Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ການທ່ອງທ່ຽວຢູ່ ນະຄອນ-ຫຼວງພະບາງ ກັບມາຄຶກຄື້ນພາຍຫຼັງເປີດປະເທດ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 27/05/2022 08:54:25 ຈຳ​ນວນ​​ຢ້ຽມ​ຊົມ 10198 ຄັ້ງ

ການທ່ອງທ່ຽວຢູ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ກັບມາມີບັນຍາກາດຄຶກຄື້ນອີກຄັ້ງ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ ທີ່ສະດວກສະບາຍ ວ່ອງໄວ ປະຢັດເວລາໃນການເດີນທາງ ພາຍຫຼັງທີ່ລັດຖະບານເປີດປະເທດ ເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວແຂວງຫຼວງພະບາງເປັນຈຳນວນຫຼາຍ ຜູ້ປະກອບການທຸລະກິດດີໃຈ ຊີວິດການເປັນຢູ່ດີຂຶ້ນ.

ທ່ານນາງ ຕູ່ ມິ່ງບຸບຜາ ເຈົ້າຂອງທຸລະກິດຂາຍເສື້ອຜ້າ ຊຶ່ງມີເສື້ອຜ້າຍິງ-ຊາຍ ແລະ ເສື້ອຜ້າເດັກນ້ອຍ ຮ້ານຕັ້ງຢູ່ຕະຫຼາດສວນລາດແລງ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 25 ພຶດສະພາ ຜ່ານມາວ່າ: ພາຍຫຼັງທີ່ລັດຖະບານເປີດປະເທດເຮັດໃຫ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າມາທ່ອງທ່ຽວນະຄອນ-ຫຼວງພະບາງ ເພີ່ມຂຶ້ນຫຼາຍເທົ່າ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ບັນຍາກາດການທ່ອງທ່ຽວກັບມາຄືກຄື້ນອີກຄັ້ງ, ຜູ້ປະກອບການທຸລະກິດມີຄວາມເພິ່ງພໍໃຈ ດີໃຈ ໂດຍສະເພາະໃນໄລຍະວັນສຸກ, ເສົາ, ທິດ ຈະມີນັກທ່ອງທ່ຽວເຂົ້າມາຫຼາຍ ເຮັດ​ໃຫ້ການຄ້າຂາຍດີຂຶ້ນຫຼາຍເທົ່າເມື່ອທຽບໃສ່ໃນໄລຍະທີ່ຜ່ານມາ.

ທ່ານ ວັນສະເຫຼີມ ພັກດີສັດຕະຢາກຸນ ຊຶ່ງເປັນນັກທ່ອງທ່ຽວຈາກປະເທດໄທ ໃຫ້ຮູ້ກ່ຽວກັບຄວາມຮູ້ສຶກທີ່ໄດ້ມາທ່ອງທ່ຽວແຂວງຫຼວງພະບາງວ່າ: ພາຍຫຼັງຮູ້ຂ່າວວ່າ ສປປ ລາວ ເປີດປະເທດ ແລະ ໂຄງການລົດໄຟລາວ-ຈີນກໍເປີດໃຫ້ບໍລິການ ຢ່າງເປັນທາງການ ກໍເລີຍຢາກມາລອງຂີ່ລົດໄຟຖືໂອກາດນີ້ທ່ອງທ່ຽວໄປນໍາ ຊຶ່ງການເດີນທາງດ້ວຍລົດໄຟລາວ-ຈີນ ມີຄວາມສະດວກສະບາຍ, ວ່ອງ ໄວ, ສະອາດ, ພະນັກງານຕ້ອນຮັບຢູ່ລົດໄຟກໍໜ້າຮັກ. ເປົ້າໝາຍການເດີນທາງມາທ່ອງທ່ຽວນະຄອນ-ຫຼວງພະບາງ ຊຶ່ງເປັນນະຄອນເກົ່າແກ່ທາງດ້ານວັດທະນະທຳ, ກ່ອນໜ້ານີ້ເປັນເວລາ 10 ປີ ເຄີຍມາທ່ຽວເມືອງຫຼວງພະບາງ ຍ້ອນຄວາມປະທັບໃຈ ມາແລ້ວຢາກກັບຄືນມາທ່ຽວອີກຄັ້ງໜຶ່ງ.

ທ່ານກ່າວໃຫ້ຮູ້ຕື່ມອີກວ່າ: ແຜນການທ່ອງທ່ຽວຄັ້ງນີ້, ນອກຈາກທ່ຽວຢູ່ນະຄອນ-ຫຼວງພະບາງແລ້ວ ຍັງກັບມາທ່ຽວຢູ່ເມືອງວັງວຽງ ແລະ ນະຄອນຫຼວງວຽງຈັນອີກ.

ຂ່າວ-ພາບ: ພູວັນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com