫ້ບໍລິສັດ ແລະ ພະນັກງານພາຍ​ໃນ​ບໍ​ລິ​ສັດຢູ່ໄດ້ ຊຶ່ງຜ່ານ ມາບໍລິສັດກໍໄດ້ໃຫ້ຄວາມຊ່ວຍເຫຼືອພະນັກງານຈຳນວນໜຶ່ງ ເພື່ອປະຄອງຊີວິດການເປັນຢູ່ຂອງພວກເຂົາ ໃນໄລຍະທີ່ມີໂຄວິດ-19 ໂດຍການເບີກຈ່າຍເງິນ​ອຸດ​ໜູນບໍ່ຫຼຸດ 50% ຂອງເງິນເດືອນປົກກະຕິ ຈຶ່ງເຮັດໃຫ້ບໍ​ລະ​ສັດ​ພວກ​ເຮົາຍັງຢູ່ໄດ້. ເພາະບໍລິສັດພວກເຮົາ ເປັນບໍລິສັດທີ່​ເຮັດ​ໜ້າ​ທີ່ໃຫ້ການບໍລິການ ການທ່ອງທ່ຽວ ແບບລາວທ່ຽວລາວ ແບບເຕັມຮູບແບບ ຊຶ່ງມີສິ່ງອໍານວຍຄວາມສະດວກ​ໃນ​ການ​ບໍ​ລິ​ການ ເປັນຕົ້ນ: ມີລົດຕູ້, ມີພະນັກງານນຳທ່ຽວ, ລົດບັດ ແລະ ອຳນວຍຄວາມສະດວກທາງດ້ານເອກະສານຕ່າງໆ. ພາຍຫຼັງທີ່ລັດຖະ ບານເປີດຕ້ອນຮັບນັກທ່ອງທ່ຽວໃນເຂດການທ່ອງທ່ຽວສີຂຽວຂຶ້ນໃນທ້າຍເດືອນທັນວາ ຂອງປີ 2021 ກໍເຫັນວ່າບໍລິສັດແມ່ນມີນັກທ່ອງທ່ຽວເພີ່ມຂຶ້ນເຖິງ 5-10%. ສໍາລັບມາດຕະການປ້ອງກັນພະຍາດໂຄວິດ-19 ພວກເຮົາກໍໄດ້ປະຕິບັດຕາມທາງຄະນະສະເພາະກິດວາງອອກຄື: ພະນັກງານນໍາທ່ຽວແມ່ນໄດ້ຮັບວັກຊິນ 95% ຂຶ້ນໄປ.  ໃນ​ໄລ​ຍະ​ຜ່ານ​ມາສ່ວນໃຫຍ່ ທາງ​ບໍ​ລິ​ສັດ​ພວກເຮົາເປັນບໍລິສັດທີ່ຮອງຮັບໃຫ້ບໍລິສັດຕ່າງປະເທດ ທີ່ນຳນັກ ທ່ອງທ່ຽວເຂົ້າມາ ໃຊ້ບໍລິການຂອງ​ພວກເຮົາ ຈຶ່ງເຮັດໃຫ້ບໍລິສັດມີສັກກະຍາພາບໃນການເປີດການ​ບໍ​ລິ​ການທ່ອງທ່ຽວລາວ “ແບບລາວທ່ຽວລາວ ຫຼື ການທີ່ນຳນັກທ່ອງທ່ຽວເຂົ້າມາໃນເຂດທ່ອງທ່ຽວສີຂຽວ’’, ບໍ​ລິ​ສັດ​ພວກເຮົາກໍໄດ້ມີນັກທ່ອງທ່ຽວເລີ່ມໃຫ້ຄວາມສົນໃຈຫຼາຍ.

ທ່ານປະທານບໍລິສັດ ທ່ອງທ່ຽວ ວຽງຈັນເຊັນເຕີ້ ຈໍາກັດຜູ້ດຽວ ໄດ້ກ່າວຕື່ມວ່າ: ໃນຕໍ່ໜ້າພວກເຮົາຈະ ໄດ້ກຽມພ້ອມພະນັກງານຫ້ອງການ, ພະນັກງານນໍາທ່ຽວ, ພະນັກງານຂັບລົດ ແລະ ສຶກສາຂໍ້ມູນແຫຼ່ງທ່ອງ ທ່ຽວໃຫ້ຊັດເຈນ ໄວ້ຄອຍບໍລິການໃຫ້ກັບລູກຄ້າ.

ເນື່ອງໃນໂອກາດວັນທີ 1 ພຶດສະພາ 2022 ເປັນວັນກໍາມະກອນສາກົນ ຄົບ​ຮອບ 136 ປີ (1/5/1886 -1/5/2022) ຈະ​ໄດ້​ໝູນ​ວຽນ​ມາ​ອີກວາ​ລະ​ໜຶ່ງ, ໃນທົ່ວໂລກຈະໄດ້ມີການສະເຫຼີມສະຫຼອງ ລະນຶກເຖິງ ວັນທີ່ສໍາຄັນຂອງຊາວຜູ້ອອກແຮງງານໃນທົ່ວໂລກ ເຊັ່ນກັບທຸກໆປີ.  ໃນນາມຕາງໜ້າບໍລິສັດທ່ອງທ່ຽວ ວຽງຈັນເຊັນເຕີ້ ທ່ອງທ່ຽວ ຈໍາກັດຜູ້ດຽວ  ຂໍອວຍພອນໄຊໃຫ້ຊາວຜູ້ອອກແຮງງານທຸກຊັ້ນຄົນ ຂໍໃຫ້ມີສຸຂະພາບເຂັ້ມແຂງ  ປະສົບ ຜົນສຳເລັດໃນໜ້າທີ່ການງານ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com