Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ການທ່ອງທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ກັບມາມີບັນຍາດຄຶກຄື້ນອີກຄັ້ງ ພາຍຫຼັງທີ່ລັດຖະບານເປີດປະເທດ ເຮັດໃຫ້ຜູ້ປະກອບການທຸລະກິດເພິ່ງພໍໃຈ ມີກຳລັງໃຈໃນການດຳເນີນທຸລະກິດ ພ້ອມມີແຜນຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວເມືອງວັງວຽງ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ ແລະ ຜ່ານເສັ້ນທາງດ່ວນວຽງຈັນ-ວັງວຽງ.
ທ່ານ ຫົງຄຳ ແກ້ວດວງສີ ປະທານ ບໍລິສັດ ທ່ອງທ່ຽວນໍ້າທິບ ຈຳກັດ ທັງເປັນຜູ້ຈັດການບໍລິສັດລາວ ຟຣາຍອິງມີເດຍ ຈຳກັດ (ບອນລູນ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອວັນທີ 24 ພຶດສະພາ ນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ວ່າ: ພາຍຫຼັງລັດຖະບານໄດ້ເປີດປະເທດຖືເປັນຄວາມໂຊກດີທີ່ ສປປ ລາວໄດ້ມີເສັ້ນທາງລົດໄຟລາວ-ຈີນ ຊຶ່ງເປັນປັດໄຈສຳຄັນໃນການຄົມມະນາຄົມ ການໄປມາຫາສູ່ ການຂົນສົ່ງສິນຄ້າພາຍໃນຈາກນະຄອນຫຼວງວຽງຈັນຫາພາກເໜືອ ແລະ ເຊື່ອມຕໍ່ໄປຍັງ ສປ ຈີນ ເຮັດໃຫ້ການເດີນສະດວກສະບາຍ ວ່ອງໄວ ທັນເວລາ ມີຄວາມປະຢັດ ແລະ ປອດໄພສູງ, ເປັນສີສັນໃນການທ່ອງທ່ຽວເຮັດໃຫ້ຜູ້ປະກອບການທຸລະກິດຂອງເມືອງວັງວຽງໄດ້ຮັບຜົນປະໂຫຍດໄປນໍາ ຊຶ່ງໄດ້ສ້າງຄວາມເພິ່ງພໍໃຈ ແລະ ສ້າງກຳລັງໃຈ ໃນການຊຸກຍູ້ດຳເນີນທຸລະກິດ ຊຶ່ງໃນໄລຍະທຳອິດທີ່ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຖືເປັນກະແສສຳຄັນເພື່ອກະຕຸ້ນການທ່ອງທ່ຽວ ຍູ້ແຮງເຮັດໃຫ້ວຽກງານການທ່ອງທ່ຽວເມືອງວັງວຽງເພີ່ມຂຶ້ນຫຼາຍເທົ່າໂຕ ໂດຍສະເພາະຂ້າພະເຈົ້າທີ່ບໍ່ເຄີຍຂີ່ລົດໄຟ ກໍໄດ້ໄປທົດລອງຂີ່ ຈຶ່ງຮັບຮູ້ໄດ້ວ່າເສັ້ນທາງລົດໄຟລາວ-ຈີນ ມັນໄດ້ອຳນວຍຄວາມສະດວກໃນການເດີນທາງ, ການຂົນສົ່ງສິນຄ້າ ທັງປະຢັດເວລາໄດ້ຫຼາຍເທົ່າ ແລະ ມີຄວາມປອດໄພສູງ ຊຶ່ງເປັນໂອກາດອັນດີເຮັດໃຫ້ມີນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວຈາກໄທມາທ່ອງທ່ຽວເປັນກຸ່ມເຂົ້າມາທ່ອງທ່ຽວເມືອງວັງວຽງຫຼາຍຂຶ້ນ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ ຊຶ່ງສະແດງອອກໃນໄລຍະວັນສຸກ, ເສົາ, ອາທິດ ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວເມືອງວັງວຽງ ປະມານ 100 ຄົນຕໍ່ອາທິດ, ເວົ້າເລື່ອງການບໍລິການມີລ່ອງເຮືອ, ຂີ່ສະລິງ ແລະ ຂີ່ບອນລູນ ແລະ ອື່ນໆ ຊຶ່ງທາງບໍລິສັດໄດ້ເອົາໃຈໃສ່ດ້ານການຮັກສາຄວາມປອດໄພໃຫ້ກັບລູກຄ້າເປັນໝາກຫົວໃຈຫຼັກ ຊຶ່ງເປັນກົດເຫຼັກຂອງບໍລິສັດ ຖ້າຫາກຂາດສິ່ງໃດສິ່ງໜຶ່ງທີ່ບໍ່ພຽງພໍ ພວກເຮົາຈະບໍ່ບໍລິການລູກຄ້າເດັດຂາດເພື່ອຫຼີກລ່ຽງຄວາມສ່ຽງທີ່ຈະເກີດຂຶ້ນໃຫ້ໄດ້ຫຼາຍທີ່ສຸດ.
