Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 14 ພຶດສະພາ ຜ່ານມາ, ເຮືອບິນຂະໜາດໃຫຍ່ C919 ເລກ B-001J ໄດ້ບິນຂຶ້ນສູ່ທ້ອງຟ້າ ແລະ ລົງຈອດຢູ່ສະໜາມບິນຜູຕຸ່ງ ນະຄອນຊຽງໄຮ ຢ່າງປອດໄພ ຊຶ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ເຮືອບິນຂະໜາດໃຫຍ່ C919 ລຳທຳອິດທີ່ ບໍລິສັດຜະລິດເຮືອບິນການຄ້າຈີນ ຈຳກັດ ໃກ້ຈະສົ່ງມອບໃຫ້ລູກຄ້າ ໄດ້ທົດລອງການບິນຄັ້ງທຳອິດດ້ວຍຜົນສຳເລັດຢ່າງຈົບງາມ.
ເຮືອບິນ C919 ແມ່ນເຮືອບິນໂດຍສານຂະໜາດໃຫຍ່ ທາງເດີນດຽວລຸ້ນທຳອິດທີ່ຄົ້ນຄວ້າ ແລະ ຜະລິດຕາມມາດຕະຖານສາກົນທີ່ທັນສະໄໝ 100%, ເປັນ ຊັບສິນທາງປັນຍາຂອງຈີນ 100%, ສະມັດຖະນະເທົ່າທຽມກັບເຮືອບິນໂດຍສານຂະໜາດໃຫຍ່ທາງເດີນດຽວລຸ້ນໃໝ່ທີ່ໄດ້ນຳໃຊ້ຫຼາຍທີ່ສຸດຢູ່ໃນສາກົນ.
ເຮືອບິນໂດຍສານຂະໜາດໃຫຍ່ທີ່ຜະລິດໂດຍປະເທດຈີນ, ແມ່ນຄວາມໃຝ່ຝັນຂອງຊາວຈີນມາຫຼາຍເຊັ່ນຄົນ. ວັນທີ 23 ພຶດສະພາ ປີ 2014, ໃນໄລຍະທີ່ທ່ານປະທານ ສີຈິ້ນຜິງ ໄປສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ, ເພິ່ນໄດ້ໄປສູນອອກແບບ ແລະ ຄົ້ນຄວ້າພັດທະນາເຮືອບິນການຄ້າຂອງຈີນໂດຍສະເພາະ, ທ່ານໄດ້ຂຶ້ນໄປເບິ່ງເຮືອບິນ C919 ຕົ້ນແບບ, ນັ່ງຢູ່ບ່ອນຂອງນັກບິນຫຼັກໃນຫ້ອງຂັບເຮືອບິນ, ຮັບຮູ້ໜ້າທີ່ໃຊ້ງານຂອງອຸປະກອນຕ່າງໆ ເຊັ່ນ:ໜ້າ ຈໍບອກຄວາມໄວ, ໜ້າຈໍບອກຄວາມສູງ, ແຜນທີ່ເສັ້ນທາງການບິນ ແລະ ອື່ນໆ.
ທ່ານ ສີຈິ້ນຜິງ ໄດ້ເວົ້າກັບຄົນທັງຫຼາຍວ່າ: ຈີນແມ່ນຕະຫຼາດເຮືອບິນຂະ ໜາດ ໃຫຍ່ທີ່ສຸດ, ໃນເມື່ອກ່ອນມີບາງຄົນເວົ້າວ່າ: ການຜະລິດເອງບໍ່ທໍ່ຊື້ຈາກຜູ້ອື່ນ, ການຊື້ບໍ່ທໍ່ການເຊົ່າເອົາ, ແນວຄິດນີ້ຕ້ອງຕ່າວປີ້ນຄືນ, ຄື: ຕ້ອງທຸ້ມເທເງິນທຶນຫຼາຍ ກວ່າເກົ່າເພື່ອດຳເນີນການຄົ້ນຄວ້າ ພັດທະນາ ແລະ ຜະລິດເຮືອບິນຂະໜາດໃຫຍ່ເປັນຂອງຕົນເອງ.
ນອກນີ້, ທ່ານ ສີຈິ້ນຜິງ ເຄີຍເນັ້ນໜັກແລ້ວເນັ້ນໜັກອີກໃນຫຼາຍກາລະໂອກາດວ່າ: ເຕັກໂນໂລຊີແກນກາງທີ່ເປັນຂໍກຸນແຈສຳຄັນ ແມ່ນສິ່ງທີ່ “ຫາຊື້ບໍ່ໄດ້ ແລະ ຂໍເອົາບໍ່ໄດ້ນຳຜູ້ອື່ນ”.
ດັ່ງນັ້ນ, ໃນສູ່ມື້ນີ້ ຄົນໃນໂລກໄດ້ເຫັນຍານສຳຫຼວດດາວອັງຄານ “ທ່ຽນເວິ້ນ 1”, ເຮືອດຳນ້ຳ “ເຟີນໂຕເຈີ” ທີ່ໄດ້ດຳນ້ຳເລິກສູ່ຮ່ອມທະເລມາເຣຍນາ, ການຄົ້ນຄວ້າຜະລິດນ້ຳຢາກວດເຊື້ອພະຍາດໂຄວິດ-19 ແລະ ວັກຊິນປ້ອງກັນພະຍາດທີ່ມີປະສິດທິພາບສູງ ຊຶ່ງຜົນງານດ້ານຕ່າງໆຂອງຈີນເຫຼົ່ານີ້ໄດ້ຈາລຶກໄວ້ຢູ່ບົນເສັ້ນທາງທີ່ກ້າວໄປສູ່ຈອມພູສູງແຫ່ງວິທະຍາສາດເຕັກນິກ.
ສຳລັບການຜະລິດເຮືອບິນດ້ວຍຕົນເອງ, ທ່ານ ສີຈິ້ນຜິງ ກ່າວວ່າ: “ຂ້າພະເຈົ້າຝາກຄວາມຫວັງເປັນຢ່າງຍິ່ງໄວ້ກັບບັນດາສະຫາຍ. ພວກເຮົາຕ້ອງມີເຮືອບິນຂະໜາດໃຫຍ່ເປັນຂອງຕົນເອງ!” ໂດຍໄດ້ເຮັດໃຫ້ພະນັກງານທຸກຄົນມີຄວາມຕື່ນເຕັ້ນຫຼາຍ ແລະ ໄດ້ຕົບມືຢ່າງຄຶກຄື້ນ.
ຫຼັງຈາກການສຳຫຼວດກວດກາວຽກງານຂອງ ທ່ານ ສີຈິ້ນຜິງ ຄັ້ງນັ້ນໄດ້ 3 ປີ, ຄື ວັນທີ 5 ພຶດສະພາປີ 2017, ເຮືອບິນ C919 ໄດ້ບິນຂຶ້ນສູ່ທ້ອງຟ້າ ແລະປະສົບຜົນສຳເລັດໃນການບິນຄັ້ງທຳອິດ. ປັດຈຸບັນ, ການທົດລອງການບິນຄັ້ງທຳອິດຂອງເຮືອບິນໂດຍສານຂະໜາດໃຫຍ່ C919 ລຳທຳອິດທີ່ຈະສົ່ງມອບໃຫ້ລູກຄ້າໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຄວາມໃຝ່ຝັນທີ່ “ຈີນຕ້ອງມີເຮືອບິນຂະ ໜາດໃຫຍ່ເປັນຂອງຕົນເອງ” ໄດ້ບັນລຸຜົນເປັນຈິງແລ້ວ.
ຂ່າວ: ຊີອາໄອ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com