Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເຊກອງ ກຽມເປີດການທ່ອງທ່ຽວສີຂຽວ ພາຍຫຼັງພະຍາດໂຄວິດ-19 ຫຼຸດລົງ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 07/05/2022 10:53:55 ຈຳ​ນວນ​​ຢ້ຽມ​ຊົມ 6334 ຄັ້ງ

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໄດ້ໃຫ້ຮູ້ວ່າ:  ແຂວງເຊກອງໄດ້ຊຸກຍູ້ກະກຽມເປີດການທ່ອງທ່ຽວສີຂຽວ ຊຶ່ງໄດ້ມີຄວາມພ້ອມແລ້ວຈໍານວນໜຶ່ງເປັນຕົ້ນ: ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດມາດຕະການຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການສັກວັກຊິນໃຫ້ປະຊາກອນກຸ່ມເປົ້າໝາຍໄດ້ກວມເປີເຊັນສູງສົມຄວນ, ສະພາບການລະບາດຂອງພະຍາດດັ່ງກ່າວມາຮອດມື້ນີ້ເຫັນວ່າຫຼຸດລົງ ແຂວງສາມາດເປີດການທ່ອງທ່ຽວໄດ້ເປັນປົກກະຕິໃນໄລຍະທີ 2.

      ແຂວງເຊກອງ ມີຄວາມອຸດົມສົມບູນທາງດ້ານທຳມະຊາດ, ມີສະຖານທີ່ທ່ອງທ່ຽວເຊັ່ນ: ສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ, ກະສິກຳ, ຫັດຖະກຳ ແລະ ອຸດສະຫະກຳ ທີ່ໄດ້ຮັບການພັດທະນາແລ້ວ, ກຳລັງພັດທະນາ ແລະ ມີແຜນຈະພັດທະນາອີກຈຳນວນໜຶ່ງ, ມີຄວາມພ້ອມທາງດ້ານສະຖານທີ່ພັກເຊົາ, ກິນດື່ມເຊັ່ນ: ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ-ບັນເທີງ, ບຸກຄະລາກອນພາທ່ຽວ, ມີສິ່ງເອື້ອອໍານວຍຄວາມສະດວກທາງດ້ານພື້ນຖານໂຄງລ່າງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ, ມີດ່ານສາກົນດາກຕະອອກ-ນາມຢາງ ທີ່ເຊື່ອມຕໍ່ເຊື່ອມຈອດກັບບັນດາແຂວງ ພາກກາງຂອງ ສສ ຫວຽດນາມ ແລະ ອອກສູ່ທະເລ ນະຄອນດານັງ ມີໄລຍະທາງເຊື່ອມໂຍງດ້ານຕາເວັນອອກ ແລະ ຕາເວັນຕົກທີ່ສັ້ນທີ່ສຸດ ເພື່ອຮອງຮັບ-ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວຢູ່ແຂວງເຊກອງ.

      ມາຮອດປັດຈຸບັນມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 2.718 ຄົນ, ປິ່ນປົວຫາຍດີສະສົມ 2.335 ຄົນ ເທົ່າກັບ 85,90%, ຍັງສືບຕໍ່ປິ່ນປົວ 378 ຄົນ ເທົ່າກັບ 13,90%, ເສຍຊີວິດ 5 ຄົນ ເທົ່າກັບ 0,18%; ສິ່ງສຳຄັນແຂວງໄດ້ເລັ່ງການສັກຢາວັກຊິນໃຫ້ປະຊາກອນກຸ່ມເປົ້າໝາຍມາຮອດປັດຈຸບັນເຂັມທີ 1 ສັກໄດ້ 82%, ເຂັມທີ 2 ສັກໄດ້ 66,5%, ເຂັມທີ 3 ສັກໄດ້ 21%, ເຂັມທີ 4 ສັກໄດ້ 0,4% ຂອງປະຊາກອນທົ່ວແຂວງ.

ຂ່າວ-ພາບ: ພຸດທະສອນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com