ສຳລັບການບິນບອນລູນນັກບິນໄດ້ມີປະສົບການໃນການບິນ 600-700 ຊົ່ວໂມງ ສະເພາະຢູ່ເມືອງວັງວຽງ ຊຶ່ງໃນການບິນແຕ່ລະຄັ້ງບັນຫາສຳຄັນແມ່ນອາໄສຄວາມຊິນເຄີຍຂອງສະພາບອາກາດ ແລະ ພື້ນທີ່ ໃນໄລຍະເປີດປະເທດຂຶ້ນບິນອາທິດໜຶ່ງ 2-3 ຖ້ຽວ, ຄ່າບໍລິການຄົນໜຶ່ງ 800.000 ກີບຕໍ່ຄັ້ງ, ຂຶ້ນບິນເທື່ອໜຶ່ງໃຊ້ເວລາ 25 ນາທີ, ເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວເປັນຈຳນວນຫຼາຍພາຍຫຼັງເປີດປະເທດ ທາງບໍລິສັດໄດ້ເອົາໃຈໃສ່ຕໍ່ພະນັກງານ ໂດຍມີການຖອດຖອນບົດຮຽນ, ກ່ອນການບິນບອນລູນ ແລະ ຫຼັງຈາກບິນບອນລູນທຸກຄັ້ງຈະມີການອະທິບາຍເພື່ອແກ້ໄຂຈຸດບົກຜ່ອງ ເພື່ອເຮັດໃຫ້ພະນັກງານມີຄວາມຕື່ນຕົວ ມີບົດຮຽນ ແລະ ເອົາໃຈໃສ່ເປັນພິເສດຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ເພື່ອໃຫ້ນັກທ່ອງທ່ຽວມີຄວາມປະທັບໃຈ ເພິ່ງພໍໃຈ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວໃນຕົວເມືອງວັງວຽງໃຫ້ຫຼາຍຂຶ້ນ.
ທ່ານກ່າວໃຫ້ຮູ້ອີກວ່າ: ໃນອະນາຄົດທາງບໍລິສັດໄດ້ເນັ້ນໜັກການໂຄສະນາຜ່ານສື່ອອນລາຍ ຊຶ່ງທາງບໍລິສັດໄດ້ມີ ເຟສນໍ້າທິບທົວວັງວຽງລາວ ແລະ ເຟສບອນລູນວັງວຽງ ຊຶ່ງເປັນຊ່ອງທາງໃນການໂຄສະນາຜ່ານສື່ທາງອອນລາຍ, ໃນປັດຈຸບັນທາງບໍລິສັດກຳລັງປັບປຸງບາງກິດຈະກຳເພື່ອໃຫ້ນັກທ່ອງທ່ຽວທີ່ເຄີຍມາໃຊ້ບໍລິການທ່ອງທ່ຽວນໍາພວກເຮົາມີຄວາມເຊື່ອໝັ້ນມາແລ້ວ ຢາກກັບຄືນມາທ່ອງທ່ຽວເມືອງວັງວຽງອີກຄັ້ງ ຊຶ່ງໄດ້ສ້າງບ່ອນຖ່າຍຮູບຢູ່ຖໍ້າປູຄຳ, ສ້າງຈຸດຊົມວີວ, ມີປ້າຍເປັນສັນຍາລັກສະເພາະ, ສຳລັບບອນລູນພາຍຫຼັງທີ່ຂີ່ແລ້ວໄດ້ມີການແນະນຳໃຫ້ລູກຄ້າຖ່າຍຮູບເປັນສື່ໂຄສະນາອີກຮູບແບບໜຶ່ງ ຊຶ່ງເປັນອີກກິດຈະກໍາເພື່ອກະຕຸ້ນການທ່ອງທ່ຽວໃຫ້ມີບັນຍາກາດຄືກຄື້ນຍິ່ງຂຶ້ນ.
ຂ່າວ: ພູວັນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com